74 ປີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ກອງທັບປະຊາ ຊົນລາວ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ດຳເນີນການປະຕິວັດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດ ຢ່າງສົມບູນ ປົກປັກຮັກສາໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນປຶ້ມພາລະກິດປຽນແປງໃໝ່ຂອງພັກ ໃນພາລະກຳປະຫວັດສາດດັ່ງກ່າວກອງທັບປະຊາຊົນລາວ ສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ, ພ້ອມທັງໄດ້ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ ຊຶ່ງທາດແທ້ຂອງກອງທັບປະຊາຊົນລາວໄດ້ສະແດງອອກຄື:

– ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ, ນໍາພາ ແລະ ສຶກສາອົບ ສົມ. ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງຕົນ ເປັນພື້ນຖານ ແຫ່ງແນວຄິດທິດສະດີຂອງພັກ ດັ່ງນັ້ນ, ກອງທັບປະຊາຊົນລາວຈຶ່ງມີ ທາດແທ້ຂອງຊົນຊັ້ນກຳມະກອນ.

– ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຂຶ້ນມາໄດ້ກາຍເປັນກຳລັງຫຼັກແຫຼ່ງໃນຂະບວນການ ປະຕິວັດ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມລະບອບສັກດີນາປະຕິການ ສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄວ້ໃຫ້ໝັ້ນຄົງ ແລະ ວັດທະນາຖາວອນ. ດັ່ງນັ້ນ, ກອງທັບປະຊາຊົນລາວ ຈຶ່ງມີທາດແທ້ປະຕິວັດ.

– ກອງທັບປະຊາຊົນລາວກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຄວາມສົມບູນ ພູນສຸກຂອງປະຊາຊົນລາວ ບັນດາເຜົ່າ ດັ່ງນັ້ນ, ກອງທັບປະຊາຊົນລາວ ຈຶ່ງມີທາດແທ້ປະຊາຊົນ.

(ນໍ້າໃຈ 20 ມັງກອນ ໝັ້ນຍື່ນ !)

ໂດຍ: ຕຸໄລເພັດ ພິມເມືອງ

LEAVE A REPLY

Please enter your comment!
Please enter your name here