Monday, September 23, 2024
Homeຂ່າວໜ້າໜຶ່ງການຕ້ານພະຍາດໂຄວິດ-19 ຂອງຈີນ ໃນຮອບ 3 ປີຜ່ານມາ ໄດ້ຖືປະຊາຊົນ ຖືຊີວິດສໍາຄັນກວ່າໝູ່ ແລະຜົນປະໂຫຍດຂອງປະຊາຊົນຢູ່ເໜືອກວ່າ ທຸກສິ່ງທຸກຢ່າງ

ການຕ້ານພະຍາດໂຄວິດ-19 ຂອງຈີນ ໃນຮອບ 3 ປີຜ່ານມາ ໄດ້ຖືປະຊາຊົນ ຖືຊີວິດສໍາຄັນກວ່າໝູ່ ແລະຜົນປະໂຫຍດຂອງປະຊາຊົນຢູ່ເໜືອກວ່າ ທຸກສິ່ງທຸກຢ່າງ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ນັບແຕ່ເກີດ ການແພ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 3 ປີຜ່ານມາ, ພາຍໃຕ້ ການນໍາພາທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນແກນນໍາ, ຈີນໄດ້ປັບປຸງມາດຕະການປ້ອງກັນ ແລະຄວບຄຸມການແພ່ ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນໂດຍອີງຕາມສະຖານະການ, ໂດຍ ໄດ້ຮັບມືກັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ໂລກຈໍານວນ 5 ຮອບຢ່າງມີປະສິດທິຜົນ, ພ້ອມທັງໄດ້ແກ້ໄຂການແພ່ລະ ບາດຂອງພະຍາດໂຄວິດ-19 ທີ່ມີລັກສະນະຕິດເຊື້ອຈາກຊຸມຊົນຢູ່ພາຍໃນ ປະເທດ ຈໍານວນ 100 ກວ່າກໍລະນີ, ເຮັດໃຫ້ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໄດ້ຮັບການປົກປັກຮັກສາຢ່າງມີປະສິດທິຜົນ, ພ້ອມດຽວກັນນີ້, ການປະສານສົມທົບລະຫວ່າງການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາ ເສດຖະກິດ-ສັງຄົມກໍໄດ້ຮັບຜົນສໍາເລັດອັນສໍາຄັນ ແລະຕັ້ງໜ້າຕື່ມອີກ.

ເຊື້ອພະຍາດໄດ້ກາຍພັນຢູ່ເລື້ອຍໆ, ຂະນະທີ່ສະຖານະການໄດ້ຜັນແປຢູ່ ເລື້ອຍໆລວມທັງນະໂຍບາຍການປ້ອງກັນ ແລະຄວບຄຸມການແພ່ລະບາດ ຂອງພະຍາດກໍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ແຕ່ແນວໃດກໍຕາມ, ການ ຖືປະຊາຊົນສໍາຄັນກວ່າໝູ່ ແລະຖືຊີວິດສໍາຄັນກວ່າໝູ່ນັ້ນ, ຍ່ອມເປັນທາດ ແທ້ທີ່ໂດດເດັ່ນທີ່ສຸດໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນມາໂດຍຕະຫລອດ.

ຈາກບັ້ນປ້ອງກັນ ແລະຄວບຄຸມການແພ່ລະບາດຢູ່ນະຄອນອູຮັ້ນ ແລະ ຢູ່ແຂວງຫູເປີຍ ຂອງຈີນໄດ້ຮັບຜົນສໍາເລັດທີ່ມີລັກສະນະຕັດສິນ, ຮອດການ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຈາກການກາຍ ພັນຂອງເຊື້ອພະຍາດສາຍພັນເດວຕ້າ ຢ່າງສໍາເລັດຜົນ, ຕະຫລອດຮອດ ການຮັບມືກັບເຊື້ອພະຍາດສາຍພັນໂອມິຄຣອນ; ຈາກການກຳນົດທິດທາງ ພົບເຊື້ອໂດຍໄວ, ລາຍງານໂດຍໄວ, ຈໍາກັດບໍລິເວນໂດຍໄວ ແລະປິ່ນປົວໂດຍ ໄວ, ຈົນຮອດການສໍາເລັດ ກວດຫາເຊື້ອເທົ່າທີ່ຄວນ, ຈໍາກັດບໍລິເວນເທົ່າທີ່ ຄວນ, ຮັບເອົາຜູ້ຕິດເຊື້ອເທົ່າທີ່ຄວນ ແລະປິ່ນປົວຜູ້ຕິດເຊື້ອເທົ່າທີ່ຄວນ…ພວກເຮົາສາມາດເວັ້ນຈາກການແພ່ລະບາດໃນວົງກວ້າງຂອງເຊື້ອພະຍາດສາຍພັນດັ້ງເດີມ ແລະສາຍພັນເດວຕ້າທີ່ມີລັກສະນະອ່າວຮ້າຍແຮງ, ໂດຍ ໄດ້ຫລຸດຜ່ອນຈໍານວນຜູ້ຕິດເຊື້ອທີ່ມີອາການໜັກ ແລະຜູ້ເສຍຊີວິດໃຫ້ ໜ້ອຍທີ່ສຸດ, ພ້ອມດຽວກັນນີ້ກໍໄດ້ຍາດແຍ່ງເວລາອັນລໍ້າຄ່າໃຫ້ແກ່ການ ຄົ້ນຄວ້າພັດທະນາ ແລະນໍາໃຊ້ວັກຊີນ ແລະຢາຕ່າງໆກໍຄືການກະກຽມຊັບ ພະຍາກອນດ້ານການປິ່ນປົວຕື່ມອີກ.

ປັດຈຸບັນ, ການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ຂອງຈີນໄດ້ເຂົ້າສູ່ໄລຍະໃໝ່, ໂດຍໄດ້ຫັນຈຸດສຸມຈາກການປ້ອງ ກັນ ແລະຄວບຄຸມການຕິດເຊື້ອເປັນການຮັກສາສຸຂະພາບ ແລະປ້ອງກັນ ການຕິດເຊື້ອທີ່ມີອາການໜັກ, ສິ່ງນີ້ບໍ່ພຽງແຕ່ເປັນຜົນດີໃຫ້ແກ່ການ ລວມສູນຊັບພະຍາກອນດ້ານການປ້ອງກັນ ແລະຄວບຄຸມພະຍາດເພື່ອຮັບ ໃຊ້ກຸ່ມຄົນທີ່ເປັນເປົ້າໝາຍສຳຄັນເປັນຕົ້ນແມ່ນຜູ້ເຖົ້າທີ່ມີພະຍາດປະຈໍາ ຕົວ, ແມ່ຍິງຖືພາ ແລະເກີດລູກກໍຄືເດັກນ້ອຍເທົ່ານັ້ນ, ຍັງເປັນຜົນດີຕໍ່ ການ ສ້າງເງື່ອນໄຂໃຫ້ແກ່ການເລັ່ງລັດຊຸກຍູ້ຄວາມມີຊີວິດຊີວາຂອງເສດ ຖະກິດຕື່ມອີກເພື່ອຮັບປະກັນການຜະລິດ ແລະການດໍາລົງຊີວິດຢ່າງເປັນ ປົກກະຕິກໍຄືຮັບປະກັນຄວາມຮຽກຮ້ອງຕ້ອງການດ້ານການປິ່ນປົວສຸຂະ ພາບໃຫ້ດີກວ່າເກົ່າ.

ໃນ 11 ເດືອນຂອງປີ 2022, ຈໍານວນຜູ້ປະກອບອາຊີບຢູ່ຕົວເມືອງໃນທົ່ວ ປະເທດຈີນ ໄດ້ເພີ່ມຂຶ້ນ 11.450.000 ຄົນ, ໂດຍໄດ້ສໍາເລັດເປົ້າໝາຍໝົດປີ ທີ່ໄດ້ກໍານົດໃຫ້ເພີ່ມຂຶ້ນເປັນ 11.000.000 ຄົນ; ພາຍໃຕ້ສະພາບການທີ່ທົ່ວ ໂລກຜະເຊີນກັບໄພເງິນເຟີ້ສູງຂຶ້ນ, ດັດຊະນີລາຄາຜູ້ບໍລິໂພກ ຫລື CPI ຂອງຈີນ ໄດ້ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ຂະນະທີ່ ຜົນຜະລິດສະບຽງອາຫານຂອງຈີນ ໄດ້ຮັກສາລະດັບຫລາຍກວ່າ 650.000.000 ໂຕນ ເປັນເວລາ 8 ປີລຽນຕິດ…ການປະກອບອາຊີບ ແລະ ລາຄາສິນຄ້າມີຄວາມໝັ້ນທ່ຽງ, ສະບຽງອາຫານ ແລະພະລັງງານມີຄວາມ ໝັ້ນຄົງບວກກັບການດໍາລົງຊີວິດຂອງປະຊາຊົນໄດ້ມີການຮັບປະກັນຢ່າງມີປະສິດທິຜົນ, ເຮັດໃຫ້ຈີນສາມາດຮັກສາສະພາບລວມແຫ່ງການພັດທະນາ ເສດຖະກິດ-ສັງຄົມໃຫ້ມີຄວາມໝັ້ນທ່ຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments