ໃນວັນທີ 13 ມັງກອນນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ສູນ ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີເຜີຍແຜ່ເອກະສານເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍ​າ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງສອງວັນດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ໃນການເຄື່ອນໃນໄຫວແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ. ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພິ່ນ ແລະ ເຈດຈຳນົງແນວທາງນັ້ນໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

ໃນໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານບົດສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມສຳລັບປີ 2023, ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງດ້ານການທະຫານ, ບັນຫາເສດຖະກິດ, ການເງິນ, ພະລັງງານ, ສະບຽງອາຫານ, ຜົນກະທົບທີ່ເກີດຂຶ້ນຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ ທ່າອ່ຽງໃຫຍ່ແຫ່ງຍຸກສະໄໝ ຍັງແມ່ນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຢຶດໝັ້ນໃນ​ແນວທາງການຕ່າງປະເທດ “ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ ພາຍໃຕ້ການເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍກົງ, ຮອບດ້ານ ຂອງການນໍາພັກ-ລັດ, ​ເຮັດ​ໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງ​ຂອບການພົວພັນຮ່ວມມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການພົວພັນສາກົນຂອງ ສປປ ລາວ ສືບຕໍ່ຂະຫຍາຍກວ້າງອອກ, ສືບຕໍ່ນໍາໃຊ້ກາລະໂອກາດ ເພື່ອຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ຊຶ່ງຮອດປີ 2022 ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ຫຼ້າສຸດແມ່ນກັບ ສາທາລະນະລັດ ບູຣູນດີ ແລະ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາລີ ຄືນໃໝ່. ພ້ອມດຽວກັນນັ້ນ, ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ກໍໄດ້ປະກອບສ່ວນເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາ ຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນດ້ານເສດຖະກິດ ມາສູ່ປະເທດຊາດ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ໂດຍໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2023, ພ້ອມທັງຮຽກຮ້ອງໃຫ້ ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດ; ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ລວມທັງການເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການທູດຮັບໃຊ້ເສດຖະກິດ ໄລຍະປີ 2021-2025; ສືບຕໍ່ກະກຽມໃຫ້ແກ່ການເດີນທາງຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດ ຂອງການນໍາພັກ-ລັດ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ; ກະກຽມເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ໃນປີ 2023 ເປັນຕົ້ນ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍ​າປູ​ເຈຍ-ລາວ-ຫວຽດ​ນາມ (CLV DTA JCC) ຄັ້ງທີ 13, ກອງປະຊຸມສຸດຍອດ ແມ່ນໍ້າຂອງ ຄັ້ງທີ 4, ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 10, ລວມເຖິງການກຽມຄວາມພ້ອມດ້ານ​ຕ່າງໆ ເພື່ອເປັນປະທານອາຊຽນໃນປີ 2024 ແລະ ອື່ນໆ; ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນງົບປະມານເຄື່ອນໄຫວວຽກງານໃຫ້ມີບຸລິມະສິດ, ນໍາໃຊ້ຖືກຕ້ອງຕາມຈຸດປະສົງ, ມີຄວາມສອດຄ່ອງ ແລະ ເໝາະສົມຕາມທິດປະຢັດມັດທະຍັດ; ເອົາໃຈໃສ່ການປະຕິບັດ ໜ້າທີ່ວຽກງານຢ່າງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ລວມທັງການຊຸກຍູ້ການແນະນໍາ ແລະ ສອນວຽກກັບທີ່ໃຫ້ແກ່ພະນັກງານ ເພື່ອສາມາດເຄື່ອນໄຫວວຽກງານໄດ້ຖືກຕ້ອງ, ທັນຕາມສະພາບການ ແລະ ມີຄວາມຮັບປະກັນ; ສົ່ງເສີມວຽກນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ ແລະ ອື່ນໆ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງກົມການເມືອງສູນກາງພັກ, ລັດຖະບານ ແລະ ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕ່າງໆ, ສົມທົບກັບຄວາມສາມັກຄີ, ຄວາມຈູບຈ້າວຫ້າວຫັນ ຂອງພະນັກງານ-ລັດຖະກອນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາກະຊວງ, ໃນປີ 2023 ນີ້ ກະຊວງການຕ່າງປະເທດ ຈະສາມາດຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

LEAVE A REPLY

Please enter your comment!
Please enter your name here