ໃນວັນທີ 12 ມັງກອນ 2023, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນໍາກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2023 ທີ່ນະຄອນຫລວງວຽງຈັນ. ໃນກອງປະຊຸມສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 44 ກໍຄື ຂໍ້ຕົກລົງວ່າດ້ວຍ ການຮ່ວມມື ປະຈໍາປີ 2022 ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມື ໃນປີ 2023; ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຕະຫລອດໄລຍະ 1 ປີ ຜ່ານມາ ທີ່ໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງຫລວງຫລາຍ ເປັນຕົ້ນ ການພົວພັນຮ່ວມມືສອງຝ່າຍດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນເຂົ້າສູ່ລວງເລິກ ອັນເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນຖານອ້າຍນ້ອງ ແລະ ຄວາມສາມັກຄີພິເສດ ໂດຍມີການແລກປ່ຽນ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆຢ່າງເປັນປົກກະຕິ, ພ້ອມທັງໄດ້ຮ່ວມກັນສ້າງຫລາຍຂະບວນການດ້ວຍກິດຈະກໍາ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງເປັນຂະບວນຟົດຟື້ນ ຕະຫລອດປີ 2022 ຜ່ານມາ; ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກໍມີທ່າອ່ຽງເພີ່ມຂຶ້ນ ໂດຍມູນຄ່າການຄ້າຂອງສອງປະເທດ ແມ່ນບັນລຸຕາມເປົ້າໝາຍ, ສອງຝ່າຍ ໄດ້ເນັ້ນສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍ ການຄ້າຊາຍແດນໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມທັງໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນໃນຂະແໜງການທີ່ເປັນທ່າແຮງຂອງລາວຫລາຍຂຶ້ນ; ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ກໍໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ສໍາຄັນແມ່ນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ ເຊິ່ງເປັນຜູ້ສືບທອດອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດ ນາມ ອ້າຍນ້ອງ ເຊິ່ງສອງຝ່າຍສືບຕໍ່ຢືນຢັນຄືນການເພີ່ມທະວີຍົກສູງການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ ສປປ ລາວ ຢູ່ ສສ ຫວຽດນາມ ໃຫ້ຫລາຍຂຶ້ນ; ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍ ກໍໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ໃນໄລຍະຜ່ານມາ. ພ້ອມນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນຈະເລັ່ງປະຕິບັດບັນດາໂຄງການທີ່ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດໂດຍໄວ ເພື່ອເປັນພື້ນຖານອັນດີໃຫ້ແກ່ການຈັດຕັ້ງປະຕິບັດ ບັນດາໂຄງການທີ່ສໍາຄັນຕ່າງໆໃນຕໍ່ໜ້າ.

ໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການອູ້ມຊູຊ່ວຍເຫລືອໃນດ້ານຕ່າງໆແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫລາຍຮູບແບບ ແລະ ລໍ້າຄ່າທີ່ສຸດ, ພ້ອມທັງກະກຽມຈະໃຫ້ການສະໜັບສະໜູນແກ່ ສປປ ລາວ ທີ່ຈະເປັນປະທານກອງປະຊຸມອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້, ເຊິ່ງຄຸນງາມຄວາມດີຂອງເພື່ອນຫວຽດນາມນັ້ນ ໃນຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ກໍໃຫ້ຄວາມສໍາຄັນ ແລະ ຕີລາຄາສູງ ໂດຍຕະຫລອດມາ.

ສໍາລັບ ທິດທາງແຜນການຮ່ວມມື ໃນປີ 2023, ສອງຝ່າຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຖະແຫລງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງແຕ່ລະປະເທດ, ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ຈະກວດກາຄືນບັນດາເອກະສານທີ່ໄດ້ລົງນາມກັນໄປແລ້ວນັ້ນ, ຖ້າອັນໃດທີ່ບໍ່ສອດຄ່ອງກັບສະພາບການໃນໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ ເພື່ອໃຫ້ການຮ່ວມມືສອງຝ່າຍ ມີປະສິດທິຜົນ ແລະ ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າກວ່າເກົ່າ; ສືບຕໍ່ຊຸກຍູ້ສົ່ງເສີມການຄ້າ ລະຫວ່າງ ສອງປະເທດ ໃຫ້ດີຂຶ້ນ ໂດຍສະເພາະ ແມ່ນການຄ້າຊາຍແດນ; ສືບຕໍ່ສົ່ງເສີມການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ຕາມທິດຍືນຍົງ ໂດຍສຸມໃສ່ການຜະລິດກະສິກໍາສະອາດ, ນໍາໃຊ້ເຕັກໂນໂລຊີສູງ ແລະ ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ; ຈະເອົາໃຈໃສ່ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຮ່ວມມືເພື່ອການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ ໃຫ້ສໍາເລັດ ເປັນຕົ້ນ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໃຫ້ສໍາເລັດ ໃນເດືອນເມສາ 2023, ສືບຕໍ່ຮ່ວມມືດ້ານການທ່ອງທ່ຽວ, ການເຊື່ອມໂຍງດ້ານລະບົບຄົມມະນາຄົມຂົນສົ່ງ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ.

ພາຍຫລັງສໍາເລັດກອງປະຊຸມ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມຮ່ວມກັນ ໃນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ປະຈໍາປີ 2023 ແລະ ຂໍ້ຕົກລົງ ວ່າດ້ວຍ ແຜນການການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2023.

ຈາກນັ້ນ, ສະຫາຍ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢຸ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫລງຂ່າວຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງຫລາຍຂຶ້ນ.

ພາຍຫລັງສໍາເລັດກອງປະຊຸມດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ກໍໄດ້ສືບຕໍ່ໃຫ້ກຽດເປັນປະທານຮ່ວມ ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2023. ກອງປະຊຸມດັ່ງກ່າວ ແນໃສ່ເປີດໂອກາດໃຫ້ແກ່ພາກທຸລະກິດຂອງທັງສອງຝ່າຍ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ຮ່ວມມືກັນທາງດ້ານການລົງທຶນ, ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂຂໍ້ສະດວກ ແລະ ຊອກຫາທາງອອກແກ້ໄຂຂໍ້ຫຍຸ້ງຍາກ ຂອງບັນດາທຸລະກິດ ຫວຽດນາມ ຢູ່ ລາວ ກໍຄື ທຸລະກິດລາວ ຢູ່ ຫວຽດນາມ.

ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here