Monday, September 23, 2024
Homeທຸລະກິດນວ ຕອບສະໜອງຜົນຜະລິດໄດ້ 66.192 ໂຕນຫຼຸດຜ່ອນການນໍາເຂົ້າ1,26%

ນວ ຕອບສະໜອງຜົນຜະລິດໄດ້ 66.192 ໂຕນຫຼຸດຜ່ອນການນໍາເຂົ້າ1,26%

ພະແນກກະສິກຳປ່າໄມ້ນະຄອນຫຼວງວຽງຈັນໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄດ້ມີແຜນດໍາເນີນງານ ສະບັບເລກທີ 3426/ກປ.ນວ ລົງວັນທີ 30 ກັນຍາ 2021 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂົງເຂດກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ.

​ອີງຕາມບົດລາຍງານຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການລ້ຽງສັດ ແລະ ການປະມົງປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເມື່ອບໍ່ດົນຜ່ານມາວ່າ: ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນເພື່ອທົດແທນການນໍາເຂົ້າໃນຂົງເຂດວຽກງານລ້ຽງສັດ ແລະ ການປະມົງ ມີ 8 ໂຄງການ ຄື: 1. ໂຄງການສົ່ງເສີມການລ້ຽງງົວເປັນສິນຄ້າ 2. ໂຄງການສົ່ງເສີມການລ້ຽງໝູເປັນສິນຄ້າ 3. ໂຄງການສົ່ງເສີມການລ້ຽງສັດປີກເປັນສິນຄ້າ 4. ໂຄງການສົ່ງເສີມການລ້ຽງປາ ແລະ ສັດນໍ້າເປັນສິນຄ້າ 5. ໂຄງການສົ່ງເສີມການປູກຫຍ້າ ແລະ ປຸງແຕ່ງອາຫານສັດ 6. ໂຄງການປັບປຸງ ຄຸ້ມຄອງ ແລະ ພັດທະນາອາຫານສັດ ແລະ ອາຫານປາ 7. ໂຄງການຜະລິດແນວພັນສັດປີກ ແລະ ປາ ແລະ 8. ໂຄງການເຝົ້າລະວັງພະຍາດສັດ.

ປະຈຸບັນມີຈໍານວນສັດລ້ຽງ ຄື: ຄວາຍ 15.287 ໂຕ ງົວ 95.616 ໂຕ ແບ້ 32.823 ໂຕ ໝູ 145.265 ໂຕ ສັດປີກ 2.773.376 ໂຕ ປາລ້ຽງໃນໜອງ 2.157 ເຮັກຕາ ແລະ ປານິນລ້ຽງໃນກະຊັງ 2.277 ກະຊັງ ປີ 2022 ສາມາດຕອບສະໜອງຜົນຜະລິດໃຫ້ຜູ້ບໍລິໂພກ ໄດ້ 66.192 ໂຕນ ສະເລ່ຍຕໍ່ຫົວຄົນ 67,58 ກິໂລ/ຄົນ/ປີ ທຽບໃສ່ແຜນການຜະລິດ ເທົ່າກັບ 101,26% ແລະ ທຽບໃສ່ຄວາມຕ້ອງການບໍລິໂພກໃນນະຄອນຫຼວງວຽງຈັນປະຕິບັດໄດ້ 97,29% (ຄວາມຕ້ອງການ 68.033 ໂຕນ).

​ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງການຜະລິດ ການນໍາເຂົ້າ-ສົ່ງອອກແນວພັນອາຫານ ຜະລິດຕະພັນສັດ-ສັດນໍ້າ ມີຄື: ການຜະລິດແນວພັນໝູນ້ອຍໄດ້ 323.000 ໂຕ ໄກ່ນ້ອຍໄດ້ 2.013.000 ໂຕ ແລະ ປານ້ອຍໄດ້ 41 ລ້ານໂຕ ຜະລິດອາຫານສັດ-ປາໄດ້ 314.925 ໂຕນ ການສົ່ງອອກສັດ ຜະລິດຕະພັນສັດ-ປາ ໄປຕ່າງແຂວງ ແນວພັນສັດ 1.641.000 ໂຕ ໃນນີ້ມີ ງົວ ໝູພໍ່ແມ່ພັນ ໝູນ້ອຍ ໄກ່ແມ່ສາວພັນໄຂ່ ໄກ່ນ້ອຍ ແລະ ຜະລິດຕະພັນສັດ-ປາ 5.043 ໂຕນ ສ່ວນການນໍາເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ: ແນວພັນສັດ 2.853.000 ໂຕ ສັດນໍ້າ 6.432.000 ໂຕ ອາຫານສັດ 43.200 ໂຕນ ແລະ ສັດ ຜະລິດຕະພັນສັດ-ອາຫານທະເລ 6.474 ໂຕນ.

ສັງລວມແລ້ວການບໍລິໂພກທາດຊີ້ນຢູ່ນະຄອນຫຼວງວຽງຈັນ ທັງໝົດ 67.623 ໂຕນ ຜົນຜະລິດໄດ້ 66.192 ໂຕນ (ສົ່ງອອກ 5.043 ໂຕນ) ເທົ່າ 97,88% ຂອງການບໍລິໂພກພາຍໃນປີໄດ້ນໍາເຂົ້າທາດຊີ້ນ-ສັດນໍ້າຈໍານວນ 6.474 ໂຕນ ເທົ່າກັບ 2,12% ຂອງການບໍລິໂພກທຽບໃສ່ປີຜ່ານມາສາມາດຫຼຸດຜ່ອນການນໍາເຂົ້າໄດ້ 1,26% ຈໍານວນ 834 ໂຕນ.

​ເພັດສະໝອນ ( ຮູບ)11.1.2023

#vientianemai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments