ເພື່ອແນໃສ່ລະດົມຄວາມຄິດຄວາມເຫັນຈາກຄະນະພັກ ຢູ່ 6 ແຂວງພາກເໜືອ ປະກອບສ່ວນປັບປຸງບົດຄົ້ນຄ້ວາກ່ຽວກັບ “ການກໍ່ສ້າງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ໃຫ້ຄົບຖ້ວນສົມບູນຕື່ມ ແລະ ເປັນການສ້າງຄວາມເປັນເອກະພາບດ້ານຄວາມຮັບຮູ້ກ່ຽວກັບທິດສະດີ ແລະ ພຶດຕິກໍາ, ຜົນສໍາເລັດ, ບັນຫາທີ່ຕັ້ງຂຶ້ນ ແລະ ວິທີການແກ້ໄຂສໍາລັບວຽກງານກໍ່ສ້າງພັກໃນສະພາບການໃໝ່.

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້ລະດັບຊາດ ກ່ຽວກັບ “ການກໍ່ສ້າງພັກປະຊາຊົນປະຕິວັດລາວໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ຂຶ້ນໃນວັນທີ 11 ມັງກອນນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງອຸດົມໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ; ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ; ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ; ມີບັນດາສະຫາຍຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ 6 ແຂວງພາກເໜືອ ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ບົວຈັນ ເພັງສະຫວັດ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າຫົວຂໍ້ “ການກໍ່ສ້າງພັກ ປປລ ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ໄດ້ກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ວ່າ: ການສໍາມະນາໃນຄັ້ງນີ້ ເປັນຄັ້ງທໍາອິດ ຊຶ່ງມີຄວາມໝາຍສໍາຄັນທາງດ້ານທິດສະດີ-ພຶດຕິກໍາ ແລະ ບົດຮຽນກ່ຽວກັບການກໍ່ສ້າງພັກກໍາອໍານາດ, ເປັນໂອກາດເຕົ້າໂຮມເອົາສະຕິປັນຍາ, ບົດຮຽນອັນມີຄ່າຈາກທຸກພາກສ່ວນ, ທຸກຄົນ ທີ່ໄດ້ຄົ້ນຄວ້າຊອກຫາມາປະກອບເປັນເນື້ອໃນ, ເປັນທິດທາງວິທີການທີ່ຈະກໍ່ສ້າງພັກກໍາອໍານາດໃຫ້ມີຄຸນນະພາບ ຮັບປະກັນປະຕິບັດຖືກຕ້ອງຕາມທິດນໍາສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍາອໍານາດ ໄດ້ຢ່າງໝັ້ນຄົງຍາວນານ.

ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວຄໍາເຫັນວ່າ: ວຽກງານຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາຂອງພັກເວົ້າລວມ, ຫົວຂໍ້ “ການກໍ່ສ້າງພັກປະຊາຊົນປະຕິວັດລາວ ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ເວົ້າສະເພາະ ເປັນບັນຫາສໍາຄັນທີ່ສຸດ. ໃນຕະຫຼອດພາລະກິດປ່ຽນແປງໃໝ່ ສູນກາງພັກ ໄດ້ຊີ້ນໍາ, ຊຸກຍູ້ວຽກງານຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາໂດຍສຸມໃສ່ບັນຫາທີ່ພົວພັນເຖິງພື້ນຖານທິດສະດີກ່ຽວກັບເສັ້ນທາງ ແລະ ບາດກ້າວເດີນ ໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວຢູ່ປະເທດເຮົາ.

ສໍາລັບການຄົ້ນຄວ້າໃນຫົວຂໍ້ນີ້, ຄະນະຮັບຜິດຊອບ ແລະ ບັນດານັກຄົ້ນຄ້ວາ ໄດ້ສຸມໃສ່ຄົ້ນຄ້ວາ, ຮຽບຮຽງມີເນື້ອໃນດີສົມຄວນ ຊຶ່ງມີທັງພາກທິດສະດີກ່ຽວກັບພັກການເມືອງ, ພັກກໍາອໍານາດ ເວົ້າລວມ ແລະ ພັກກອມມູນິດກໍາອໍານາດ ເວົ້າສະເພາະ ຖືວ່າເປັນການເປີດກ້ວາງຄວາມຮູ້ທົ່ວໄປກ່ຽວກັບພັກກໍາອໍານາດໃນໂລກ. ບັນຫາສໍາຄັນ ແມ່ນໄດ້ຄົ້ນຄ້ວາກ່ຽວກັບພັກເຮົາ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການສ້າງຕັ້ງ ແລະ ກໍ່ສ້າງພັກເຮົາ, ຂະບວນວິວັດແຫ່ງການກໍາອໍານາດ, ສະພາບການກໍ່ສ້າງພັກເຮົາ ໃນຕະຫຼອດພາລະກິດປ່ຽນແປງໃໝ່. ຜົນການຄົ້ນຄ້ວາໃນເບື້ອງຕົ້ນ ເປັນຜະລິດຕະພັນ (ບົດຄົ້ນຄ້ວາສະບັບຍາວ ມີ 423 ໜ້າ, ສະບັບຫຍໍ້ 91 ໜ້າ ແລະ ສະບັບສັງລວມເປັນບົດລາຍງານ 9 ໜ້າ).

ນອກນີ້, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໃຫ້ທິດກ່ຽວກັບການປະກອບຄໍາເຫັນແກ່ບັນດາຜູ້ເຂົ້າຮ່ວມ ເປັນຕົ້ນ ການປະກອບຄວາມເຫັນຢາກໃຫ້ສຸມໃສ່ບັນຫາຂອງພັກເຮົາ ຕາມຍຸດທະສາດສ້າງພັກເຮົາ ໃຫ້ກາຍເປັນພັກທີ່ເຂັ້ມແຂງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍໃນການນໍາພາການປະຕິວັດລາວ ໃຫ້ໄປເຖິງໄຊຊະນະ ທີ່ປະທານ ໄກສອນ ພົມວິ ຫານ ໄດ້ເປັນຜູ້ສ້າງພື້ນຖານ ນັບແຕ່ກອງປະຊຸມໃຫຍ່ສ້າງຕັ້ງພັກ ເປັນຕົ້ນມາ. ພ້ອມນີ້, ກໍເນັ້ນໃຫ້ປະກອບຄວາມເຫັນ ແມ່ນຢາກໃຫ້ເວົ້າຄວາມຈິງ, ກົງໄປກົົງມາ, ມີລັກສະນະສ້າງສັນ ຊຶ່ງຜົນການຄົ້ນຄວ້າ, ການປະກອບຄວາມເຫັນ, ຖ້າຫາກມີຄວາມເຫັນດີເປັນເອກະສັນກັນ ແລະ ໄດ້ຮັບການຮັບຮອງຈາກສູນກາງພັກ ແມ່ນຈະເປັນເນື້ອໃນສໍາຄັນອັນໜຶ່ງ ປະກອບສ່ວນເຂົ້າໃນວຽກງານບູລະນະແນວທາງ, ນະໂຍບາຍຂອງພັກ ກໍຄືການກະກຽມສ້າງໂຄງການການເມືອງສະບັບທີ 3 ຂອງພັກເຮົາໃນຕໍ່ໜ້າ ໂດຍສະເພາະ ແມ່ນປະກອບສ່ວນທາງດ້ານທິດສະດີ ແລະ ພຶດຕິກໍາ ໃຫ້ແກ່ການສືບຕໍ່ວຽກງານກໍ່ສ້າງ, ປັບປຸງພັກເຮົາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີຄວາມສາມາດກໍາອໍານາດ ແລະ ນໍາພາ ທົ່ວສັງຄົມໃນໄລຍະໃໝ່ຂອງການປະຕິວັດປະເທດເຮົາ.

ສະຫາຍ ສອນທະນູ ທຳມະວົງ ກໍໄດ້ມີຄໍາເຫັນວ່າ: ໃນເງື່ອນໄຂສະພາບການຫຍຸ້ງຍາກ, ສັບສົນປັດຈຸບັນ ຍິ່ງຮຽກຮ້ອງໃຫ້ພັກເຮົາ ຕ້ອງຍົກສູງຄວາມສາມາດ ແລະ ປະສິດທິຜົນຂອງການເຮັດວຽກງານການເມືອງ-ແນວຄິດ ການຄົ້ນຄວ້າທິດສິດີ ແລະ ພຶດຕິກຳຂອງພັກ ເພື່ອແນໃສ່ຮັກສາ ແລະ ສ້າງຄວາມເປັນເອກະພາບສູງ ທາງດ້ານແນວຄິດເຈດຈຳນົງ ແລະ ການກະທຳຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍ, ໜ້າທີ່ ທີ່ກອງປະຊຸມໃຫຍ່ຂອງພັກວາງອອກແຕ່ລະໄລຍະ ໃຫ້ສຳເລັດມີໄຊ, ຕອບຕ້ານແນວຄິດ ແລະ ທິດສະດີ ທີ່ບໍ່ຖືກຕ້ອງ, ບິດເບືອນ, ພິກປີ້ນແນວທາງນະໂຍບາຍ ກໍຄືຈຸດໝາຍອຸດົມການຂອງພັກເຮົາ. ພ້ອມກັນນີ້, ກໍເນັ້ນໃຫ້ຜູ້ເຂົ້າຮ່ວມປະຊຸມປະກອບຄໍາຄິດເຫັນໃສ່ບົດຄົ້ນຄ້ວາເພື່ອໃຫ້ມີເນື້ອໃນຄົບຖ້ວນ, ອຸດົມສົມບູນ.

ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ມີເນື້ອໃນເລິກເຊິ່ງ ແລະ ມີລັກສະນະວິທະຍາສາດ ຕໍ່ກັບຮ່າງບົດຄົ້ນຄວ້າດັ່ງກ່າວນີ້ ເພື່ອໃຫ້ຄະນະຮັບຜິດຊອບການຄົ້ນຄວ້າໄດ້ນຳໄປປັບປຸງໃນຂັ້ນຕໍ່ໄປ.

ຂ່າວ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here