ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ເປີດຂຶ້ນວັນທີ 11 ມັງກອນ ນີ້ ທີ່ອົງການປົກຄອງນະ​ຄອນຫຼວງວຽງ​ຈັນ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະ​ພາ​ປະ​ຊາ​ຊົນ ນວ, ເປັນກຽດເຂົ້າ​ຮ່ວມ​ຂອງ​ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນເຊັ່ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2021 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາລັດ ນວ, ບົດລາຍງານຜົນການກວດກາຕາມຜົນການກວດສອບປະຈໍາປີ 2018, ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ຢູ່ ນວ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2022, ພິຈາລະນາ ແລະ ຮັບຮອງເອົານິຕິກໍາໃຕ້ກົດໝາຍຂອງ ນວ 2 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດມາດຕະການສ້າງ ນວ ສະອາດ (ສ. ສະອາດ), ວາງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານຂອງ ນວ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ຮ່າງລັດຖະບັນຍັດຂອງປະທານປະເທດ 2 ສະບັບ ຄື: ຮ່າງລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ, ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍອາກອນຕົວເມືອງ (City Tax), ຮັບຟັງການລາຍງານຂອງອົງການປົກຄອງ ນວ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ ສະ​ພາ​ປະ​ຊາ​ຊົນ ນວ ໄດ້ຮັບຮອງເອົາ 2 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການສ້າງ ນວ ສີຂຽວ (ສ. ສີຂຽວ), ຂໍ້ຕົກລົງວ່າດ້ວຍ ນວ ສະຫງົບສຸກ (ສ. ສະຫງົບ).

ໃນນັ້ນລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍມາດຕະການຫຼຸດຜ່ອນອຸບັດເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະ​ພາ​ປະ​ຊາ​ຊົນ ນວ ຊຸດທີ II, ຮັບຟັງບົດປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນວ ຕໍ່ການເຄື່ອນໄຫວວຽກງານຂອງສະ​ພາ​ປະ​ຊາ​ຊົນ ນວ, ພິຈາລະນາໃຫ້ຄະແນນປະເມີນຜົນຕໍ່ການປະຕິບັດໜ້າທີີ່ຂອງບຸກຄະລາກອນທີ່ ສະ​ພາ​ປະ​ຊາ​ຊົນ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ. ນອກຈາກນີ້ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ ສສຊ ແລະ ສສ ນວ ຍົກຂຶ້ນ ຫຼື ຊັກຖາມ ຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

ຂ່າວ-ພາບ: ນາງ​ແສງ​ຈັນ

LEAVE A REPLY

Please enter your comment!
Please enter your name here