Tuesday, September 24, 2024
Homeຂ່າວການເມືອງກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ ນີ້ ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາງສ້າງ ເຂົ້າຮ່ວມມີພະເຖລານຸເທລະ, ຫົວກົມ – ຮອງກົມ, ສຳພັນຄົນລາວຢູ່ປະເທດຝຣັ່ງ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ

ສະຫາຍ ສິນທະວົງ ຄຸດໄພທູນ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄົບຄະນະປະຈໍາປີ ຈະພ້ອມກັນປຶກສາຫາລື, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ ແຜນພັດທະນາອົງການແນວລາວສ້າງຊາດຮອບ 1 ປີຜ່ານມາ ເປັນຕົ້ນ 6 ແຜນວຽກ ແລະ ທົບທວນການຈັດຕັ້ງປະຕິບັດແຜນພັດທະນາ ອົງການແນວລາວສ້າງຊາດ ເປັນຕົ້ນ 5 ແຜນງານ ແລະ 41 ໂຄງການ.

ສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດປະຈຳປີ 2022 ແລະ ແຜນວຽກງານຈຸດສຸມປີ 2023 ວ່າ: ວຽກງານຊົນເຜົ່າ: ກຳມະການສູນກາງແນວລາວສ້າງຊາດ ໄດ້ຖືສຳຄັນຕໍ່ການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ຊຶ່ງເປັນພື້ນຖານໃຫ້ຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ. ໃນນັ້ນ, ໄດ້ລົງຮາກຖານສຶກສາອົບຮົມ, ປຸກລະດົມຂົນຂວາຍ ແລະ ສ້າງຄວາມເຂົ້າໃຈ, ຄວາມເປັນເອກະພາບ, ເປັນເຈົ້າຕົນເອງໃຫ້ປະຊາຊົນບັນດາເຜົ່າ ໂດຍຖືເອົາຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ເປັນວຽກຍຸດທະສາດທີ່ສຳຄັນຂອງແນວລາວສ້າງຊາດ, ມາເຖິງປັດຈຸບັນວຽກງານດັ່ງກ່າວກໍເປັນໜຶ່ງໃນຂະບວນການທີ່ຟົດຟື້ນ ແລະ ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ກວ້າງຂວາງ, ທຸກຂະແໜງການຮັບຮູ້ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໂດຍມີທີ່ໂຕເລກຄື: ຄອບຄົວສາມັກຄີປອງດອງມີ 1.037.000 ຄອບຄົວ ເທົ່າ 77%, ບ້ານສາມັກຄີປອງດອງ 6.605 ບ້ານ ເທົ່າ 79% ແລະ ເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ 33 ເມືອງ ເທົ່າ 22% (ສະເພາະປີ 2022 ໄດ້ຮັບຮອງຄອບຄົວສາມັກຄີ 160.125 ຄອບຄົວ, ບ້ານສາມັກຄີ 1.044 ບ້ານ, ເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ 21 ເມືອງ).

ແຜນວຽກຈຸດສຸມ ປີ 2023 ສນຊ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດຊີ້ນຳ ແລະ ແຜນວຽກທີ່ໄດ້ກຳນົດໃນມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດຂອງລັດຖະບານ, ມະຕິຄົບຄະນະຄັ້ງທີ 4, 5 ແລະ 6 ຂອງຄະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ, ມະຕິ XI ຂອງແນວລາວສ້າງຊາດ. ໃນນີ້ເນື້ອໃນແຜນວຽກທີ່ເປັນໃຈກາງແມ່ນ ແຜນວຽກເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ແຜນວຽກຊົນເຜົ່າ: ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີ ເພື່ອສ້າງສະຕິຊາດທີ່ເປັນເອກະພາບ, ມີຄວາມຖະ ໜອມຫອມຮັກ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຈຶ່ງສາມາດເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໄດ້.

ຂ່າວ: ບຸນຕອມ, ພາບ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments