​         ໃນໄລຍະວັນທີ 3 ຫາ 10 ມັງກອນ 2023 ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ,  ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ KOBAYASHI Kenichi ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ນາງ ເພຍ ຣີແບນໂລ ບະຣິດໂຕ, ຜູ້ຕາງໜ້າ​ອົງການ UNICEF ແລະ ທ່ານ ນາງ Dr Ying-Ru Jacqueline ໄດ້ລົງເຮັດວຽກຢູ່ 4 ​ແຂວງ​ພາກ​ໃຕ້​ຄື: ສາລະ​ວັນ, ​ຈໍາປາ​ສັກ, ເຊ​ກອງ ​ແລະ ອັດ​ຕະປື. ຈຸດປະສົງຂອງການລົງເຮັດວຽກ ຂອງຜູ້ແທນລະດັບສູງຄັ້ງນີ້ແມ່ນແນໃສ່ທົບທວນຄວາມຄືບໜ້າຂອງການຄຸ້ມຄອງການສັກຢາກັນພະຍາດ ຢູ່ເມືອງທີ່ດ້ອຍໂອກາດຂອງ 4 ແຂວງພາກໃຕ້ ຄື: ສາລະ​ວັນ, ​ຈໍາປາ​ສັກ, ເຊ​ກອງ ​ແລະ ອັດ​ຕະປື.

ຈາກນັ້ນ ຄະ​ນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມປຶກສາຫາລືວຽກງານສາທາລະນະສຸກແຂວງສາລະວັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ​ໂດຍການເປັນປະທານຂອງ ທ່ານ ປອ ດຣ.ບຸນແຟງ ພູມມາລາສິດ, ລັດຖະມົນຕີກະຊວງສາທາລະນະສຸກ. ຜູ້ເຂົ້າຮ່ວມກອງປະຊຸມແມ່ນມາຈາກຄະນະກົມອ້ອມຂ້າງກະຊວງສາທາລະນະສຸກ ແລະ ຂະແໜງການສາທາລະນະສຸກ ພາຍໃນແຂວງສາລະວັນ.

ທ່ານ ດຣ ອາຄົມ ລຳວິຈິດ, ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ໄດ້ລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ຂອງການປະຕິບັດວຽກງານສາທາລະນະສຸກແຂວງ. ທ່ານ ໄດ້ລາຍງານການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ກໍ່ຄືສະພາປະຊາຊົນແຂວງຮັບຮອງ. ທ່ານໄດ້ກ່າວວ່າ: ອັດຕາເດັກລຸ່ມ 5 ປີ ນໍ້າ​ໜັກ​ຕໍ່າ​ກວ່າມາດ​ຕະຖານຄາດໝາຍ 2022 (25%), ປະຕິບັດໄດ້ 11 ເດືອນ (12,39 %), ລວງ​ສູງບໍ່​ໄດ້​ມາດ​ຕະ​ຖານຄາດໝາຍ (33%), ປະຕິບັດໄດ້ 18,52 %,  ອັດ​ຕາ​ການ​ຕາຍ​ຂອງ​ເດັກ​ລຸ່ມ 1 ປີ: ຄາດໝາຍ (26/1.000),  ປະຕິບັດໄດ້ 15,12/1.000,  ອັດ​ຕາ​ການ​ຕາຍຂອງ​ເດັກ​ລຸ່ມ 5 ປີ: ຄາດໝາຍ (32/1.000), ປະຕິບັດໄດ້ 19,09/1.000, ອັດ​ຕາ​ສ່ວນການ​ຕາຍ​ຂອງ​ແມ່: ຄາດໝາຍ (120/100.000), ປະຕິບັດໄດ້ 93/100.000,  ອັດ​ຕາ​ການ​ເກີດ​ລູກມີ​ແພດ​: ຄາດໝາຍ (84%), ປະຕິບັດໄດ້ 76,32 %,  ອັດ​ຕາ​ການ​ໃຫ້ວັກຊິນກັນພະຍາດ(Penta3): ຄາດໝາຍ (96%), ປະຕິບັດໄດ້  93,57 % (ຄາດວ່າໝົດປີບັນລຸ 97%), ອັດ​ຕາ​ຊົມ​ໃຊ້ນ້ຳ​ສະ​ອາດ: ຄາດໝາຍ(92%), ປະຕິບັດໄດ້ 94,65 %, ອັດ​ຕາ​ຊົມ​ໃຊ້​ວິດ​ຖ່າຍ: ຄາດໝາຍ (87%),  ປະຕິບັດໄດ້ 79,23% (ໝົດປີຈະບັນລຸ ໃນຕົ້ນເດືອນ 1/2023 ຈະປະກາດ 2 ເມືອງ ເປັນເມືອງຢຸດຕິການຖ່າຍຊະຊາຍ), ອັດຕາການປົກຄຸມດ້ວຍປະກັນສຸຂະພາບ: 100 %,  ອັດ​ຕາ​ການຮັບ​ຮອງບ້ານ​ສາ​ທາ​ລະ​ນະ​ສຸກ​ແບບ​ຢ່າງ: ຄາດໝາຍ(64%), ປະຕິບັດໄດ້ 67,47%. ດ້ານ ວຽກງານສັກຢາປ້ອງກັນພະຍາດໂຄວິດ 19: ເຂັມທີ 1 ປະຕິບັດໄດ້ 81,75%, ເຂັມທີ 2 ປະຕິບັດໄດ້ 68,86% ແລະ  ເຂັມກະຕຸ້ນ 1 ປະຕິບັດໄດ້ 30,66%. ດ້ານການຄວບຄຸມພະຍາດໄຂ້​ຍູງ​ລາຍ ໃນປີ 2022 (ມີການລະບາດ ແຕ່ບໍ່ຮຸນແຮງ), ມີທັງໝົດ 1.445 ກໍລະນີ, ເສຍຊີວິດ 3  ແລະ ກໍລະນີ ແລະ Covid-19 ມີຜູ້ຕິດເຊື້ອ: 4.988 ກໍລະນີ, ຍິງ 2.507 ກໍລະນີ. ເສຍຊີວິດ 23 ກໍລະນີ, ຍິງ 13 ກໍລະນີ ໃນນັ້ນ; ຕິດເຊື້ອໃນຊຸມຊົນ 3.478 ກໍລະນີ, ຍິງ 1.736 ກໍລະນີ, ແຮງງານໍາເຂົ້າ 1.510 ກໍລະນີ, ຍິງ 1.771 ກໍລະນີ.

ໃນວັນດຽວກັນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມໂຮງໝໍຂັ້ນແຂວງ, ສາງເກັບຢາ ແລະ ໂຮງຮຽນແພດສາດແຂວງອີກດ້ວຍ. ຄະນະຜູ້ແທນຍັງຈະໄປຢ້ຽມຢາມໂຮງຫມໍຂັ້ນເມືອງ ໃນບາງເມືອງທີ່ດ້ອຍໂອກາດ ແລະ ຈະໄດ້ພົບປະກັບອຳນາດການປົກຄອງແຂວງ ແລະ ເມືອງ ເພື່ອເຂົ້າໃຈເຖິງສິ່ງທ້າທາຍໃນວຽກງານການສັກຢາກັນ. ຄະນະ​ຜູ້​ແທນ​ຍັງ​ໄດ້​ກວດກາ​ຄືນ​ຄວາມ​ຄືບ​ໜ້າ​ຂອງ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢູ່​ບັນດາ​ແຂວງ ​ໃນ​ນັ້ນ​ມີ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຊ່ວຍ​ເຫຼືອ​ທີ່​ຕ່ຳ.

ໃນໂອກາດການມາຢ້ຽມຢາມ 4 ແຂວງພາກໄຕ້ ຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ຍັງຈະມີການມອບ-ຮັບລົດຂົນສົ່ງວັກຊີນຕູ້ເຢັນ WHO-PQS ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນຜ່ານອົງການ UNICEF ປະຈໍາ ສປປ ສາວ ໃຫ້ພະແນກສາທາລະນະສຸກແຂວງອັດຕະປື ແລະ ແຂວງເຊກອງ ໃນວັນທີ 7 ມັງກອນ 2023. ພາຫະນະຂົນສົ່ງວັກຊີນຕູ້ເຢັນ (RVTV) ເປັນລົດ 4WD (ສີ່ລໍ້) ແລະ ປະກອບມີຕູ້ເຢັນທີ່ຕິດຢູ່ໃນລົດ. RVTV ແມ່ນໃຊ້ສໍາລັບການຂົນສົ່ງທີ່ປອດໄພຂອງວັກຊີນ ທີ່ອຸນຫະພູມລະຫວ່າງ 2-8 °C ແລະ ​ສາ​ມາດ​ເດີນ​ທາງ​ໄກ ແລະ ທຸລະກັນດານ.

LEAVE A REPLY

Please enter your comment!
Please enter your name here