Saturday, September 21, 2024
Homeຂ່າວກິລາແຂວງເຊກອງ ສະຫຼຸບຜົນສຳເລັດການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

ແຂວງເຊກອງ ສະຫຼຸບຜົນສຳເລັດການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

ວັນທີ 31 ທັນວາ 2022 ທີ່ສະໂມສອນເມືອງລະມາມ, ແຂວງເຊກອງໄດ້ຈັດພິທີສະຫຼຸບຜົນສໍາເລັດການສົ່ງນັກກິລາເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຮອງເລຂາພັກແຂວງ-ຮອງເຈົ້າແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນເປັນການແຂ່ງຂັນກິລາພາຍໃນປະເທດ ຊຶ່ງຈັດຂຶ້ນທຸກ 3 ປີ ໂດຍໃນຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຫຼື “ ຊຽງຂວາງເກມ ” ແຂວງເຊກອງ ສົ່ງນັກກິລາເຂົ້າຮ່ວມທັງໝົດ 108 ຄົນ ແຂ່ງຂັນໃນ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະ, ໜ້າກັກ, ຄາລາເຕ້ໂດ້, ມວຍລາວ, ວູຊູ, ດອກປີກໄກ່, ໝາກແລ້, ກັອບ, ເປຕັງ ແລະ ບານສົ່ງຫາດຊາຍ ນໍາໃຊ້ງົບປະມານທັງໝົດ 890 ລ້ານກວ່າກີບ ສາມາດຍາດໄດ້ 4 ຫຼຽນຄໍາ, 9 ຫຼຽນເງິນ ແລະ 13 ຽນທອງ ຈັດຢູ່ອັນດັບທີ 15 ຂອງຕາຕະລາງສະຫຼຸບຫຼຽນລາງວັນ ຈາກທັງໝົດ 22 ພາກສ່ວນ ເຂົ້າຮ່ວມການແຂ່ງຂັນ. ສໍາລັບ 4 ຫຼຽນຄໍາ ໄດ້ຈາກກິລາໝາກແລ້ 1 ຫຼຽນ, ຄາລາເຕ້ໂດ້ 1 ຫຼຽນ, ມວຍລາວ 1 ຫຼຽນ ແລະ ວູຊູ 1 ຫຼຽນ; 9 ຫຼຽນເງິນໄດ້ຈາກແລ່ນ-ລານ 2 ຫຼຽນ, ມວຍລາວ 2 ຫຼຽນ, ວູຊູ 2 ຫຼຽນ, ໜ້າເກັກ 1 ຫຼຽນ, ໝາກແລ້ 1 ຫຼຽນ ແລະ ຄາລາເຕ້ໂດ້ 1 ຫຼຽນ; 13 ຫຼຽນທອງໄດ້ຈາກກິລາບານເຕະຊາຍ 1 ຫຼຽນ, ຄາລາເຕ້ໂດ້ 4 ຫຼຽນ, ມວຍລາວ 1 ຫຼຽນ ແລະ ວູຊູ 7 ຫຼຽນ.

ພ້ອມນີ້, ຍັງໄດ້ມີການມອບໃບຍ້ອງຍໍ, ໃບຊົມເຊີຍ ແລະ ເງິນບໍາເນັດໃຫ້ບັນດາສະຫະພັນ, ຄູຝຶກ ແລະ ນັກກິລາແຕ່ລະປະເພດທີ່ໄດ້ຮັບຫຼຽນໃນການແຂ່ງຂັນໃນງານດັ່ງກ່າວ ແລະ ໄດ້ຮັບຟັງການໂອ້ລົມຈາກທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໂດຍໄດ້ຊີ້ນໍາໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ກໍ່ຄືບັນດາສະຫະພັນກິລາປະເພດຕ່າງໆ ສືບຕໍ່ເອົາໃຈໃສ່ຫຼາຍດ້ານ ເພື່ອເຮັດໃຫ້ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄັ້ງຕໍ່ໄປປະສົບຜົນສໍາເລັດຫຼາຍກ່ວາເກົ່າ ໂດຍສະເພາະການຄັດເລືອກນັກກິລາ ເປົ້າໝາຍຕ້ອງໃຫ້ທົ່ວເຖີງຢູ່ແຕ່ລະຂະແໜງການ ແລະ ແຕ່ລະເມືອງໃນທົ່ວແຂວງ ແລະ ຄັດເອົາແຕ່ຜູ້ທີ່ມີຄວາມສາມາດຢ່າງແທ້ຈິງ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments