Saturday, September 21, 2024
Homeຂ່າວພາຍໃນເລຂາພັກແຂວງເຊກອງ ເນັ້ນໃຫ້ກອງບັນຊາການ ປກຊ ສ້າງພະນັກງານມີຄວາມຮູ້ຄວາມສາມາດ ນໍາພາບັນຊາດີ

ເລຂາພັກແຂວງເຊກອງ ເນັ້ນໃຫ້ກອງບັນຊາການ ປກຊ ສ້າງພະນັກງານມີຄວາມຮູ້ຄວາມສາມາດ ນໍາພາບັນຊາດີ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 30 ທັນວານີ, ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຈົ້າແຂວງເຊກອງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ (ປກຊ) ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບ, ພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດເຮັດໜ້າທີ່ສູ້ລົບເກັ່ງ, ຂົນຂວາຍກໍ່ສ້າງຮາກຖານເກັ່ງ, ເພີ້ມພູນຜະລິດຜົນເກັ່ງ ແລະ ນໍາພາບັນຊາດີມີຄຸນນະພາບ.

ພ້ອມນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ຍັງໄດ້ເນັ້ນໃຫ້ສືບຕໍ່ສືບຕໍ່ສຶກສາອົບຮົມການເເມືອງ-ນໍາພາແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຮັບຮູ້ ແລະ ເຊື່ອມຊືມຕໍ່ແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອແນໃສ່ເຊີດຊູສະຕິຊາດ-ເອກະລາດເປັນເຈົ້ນຕົນເອງ, ສັດຊື່ຕໍ່ປະເທດຊາດ ແລະ ປະຊາຊົນ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງໃນທາງກວ້າງ ແລະ ທາງເລິກ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບວຽກງານ 3 ສ້າງ ແລະ ບ້ານຈຸດສຸມພັດທະນາໃຫ້ມີຄຸນນະພາບ; ປັບປຸງກໍ່ສ້າງກໍາລັງ ໂດຍການຈັດຕັ້ງຝຶກອົບຮົມ-ຫັດແອບຕາມແຜນການໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຊໍານານງານໃນການນໍາໃຊ້ອາວຸດຍຸດໂທປະກອນ, ມີລະບຽບວິໃນ, ມີຄວາມສາມາດສູ້ຮົບ ແລະ ສູ້ຮົບມີໄຊ; ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ມະຕິ X ອົງຄະນະພັກແຂວງ ກໍ່ຄືມະຕິ V ອົງຄະນະພັກກອງບັນຊາການທະຫານແຂວງໃຫ້ເປັນແຜນການລະອຽດ ແລະ ເຂົ້າສູ່ລວງເລິກ; ພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ໃນກົມກອງ, ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີຄວາມຮັດກຸມ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟື່ອຍ ແລະ ຕ້ານການສໍ້ລາດບັງຫຼວງ; ຄົ້ນຄ້ວາ ແລະ ສ້າງແຜນການພັດທະນາເສດຖະກິດ-ສັງຄົມໃຫ້ກົມກອງທະຫານຊາຍແດນສາມາດກຸ້ມຕົນເອງໄດ້ດ້ານໃດດ້ານໜຶ່ງ, ທັງເປັນແບບຢ່າງໃນການພັດທະນາໃຫ້ປະຊາຊົນ, ເປັນກຳລັງແຮງຊຸກຍູ້ການພັດທະນາຊົນນະບົດເຂດຊາຍແດນ; ເພີ່ມທະວີການພົວພັນຮ່ວມມືສາກົນ ໂດຍສະເພາະກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ຕາມບົດບັນທຶກຊ່ວຍຈຳ ກໍ່ຄືມູນເຊື້ອການພົວພັນທີ່ດີຂອງແຂວງ ກັບ ບັນດາແຂວງຊາຍແດນຕິດຈອດຂອງ ສສ ຫວຽດນາມ, ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆ ເພື່ອພັດທະນາກົມກອງໃຫ້ມີໃບໜ້າໃໝ່ເທື່ອລະກ້າວ.

ສະຫາຍເລຂາພັກແຂວງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ຄະນະພັກ-ຄະນະບັນຊາ ກໍ່ຄືພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງຍາດໄດ້ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ແຂວງເຊກອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດືຂຶ້ນເປັນກ້າວໆ.

(ຂ່າວ-ພາບ: ສັນຍາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments