ໃນວັນທີ 11 ພະຈິກ ນີ້ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທິເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແຫ່ງ ຣາຊະອານາຈັກໄທ. ຕາງໜ້າ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ກຽດລົງນາມ ໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຝ່າຍມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແມ່ນ ທ່ານ ສາດສະດາຈານພິເສດ ສຸຣະກຽດ ສະຖຽນໄທ ຮອງປະທານກຳມະການທີ່ປຶກສາ ແລະ ປະທານກຳມະການບໍລິຫານ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແມ່ນມີຈຸດປະສົ່ງ ເພື່ອຮ່ວມມືກັນ ເພື່ອການເຝົ້າລະວັງ ການເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ການພັດທະນາ ແລະ ການຮ່ວມມືສອງຝ່າຍ ໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອເຝົ້າລະວັງ ເຕືອນໄພ ແລະ ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຈາກໄພພິບັດທຳມະຊາດ ແລະ ອື່ນໆ ຊຶ່ງຈຸດປະສົງຫຼັກ ຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນປະກອບດ້ວຍ:

1. ຮ່ວມກັນພັດທະນາລະບົບການເຝົ້າລະວັງ ແລະ ການເຕືອນໄພ ຈາກບັນດາອຸທົກກະໄພ ໃນ ສປປ ລາວ ໃຫ້ຄວມຄຸມພື້ນທີ່ທົ່ວ ສປປ ລາວ ໂດຍຈະດຳເນີນການຕິດຕັ້ງສະຖານີວັດແທກລະດັບນ້ຳ ແລະ ສະພາບອາກາດໂອໂຕມາຕິກ ທັງໝົດຈຳນວນ 9 ສະຖານີ ໃນ 9 ແຂວງທີ່ເຫຼືອຂອງ ສປປ ລາວ ຕະຫຼອດຈົນຈະໄດ້ຮ່ວມກັນສ້າງຕົ້ນແບບສູນຂໍ້ມູນນ້ຳ ແລະ ພູມອາກາດ ເພື່ອໃຊ້ໃນການຕິດຕາມ ແລະ ກຽມຄວາມພ້ອມໃນການຮັບມືໄພພິບັດທາງທໍາມະຊາດ ເພື່ອຜົນປະໂຫຍດຂອງປະຊາຊົນທັງ 2 ປະເທດ.

2. ແບ່ງປັນ, ແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ-ຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ສອດຄ່ອງກັບນິຕິກໍາ, ລະບຽບການ ແລະ ກົດ ໝາຍ ຂອງ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາອຸທົກກະໄພ ທີ່ຈະເຮັດໃຫ້ເກີດປະໂຫຍດສູງສຸດກັບຊີວິດ ແລະ ຊັບສິນຂອງປະຊາຊົນທັງສອງປະເທດ.

3. ຮ່ວມກັນຖ່າຍທອດຄວາມຮູ້ໃຫ້ກັບບຸກຄະລາກອນ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນການເຝົ້າລະວັງປ້ອງກັນໄພ, ການກຽມຄວາມພ້ອມຮັບມື ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ ລະຫວ່າງ ເກີດໄພພິບັດທາງທໍາມະຊາດ.

4. ຮ່ວມກັນໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກປະຊາຊົນຜູ້ປະສົບອຸທົກກະໄພ ໃນ ສປປ ລາວ ໃຫ້ສາມາດດຳລົງຊີວິດເປັນປົກກະຕິ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວນີ້ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແຫ່ງ ຣາຊະອານາຈັກໄທ ກໍຍັງໄດ້ມອບ-ຮັບ ສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດ (ສະຖານີໂທລະມາດ) ຈຳນວນ 11 ສະຖານີຢ່າງເປັນທາງການ ໃຫ້ແກ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນການຕິດຕາມສະພາບອາກາດ, ສະໜອງຂໍ້ມູນ ແລະ ການແຈ້ງເຕືອນໄພລ່ວງໜ້າທາງດ້ານສະພາບອຸຕຸນິຍົມ, ອຸທົກກະສາດ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ກຽມພ້ອມເຝົ້າລະວັງ.

ຂ່າວ: ກຊສ, ພາບ: ພູວຽງຄຳ

LEAVE A REPLY

Please enter your comment!
Please enter your name here