Monday, September 23, 2024
Homeຂ່າວພາຍໃນທ່ານ ບຸນທອງ ຈິດມະນີ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບົວລະພາ

ທ່ານ ບຸນທອງ ຈິດມະນີ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບົວລະພາ

ວັນທີ 10 ພະຈິກ ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະການນຳຂອງແຂວງ, ພະແນກການ, ຄະນະພັກ-ອຳນາດການປົກຄອງເມືອງ, ຕະຫຼອດຮອດພະນັກງານ ທະຫານ-ຕໍາຫຼວດ, ນັກຮຽນ ແລະ ປະຊາຊົນ ເມືອງບົວລະພາ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ບຸນກວ້າງ ແກ້ວບຸນຍົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ບົວລະພາ ໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ທ່ານຮອງປະທານປະເທດພ້ອມດ້ວຍຄະນະໄດ້ຮັບຊາບ, ເມືອງບົວລະພາ ເປັນເມືອງໜຶ່ງໃນ 10 ເມືອງຂອງແຂວງຄຳມ່ວນ ປະກອບ ມີ 73 ບ້ານ, ມີ 11 ກຸ່ມບ້ານ, ມີ 6.479 ຄອບຄົວ, ພົນລະເມືອງ 36.527 ກວ່າຄົນ, ມີ 6 ຈຸດສຸມພັດທະນາ ເປັນເມືອງທີ່ຫ່າງໄກສອກຫຼີກ ເນື່ອງຈາກລະບົບຄົມມະນາຄົມ ຍັງມີຂໍ້ຈໍາກັດຫຼາຍ, ປັດຈຸບັນຍັງມີ ບ້ານທຸກ 49 ບ້ານຕາມການປະເມີນ ດຳລັດ 348/ລບ, ມີຄອບຄົວທຸກຍາກ 2.311 ຄອບຄົວ. ປະຊາຊົນ ປະມານ 90% ຍັງດໍາລົງຊີວິດຕິດພັນກັບກະສິກໍາ, ການຜະລິດຍັງອີງໃສ່ທໍາມະຊາດ, ລະບົບຊົນລະປະທານມີຈໍາກັດ, ເນື້ອທີ່ທຳການຜະລິດສ່ວນຫຼາຍໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຍັງກວມເອົາພື້ນທີ່ 80% ໃນທົ່ວເມືອງ, ດ້ານລາຍຮັບງົບປະມານສາມາດປະຕິບັດໄດ້ທັງໝົດ 1.320 ລ້ານກວ່າກີບ ເທົ່າກັບ 66% ຂອງແຜນປີ, ດ້ານລາຍຈ່າຍງົບປະມານ ເທົ່າກັບ 13.667 ລ້ານກວ່າກີບ ເທົ່າກັບ 91% ຂອງແຜນປີ. ປັດຈຸບັນທົ່ວເມືອງມີໂຄງການລົງທຶນ ທັງໝົດ 45 ໂຄງ ການ, ມີມູນຄ່າອະນຸມັດປີ 2022 ມີ 21,78 ຕື້ກີບ, ໃນນັ້ນມີໂຄງການສືບຕໍ່ 22 ໂຄງການ ມູນຄ່າ 9 ຕື້ກວ່າກີບ, ໂຄງການຊຳລະໜີ້ສິນ 22 ໂຄງການ ມູນຄ່າ 11 ຕື້ກວ່າກີບ, ໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 1,5 ຕື້ກີບ. ຄຽງຄູ່ກັນນັ້ນ ດ້ານວຽກງານພັກ – ພະນັກງານ, ວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນກໍໄດ້ຮັບການເອົາໃຈໃສ່ພັດທະນາເປັນກ້າວໆມາ.

ໃນໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ຍັງໄດ້ໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວທີ່ທາງເມືອງຍາດມາໄດ້ ພ້ອມທັງເນັ້ນໜັກຕໍ່ຄະນະພັກອໍານາດການປົກຄອງເມືອງໃນຫຼາຍບັນຫາໂດຍສະເພາະແມ່ນ ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນພາຍໃນເມືອງໃຫ້ມີຄວາມເຊື່ອມຊຶມຕໍ່ແນວທາງຂອງພັກ, ຂອງລັດ, ກໍຄືຂອງແຂວງ, ເມືອງ, ສຶກສາອົບຮົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສະຕິຕໍ່ສະພາບບັນຫາທີ່ເກີດຂຶ້ນໃນສັງຄົມ, ເປັນຕົ້ນບັນຫາອັດຕາເງິນເຟີ້, ບັນຫານໍ້າມັນ ແລະ ອື່ນໆ. ກ່ຽວກັບວຽກງານພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ສືບຕໍ່ນຳໃຊ້ທ່າແຮງທີ່ມີຂອງເມືອງ, ເສີມຂະຫຍາຍທ່າແຮງດ້ານການປູກ, ການລ້ຽງ, ການບໍລິການ ແລະ ອາຊີບທີ່ຕິດພັນມູນເຊື້ອການທຳມາຫາກິນຂອງປະຊາຊົນພາຍໃນເມືອງ ແລະ ຈັດສັນໃຫ້ຖືກຕ້ອງ, ພ້ອມນັ້ນກໍຕ້ອງສືບຕໍ່ຊຸກຍູ້ແກ້ໄຂດ້ານການສຶກສາ ເພື່ອຫຼຸດຜ່ອນອັດຕາປະລະການຮຽນ ແລະ ຄວາມແຕກໂຕນກັນໃນການເຂົ້າຮຽນ ລະຫວ່າງເພດຍິງ ກັບເພດຊາຍ ເພື່ອໃຫ້ມີຄວາມສະເໝີພາບກັນ, ເອົາໃຈໃສ່ປັບປຸງລະບົບການເມືອງ, ການຈັດຕັ້ງຮາກຖານພັກໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ຄະນະພັກ, ຄະນະນຳ ໃຫ້ສືບຕໍ່ເພີ່ມທະວີການນຳພາໃນທຸກຂົງເຂດ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ເພື່ອພ້ອມກັນພັດທະນາເມືອງບົວລະພາໃຫ້ດີຂຶ້ນໄປເລື້ອຍໆ.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຕະຫຼອງ ເຊິ່ງບ້ານດັ່ງກ່າວ ແມ່ນຊົນເຜົ່າຜູ້ໄທການດຳລົງຊີວິດຕິດພັນກັບທຳມະຊາດ, ມີມູນເຊື້ອດຸໜັ່ນຂະຫຍັນພຽນ, ຍຶດຖືອາຊີບປູກຝັງ – ລ້ຽງສັດ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງເຜົ່າໄດ້ເປັນຢ່າງດີ.

ໃນໂອກາດທີ່ທ່ານຮອງປະທານປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມຄັ້ງນີ້ຍັງໄດ້ນຳເອົາເສື້ອກັນໜາວ, ຜ້າຮົມ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້ເມືອງບົວລະພາ ແລະ ບ້ານຕາຫຼອງອີກດ້ວຍ.

ຂ່າວ-ພາບ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments