ໃນຕອນເຊົ້າຂອງວັນທີ 7 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະ ເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ແຫ່ງ ສະມາພັນທະລັດ ສະວິດ, ນຳໂດຍ ທ່ານ ອັງເດຣອາ ເກເບີ (Andreas Gerber), ຜູ້ຈັດການ ແລະ ຫົວໜ້າທະນາຄານ ວິສາຫະກິດ ແລະ ດຣ. ອົ້ວ ບຸດສ໌ມານ (Dr. Urs Buchmann), ຮອງປະທານ ຂອງ Credit Suisse ປະຈໍາ ເຂດປົກຄອງພິເສດ ຮົງກົງ, ສປ. ຈີນ (Hong Kong) Ltd.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບ ການພາຍໃນປະເທດຂອງຕົນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ສະວິດ ຊຶ່ງເຫັນໄດ້ວ່າ ນັບຕັ້ງແຕ່ ສປປ ລາວ ແລະ ສະມາພັນທະລັດ ສະ ວິດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສອງປະເທດ ໄດ້ມີການພົວພັນຮ່ວມ ມືທີ່ດີນໍາກັນ ແລະ ສືບຕໍ່ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເລື້ອຍໆ, ຊຶ່ງປີ 2023 ນີ້ ແມ່ນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ. ສະວິດ ແລະ ສປປ ລາວ ແມ່ນມີທີ່ຕັ້ງພູມສັນຖານລັກສະນະຄ້າຍຄືກັນ ຄື ເປັນປະເທດທີ່ ບໍ່ມີຊາຍແດນຕິດຈອດກັບທະເລ. ສອງປະເທດ ລາວ ແລະ ສະວິດ ໄດ້ມີການພົວພັນຮ່ວມມືກັນໃນຫຼາຍຂົງເຂດ ທັງໃນຂອງສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງ ສະວິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ນັບແຕ່ປີ 2006-2021 ລວມມູນຄ່າທັງໝົດ 224,6 ລ້ານຝຣັ່ງສະວິດ (ປະມານ 242 ລ້ານໂດລາສະຫະລັດ). ປະຈຸບັນ, ສະວິດ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ສໍາລັບສົກປີ 2022-2025 ມູນຄ່າປະມານ 60 ລ້ານຝຣັ່ງສະວິດ, ໂດຍສຸມໃສ່ 3 ຂົງເຂດ ຄື:

1) ຂົງເຂດພັດທະນາເສດຖະກິດແບບມີສ່ວນຮ່ວມ,

2) ຂົງເຂດການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ

3) ຂົງເຂດການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ, ເຊິ່ງມີເປົ້າໝາຍແນໃສ່ປະກອບສ່ວນເພື່ອຫຼຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການພັດທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດໃນ ສປປ ລາວ.

ພ້ອມກັນນັ້ນ, ຄະນະຜູ້ແທນທະນາຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ແຫ່ງ ສະມາພັນທະລັດ ສະວິດ ໄດ້ມີຄວາມສົນໃຈຂໍຊາບ ກ່ຽວກັບ ການພັດທະນາຂອງ ສປປ ລາວ ເປັນຕົ້ນ ໃນຂະແຫນງການສຶກສາ ກໍ່ຄື ການພັດທະ ນາຊັບພະຍາກອນມະນຸດ, ອຸດສາຫະກຳປຸງແຕ່ງອາຫານໃນຂະແໜງກະສິກຳ ແລະ ອື່ນໆ ເພື່ອສຶກສາຊ່ອງທາງໃນການຂະ ຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ແຈ້ງໃຫ້ຄະນະຜູ້ແທນດັ່ງກ່າວ ຊາບໂດຍຫຍໍ້ ກ່ຽວກັບ ຍຸດທະສາດໄລຍະຍາວຂອງ ສປປ ລາວ ກໍ່ຄື ແຜນການພັດທະນາເສດ ຖະກິດ-ສັງຄົມຂອງລາວ 5 ປີ (2022- 2025) ທີ່ສຸມໃສ່ເສດຖະກິດສີຂຽວ ແລະ ສະອາດເພື່ອແນໃສ່ການພັດທະນາແບບຍືນຍົງ, ເສີມຂະຫຍາຍຂະແໜງການຄ້າ ແລະ ການບໍລິການ, ການລົງທຶນດ້ານກະສິກຳ ຢູ່ ສປປ ລາວ ແລະ ໄດ້ຢ້ຳວ່າ ວຽກງານການພັດທະນາຂະແໜງສຶກສາ ກໍ່ຄື ການພັດທະນາຊັບພະນາກອນມະ ນຸດ ແມ່ນເປັນວຽກບູລິມະສິດຂອງລັດຖະບານລາວ. ນອກຈາກນັ້ນ, ຍັງແຈ້ງໃຫ້ຊາບວ່າ ສປປ ລາວ ແມ່ນຫັນເປັນທັນສະໄໝໂດຍມີການປະຕິຮູບຫັນຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນສູນກາງທາງຜ່ານໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການບໍລິການຕ່າງໆ ຊຶ່ງເປົ້າໝາຍແນໃສ່ເພື່ອໃຫ້ປະ ເທດຊາດຫຼຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາໃນປີ 2026.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ຄະນະຜູ້ແທນ ສະວິດ ຊ່ວຍໂຄສະນາ ແລະ ຊຸກຍູ້ຂົນຂວາຍບັນດານັກທຸລະກິດ ແລະ ນັກທ່ອງທ່ຽວສະວິດ ໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ສືບຕໍ່ຊຸກຍູ້ການພົບ ປະແລກປ່ຽນຂອງຄະນະຜູ້ແທນ ແລະ ຜູ້ປະກອບການ ລະຫວ່າງ ສອງປະເທດ ລາວ-ສະວິດ ຕື່ມອີກ. ພ້ອມທັງ ໄດ້ສະ ແດງຄວາມດີໃຈ ແລະ ຂອບໃຈ ຄະນະຜູ້ແທນດັ່ງກ່າວທີ່ມີຄວາມສົນໃຈມາສຶກສາທີ່ຈະລົງທຶນຢູ່ ສປປ ລາວ.

ສຸດທ້າຍນີ້, ດຣ. ອົ້ວ ບຸດສ໌ມານ ໄດ້ຕາງໜ້າໃຫ້ແກ່ ຄະນະຜູ້ແທນ ທະນາ ຄານສິນເຊື່ອ ແລະ ນັກທຸລະກິດ-ຜູ້ປະກອບການ ສະວິດ ສະແດງຄວາມຂອບໃຈຕໍ່ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຊົມເຊີຍ ທີ່ ສປປ ລາວ ມີແຜນທີ່ຈະນໍາພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here