Sunday, September 22, 2024
Homeຂ່າວຕ່າງປະເທດADB ອະນຸມັດເງິນ 70 ລ້ານໂດລາ ໃຫ້ແກ່ກຳປູເຈຍ ເພື່ອປະຕິຮູບການສຶກສາ

ADB ອະນຸມັດເງິນ 70 ລ້ານໂດລາ ໃຫ້ແກ່ກຳປູເຈຍ ເພື່ອປະຕິຮູບການສຶກສາ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 8 ພະຈິກ ທີ່ຜ່ານມາ, ທະນາຄານພັດທະນາອາຊີ (ADB) ໄດ້ອອກຖະແຫຼງການກ່ຽວກັບການອະນຸມັດເງິນກູ້ຢືມມູນຄ່າ 70 ລ້ານໂດລາ ໃຫ້ແກ່ກຳປູເຈຍ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານພະນົມເປັນ ໃນການເດີນໜ້າປະຕິຮູບໂຄງການສຶກສາທາງວິທະຍາສາດເຕັກໂນໂລຊີ ວິສະວະກຳສາດ ແລະ ຄະນິດສາດ ຫຼື ສະເຕັມ (STEM) ສຳລັບນັກຮຽນ ລະດັບມັດທະຍົມປາຍ.

ໂຄງການດັ່ງກ່າວຈະຊ່ວຍກຳປູເຈຍພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ໂດຍສະເພາະຢ່າງຍິ່ງໃນສາຂາວິທະຍາສາດເຕັກໂນໂລຊີ ວິສະວະກຳສາດ ແລະ ຄະນິດສາດ ຕາມແຜນຍຸດທະສາດຂອງປະເທດ ໃນການປ່ຽນຜ່ານເສດຖະກິດໃຫ້ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ຕັ້ງຢູ່ເທິງພື້ນຖານຄວາມຮູ້. ທ່ານນາງ ລິນເນດ ເປເຣສ ຜູ້ຊ່ຽວຊານດ້ານການສຶກສາຫຼັກຂອງ ADB ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່າວວ່າ: ເນື່ອງຈາກກຳປູເຈຍມີຊ່ອງວ່າງທາງທັກສະ STEM ຫຼາຍ ໂຄງການສະໜັບສະໜູນຈະຊ່ວຍເສີມສ້າງລະບົບການສຶກສາຂອງກຳປູເຈຍຜ່ານການຍົກລະດັບການສຶກສາ STEM ແບບດັ່ງເດີມໃຫ້ເທົ່າທຽມກັບຄວາມຕ້ອງການແຮງງານຄຸນສົມບັດສູງທີ່ເພີ່ມຂຶ້ນ ໂດຍຈະກຳນົດມາດຕະຖານການສຶກສາທີ່ມີຄຸນນະພາບ ສຳລັບໂຮງຮຽນມັດທະຍົມປາຍທຸກແຫ່ງ ຍົກລະດັບສິ່ງອຳນວຍຄວາມສະດວກ ແລະ ການຈັດຫາເຕັກໂນໂລຊີການສຶກສາທີ່ຍັງຂາດແຄນ.

ນອກຈາກນີ້, ແຜນການຍັງຄວບຄຸມເຖິງການປັບປຸງສິ່ງອຳນວຍຄວາມສະດວກຂອງໂຮງຮຽນເຄືອຂ່າຍລະດັບມັດທະຍົມປາຍ 14 ແຫ່ງ ແລະ ໂຮງຮຽນມັດທະຍົມປາຍທົ່ວໄປ 103 ແຫ່ງ ໂດຍປັບປ່ຽນຫ້ອງຮຽນ 3 ຫ້ອງໃນແຕ່ລະໂຮງຮຽນໃຫ້ເປັນ 2 ຫ້ອງຮຽນວິທະຍາສາດ ແລະ 1 ຫ້ອງສະໝຸດ ທີ່ມີອຸປະກອນການສອນ, ໜັງສື, ອຸປະກອນຕົບແຕ່ງ ແລະ ຊັບພະຍາກອນເຕັກໂນໂລຊີທາງການສຶກສາທີ່ຈຳເປັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments