Sunday, September 22, 2024
Homeຂ່າວພາຍໃນອົງການກາແດງລາວ ບໍລິການວ່ອງໄວ-ຈິງໃຈ ໃນງານບຸນນະມັດສະການພະທາດຫຼວງ

ອົງການກາແດງລາວ ບໍລິການວ່ອງໄວ-ຈິງໃຈ ໃນງານບຸນນະມັດສະການພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ຊຶ່ງຈັດໃຫຍ່ກວ່າຊຸມປີຜ່ານມາ ເນື່ອງຈາກ 2 ປີຜ່ານມາ ປະເທດເຮົາປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນ ປີນີ້ ຈຶ່ງຈັດໃຫຍ່ ເພື່ອໃຫ້ມວນຊົນທີ່ອົດກັ້ນມາ 2 ປີ ໄດ້ໄປທ່ຽວຊົມຢ່າງເຕັມທີ່ ແລະ ກໍເປັນໄປຕາມຄາດ, ປີນີ້ ມີມວນຊົນໄປທ່ຽວຊົມຢ່າງຫຼວງຫຼາຍພາຍມາກ ແລະ ເມື່ອມີມວນຊົນໄປທ່ຽວຊົມຈຳນວນຫຼາຍ ແນ່ນອນກໍມັກຈະເກີດອາການອິດເມື່ອຍ, ເປັນວິນວຽນ ແລະ ອາການອື່ນໆ, ດັ່ງນັ້ນ ອົງການກາແດງແຫ່ງ ຊາດລາວ ຈຶ່ງໄດ້ລົງໄປຕັ້ງເຕັ້ນ ເພື່ອບໍລິການປະຊາຊົນດ້ວຍຄວາມຈິງໃຈ ໂດຍພຽງ 4 ວັນ ຄື: 5-8 /11/2022) ສາມາດບໍລິການຮັບໃຊ້ສັງຄົມ ປະຖົມພະຍາບານແກ່ປະຊາຊົນໄດ້ເຖິງ 5 ພັນກວ່າຄົນ.

ທ່ານ ນາງ ສຸລານີ ຈັນສີ ຮອງຜູ້ອໍານວຍການກອງສົ່ງເສີມສຸຂະພາບອົງການກາແດງລາວ ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 8 ພະຈິກ 2022 ວ່າ: ພາລະບົດບາດຂອງອົງການກາແດງລາວ ແມ່ນຖືເອົາການຊ່ວຍເຫຼືອດ້ານມະນຸດສະທໍາເປັນຫຼັກ ຄືຊ່ວຍເຫຼືອເພື່ອນມະນຸດດ້ວຍກັນບໍ່ຫວັງຜົນຕອບແທນ, ວຽກງານທີ່ເຮັດກໍແມ່ນການປະຖົມພະຍາບານ, ກູ້ໄພ, ກູ້ຊີບ ໃນເບື້ອງຕົ້ນ; ສະເພາະງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2022 ອົງການກາແດງ ໄດ້ຕັ້ງເຕັ້ນ-ຫ້ອງເພື່ອບໍລິການສັງຄົມ ຕັ້ງແຕ່ວັນທີ 5-8 /11/2022 ຊຶ່ງສາມາດບໍລິການປະຊາຊົນໄດ້ 5 ພັນກວ່າຄົນ. ສະເພາະທີມງານປະຖົມພະຍາບານແມ່ນມີລົດກູ້ໄພອໍາໂມລັງ ກຽມຄວາມພ້ອມຮັບໃຊ້ຄົນເຈັບເມື່ອເວລາເກີດເຫດສຸກເສີນທຸກໆເວລາ ເປັນຕົ້ນແມ່ນເວລາອິດເມື່ອຍ, ເປັນວິນວຽນ, ຍ່າງລົ້ມ, ເສັນເອັນພິກ ແລະ ອາການຕ່າງໆ ໝາຍຄວາມວ່າອາການເຈັບທີ່ບໍ່ຮຸນແຮງ, ຖ້າຫາກວ່າອາການເຈັບທີ່ຮ້າຍແຮງກໍນໍາສົ່ງໃຫ້ ເຕັ້ນ-ຫ້ອງຂອງແພດທີ່ກ່ຽຂ້ອງ ຫຼື ນໍາສົ່ງໂຮງໝໍ; ຈໍານວນອາສາສະໝັກໄດ້ແບ່ງອອກເປັນຈຸ ເພື່ອຊອກຊ່ວຍເຫຼືອຄົນເຈັບທີ່ບໍ່ສາມາດໄປເຖິງຫ້ອງປະຖົມພະຍາບານ ແລະ ຈໍານວນໜຶ່ງກໍແມ່ນຢູ່ໃນຫ້ອງຂອງກາແດງປະຈໍາ ເພື່ອຮັບໃຊ້ສັງຄົມ ຊຶ່ງຈໍານວນອາສາສະໝັກແຕ່ລະຄົນ ແມ່ນເຮັດວຽກບໍລິການຮັບໃຊ້ສັງຄົມດ້ວຍຄວາມຈິງໃຈ.

ສະເພາະການບໍລິການປີນີ້ ແມ່ນມີ 2 ທີມ ຄື: ໜ່ວຍກູ້ໄພ-ກູ້ຊີບ ແລະ ທີມງານເຮັດວຽກສີຂຽວຮັກສາສິ່ງແວດລ້ອມ ຊຶ່ງກິດຈະກໍາແມ່ນໄດ້ພາອາສາສະໝັກຫຼິ້ນເກມ ຖາມ-ຕອບ ກ່ຽວກັບສະພາບຂອງສິ່ງແວດລ້ອມ ເມື່ອຕອບຖືກກໍຈະມີກະຕິກນໍ້າມອບເປັນຂອງລາງວັນ. ນອກນັ້ນ ທີມງານດັ່ງກ່າວນີ້ ຍັງໄດ້ເລາະເກັບຂີ້ເຫຍື້ອຕື່ມອີກ. ສະເພາະໜ່ວຍງານກູ້ໄພ-ປະຖົມພະຍາບານ ມີຈໍານວນ 45 ຄົນ, ຈໍານວນອາສາສະໝັກສີຂຽວ ມີ 40 ກວ່າຄົນ ໄດ້ຮ່ວມມືກັບອົງການກາແດງສະວິດ.

ທ່ານ ນາງ ສຸລານີ ຈັນສີ ກ່າວຕື່ມວ່າ: ຖ້າຫາກວ່າ ທ່ານໃດຢາກເຂົ້າຮ່ວມໃນວຽກງານ ຫຼື ມີຈິດໃຈຢາກປະກອບສ່ວນອຸປະຖໍາຄໍ້າຊູ ແລະ ສະໜັບສະໜູນອາສາສະໝັກ ກໍສາມາດຕິດຕໍ່ໄດ້ນໍາອົງການກາແດງລາວຕາມໂມງລັດຖະການ ເພາະວ່າການຊ່ວຍເຫຼືອເພື່ອນມະນຸດນັ້ນ ເໝືອນກັບການໄດ້ເຮັດບຸນດ້ວຍເຫື່ອແຮງ, ທຸກໆຄົນສາມາດຮຽນຮູ້ຊ່ວຍເຫຼືອເບື້ອງຕົ້ນ ເພື່ອຫຼຸດຜ່ອນອາການເຈັບ ຫຼື ຫຼຸດຄວາມສ່ຽງການເສຍຊີວິດຂອງຄົນອື່ນໄດ້.

ໂດຍ: ນາງ ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments