Sunday, September 22, 2024
Homeຂ່າວພາຍໃນສວສສຊ ສຳມະນາ “ແມ່ຍິງ ກັບ ການພັດທະນາຄວາມເປັນຜູ້ນຳ”

ສວສສຊ ສຳມະນາ “ແມ່ຍິງ ກັບ ການພັດທະນາຄວາມເປັນຜູ້ນຳ”

ສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ແມ່ຍິງ ກັບ ການພັດທະນາຄວາມເປັນຜູ້ນໍາ” ຂຶ້ນໃນວັນທີ 9 ພະຈິກ ນີ້ ທີ່ຫ້ອງປະຊຸມ ສວສສຊ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ຮອງປະທານ ສວສສຊ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ, ມີຄະນະພັກ-ຄະນະນໍາ ສວສສຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ເອື້ອຍນ້ອງແມ່ຍິງ ສວສສຊ ໂດຍສະເພາະແມ່ນໃນວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ ແລະ ເພື່ອເປັນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ການສຳມະນາຄັ້ງນີ້ ບັນຍາຍໂດຍ ທ່ານ ທອງດີ ພົມມະວົງສາ ຜູ້ອໍານວຍການສູນຝຶກທັກສະ ຊຶ່ງເປັນຜູ້ທີ່ມີຄວາມຊ່ຽວຊານໃນການເວົ້າຕໍ່ໜ້າມວນຊົນ (Public speaking) ແລະ ມີຊື່ສຽງເປັນທີ່ຮູ້ຈັກກັນ ໃນທົ່ວສັງຄົມ; ພ້ອມນັ້ນ, ຍັງໄດ້ຮັບຟັງບັນດາຫົວຂໍ້ຍ່ອຍທີ່ໜ້າສົນໃຈ ເປັນຕົ້ນການພົວພັນປະສານງານ; ການກ້າສະແດງອອກ ແລະ ບຸກຄະລິກ/ພາບລັກຂອງຄວາມເປັນຜູ້ນໍາ; ການຮຽນຮູ້ ເພື່ອເປັນຜູ້ນໍາ ແລະ ທັກສະທີ່ຈໍາເປັນ ສໍາລັບຜູ້ນໍາໃນຍຸກ 4.0; ວິທີການພັດທະນາທັກສະໃຫ້ກາຍ ເປັນຜູ້ນໍາທີ່ສ້າງຜົນງານ ແລະ ສ້າງຄົນ. ນອກຈາກນັ້ນ, ໃນທີ່ປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ແລກປ່ຽນຄໍາຄິດຄໍາເຫັນ ແລະ ຖາມ-ຕອບ ຢ່າງກົງໄປກົງມາອີກດ້ວຍ.

ທ່ານ ກິແກ້ວ ຈັນທະບູຣີ ໄດ້ມີຄຳເຫັນແລກປ່ຽນບາງຈຸດ ແລະ ເນັ້ນບາງບັນຫາສຳຄັນໃຫ້ເອື້ອຍນ້ອງແມ່ຍິງ ສວສສຊ ເອົາໃຈໃສ່ ຊຶ່ງມີເນື້ອໃນບາງຕອນວ່າ: ເຖິງແມ່ນວ່າເຮົາຈະມີຄວາມສາມາດ, ສະຫຼຽວສະຫຼາດພຽງໃດກໍຕາມ… ແຕ່ຖ້າເມື່ອໃດ ເຮົາບໍ່ສາມາດເຮັດໃຫ້ພະນັກງານທີ່ຢູ່ໃຕ້ບັງຄັບບັນຊາຂອງເຮົາ ຮ້ອງເຮົາວ່າ ຫົວໜ້າດ້ວຍຄວາມເຕັມໃຈແລ້ວ ຕໍາແໜ່ງຂອງເຮົາກໍເປັນພຽງສິ່ງສົມມຸດ, ອໍານາດຂອງເຮົາ ກໍເປັນພຽງແສງຫິ່ງຫ້ອຍ; ສະນັ້ນ, ກ່ອນອື່ນໝົດເຮົາຈະຕ້ອງເປັນຄົນມີຄຸນນະທໍາ ແລະ ຮັກແພງຜູ້ໃຕ້ບັງຄັບບັນຊາເທົ້າທຽມກັນ ບໍ່ລໍາອຽງ ໃຫ້ຄວາມກະລຸນາໂອບເອື້ອອາລີ; ບໍ່ໃຫ້ເສັ້ນຜົມບັງພູເຂົາດ້ວຍການເອົາອັກຄະຕິສ່ວນຕົວມາປົນເປກັບວຽກງານ ແຍກແຍະໃຫ້ອອກ ຫຼື ອີກຄວາມໜຶ່ງວ່າຕ້ອງເປັນມືອາຊີບ; ຕ້ອງເປັນຕົວແບບ, ເປັນແບບຢ່າງທີ່ດີ ເຮັດແທ້ທໍາຈິງມີທັດສະນະມະຫາຊົນບໍ່ອວດອົ່ງອາຍາສິດ; ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ໃນວຽກງານທີ່ຕົນເອງຮັບຜິດຊອບ ແລະ ຊີ້ນໍາ ເຂົ້າໃຈໃນສິ່ງທີ່ຕົວເອງຢາກໄດ້ຈາກອ້າຍນ້ອງ ຈຶ່ງສາມາດຊີ້ນໍາໃຫ້ອ້າຍນ້ອງເຮັດໃນສິ່ງທີ່ເຮົາຢາກໄດ້ນັ້ນໃຫ້ເຮົາ; ບໍ່ປະຫຼັກການລວມສູນປະຊາຕິປະໄຕ, ມີແບບແຜນວິທີເຮັດວຽກທີ່ຊັດເຈນ ແລະ ເປັນລະບົບ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments