Home ຂ່າວການເມືອງ ຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນາຍ ແລະ ພົນທະຫານຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນາຍ ແລະ ພົນທະຫານຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

0
486

ໃນວັນທີ 8 ພະຈິກ 2022 ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນາຍ ແລະ ພົນທະຫານ. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ, ມີຄະນະຕິດຕາມຈາກສະພາແຫ່ງຊາດ, ມີຄະນະພັກ-ຄະນະບັນຊາ, ບັນດາສະຫາຍພະນັກງານ-ຄູອາຈານ ພ້ອມດ້ວຍນັກສຶກສາໃນ 44 ຫົວໜ່ວຍທີ່ຂຶ້ນກັບ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຂົ້າຮ່ວມ.

ທ່ານ ນາງ ສົມພຽນ ວົງໄຊ ປະທານຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ໄດ້ຂຶ້ນສະເໜີເອກະສານທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສົມວັນ ທຳມາໄຊ ຮອງປະທານກຳມາທິການ ປກຊ-ປກສ, ສະພາແຫ່ງຊາດ, ຍັງໄດ້ສະເໜີຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງ ປກຊ-ປກສ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.ທັງນີ້, ກໍເພື່ອແນໃສ່ຮັບປະກັນທາງດ້ານຄວາມຮູ້ ແລະ ຄວາມເຂົ້າໃຈຖືກຕ້ອງໃນຫຼາຍບັນຫາທີ່ກ່ຽວຂ້ອງເຖິງສະພາແຫ່ງຊາດ ແລະ ສະພາຂັ້ນນະຄອນຫຼວງວຽງຈັນ ແລະ ຍັງເປັນການລົງພົບປະຢ້ຽມຢາມໃຫ້ຄວາມອົບອຸ່ນ ທັງເປັນການປຸກລະດົມກຳລັງໃຈໃຫ້ແກ່ນາຍ ແລະ ພົນທະຫານ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ກຳລັງປະຕິບັດໜ້າທີ່ສ້າງນາຍທະຫານໃຫ້ແກ່ກອງທັບປະຊາຊົນລາວໃນສົກຮຽນ 2022-2023 ຢ່າງຕັ້ງໜ້າ.

ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດນາຍ ແລະ ພົນທະຫານ ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ ຈົ່ງສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງກອງທັບ, ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງນາຍ ແລະ ພົນທະຫານໃຫ້ຖືເປັນບັນຫາສໍາຄັນໃຈກາງ, ສ້າງຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ ທັງເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ກໍ່ຄືກົດໝາຍຕໍ່ປະຊາຊົນ ແລະ ພ້ອມກັນນຳເອົາບັນດາເນື້ອໃນທີ່ໄດ້ຈັດຕັ້ງເຊື່ອມຊຶມນຳໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງທົ່ວເຖິງເລິກເຊິ່ງ ເພື່ອເປັນພື້ນຖານໃນການນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວິຊາສະເພາະ ກໍ່ຄືນຳໃຊ້ເຂົ້າໃນເອກະສານຄົ້ນຄວ້າການຮຽນ-ການສອນແຕ່ລະເປົ້າໝາຍ ໃນການປະຕິບັດຕົວຈິງຢ່າງມີປະສິດທິຜົນ.

ຂ່າວ-ພາບ: ປູນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here