Saturday, September 21, 2024
Homeຂ່າວການເມືອງ4 ພາກສ່ວນຈັດກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານ ປັບປຸງກົດໝາຍ ໄລຍະ 10 ປີ 2022

4 ພາກສ່ວນຈັດກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານ ປັບປຸງກົດໝາຍ ໄລຍະ 10 ປີ 2022

ວັນທີ 7 ພະຈິກ 2022 ຢູ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານການປະສານງານ ລະຫວ່າງກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ໄລຍະ 10 ເດືອນ ປີ 2022 ໂດຍການເປັນທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍຕາງໜ້າຈາກກຳມະການສະພາແຫ່ງຊາດຊຸດທີ 9, ຈາກອົງການທີ່ກ່ຽວຂ້ອງຂອງກຳມາທິການ ປກຊ – ປກສ ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ມາລາ ວິລະຈິດ ຮອງກຳມາທິການ ປກຊ – ປກສ ສະພາແຫ່ງຊາດ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະສານງານ ທັງ 4 ພາກສ່ວນ ໄລຍະ 10 ເດືອນ ປີ 2022 ໂດຍໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ດ້ານນິຕິບັນຍັດ ໃນໄລຍະ 10 ເດືອນຜ່ານມາໄດ້ສໍາເລັດການຄົ້ນຄ້ວາ ແລະ ນໍາສະເໜີພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈຳນວນ 01 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ທາດລະເບີດ ດ້ວຍຄະແນນສຽງ 97,36%, ໄດ້ປະສານງານ ກັບ ກຳມາທິການກົດໝາຍຂອງສະພາແຫ່ງຊາດ ຕິດຕາມຊຸກຍູ້ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຜັນຂະຫຍາຍມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ, ກະຊວງປ້ອງກັນປະເທດ ມີກົດໝາຍ 05 ສະບັບ, ມີ 4 ກົດໝາຍ ແລະ ມີ 19 ມາດຕາ ຕ້ອງໄດ້ຜັນຂະຫຍາຍ ອອກເປັນນິຕິກຳໃຕ້ກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ມີກົດໝາຍ 08 ສະບັບ, ມີ 28 ມາດຕາ, ນຳເອົາບາງກົດໝາຍຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ທີ່ກ່ຽວພັນເຖິງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ໄປຈັດຕັ້ງເຜີຍແຜ່ແນະນຳໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ສະມາຊິກສະຫະພັນນັກຮົບເກົ່າ ໃນຂັ້ນສູນກາງ ແລະ ກົມກອງຮາກຖານຈຳນວນໜຶ່ງ. ນອກນີ້, 4 ພາກສ່ວນ ໄດ້ມີການປະສານງານອີກຫຼາຍດ້ານ, ດ້ານການຕົກລົງບັນຫາສຳຄັນຟື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການພົວພັນກັບຕ່າງປະເທດ, ດ້ານການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳຕ່າງໆ. ໃນກອງປະຊຸມຕາງໜ້າຄະນະປະສານງານແຕ່ລະພາກສ່ວນ ຍັງໄດ້ພັັດປ່ຽນກັນປະກອບຄຳຄິດຄຳເຫັນເປັນການແລກປ່ຽນ ຖອດຖອນບົດຮຽນ ເພື່ອເຮັດໃຫ້ວຽກງານປະສານງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມກັນ ລະຫວ່າງກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ກັບ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ເພື່ອເປັນບົດຮຽນໃນຕໍ່ໜ້າ ແລະ ຍັງໄດ້ຜ່ານທິດທາງແຜນການ 2 ເດືອນ ທ້າຍປີ 2022

ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ໂອ້ລົມ ຕ້ອງເພີ່ມທະະວີການ ຊີ້ນຳ-ນໍາພາ ຂອງຄະນະປະຈຳສະພາແຫ່ງຊາດ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ. ຕໍ່ວຽກງານປະສານງານ ລະຫວ່າງສະພາແຫ່ງຊາດ ແລະ 3 ອົງການ ຢ່າງໃກ້ສິດຕິດແທດ, ມີທິດຊີ້ນຳ, ສ້າງເງື່ອນໄຂ, ຄະນະປະສານງານແຕ່ລະຝ່າຍ ຕ້ອງເຊື່ອມຊືມກຳແໜ້ນກົດໝາຍທີ່ກ່ຽວຂ້ອງ ພ້ອມນີ້ ສະຫາຍ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດຫຼັກການ, ລະບອບວິທີເຮັດວຽກໃນການປະສານງານທີ່ໄດ້ກຳນົດໄວ້ ຢ່າງເຂັ້ມງວດ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ຄະນະປະສານງານຂອງແຕ່ສະຫາຍໃຫ້ລະອຽດ, ຊັດເຈນ ຈັດຕັ້ງປະຕິບັດໜ້າທີ່ປະສານງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.

ຂ່າວ-ພາບ: ບິກໄຊ-ໄພນາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments