Saturday, September 21, 2024
Homeແຈ້ງການສໍາຄັນສະພາບອາກາດ ປະຈໍາວັນທີ 09 ພະຈິກ 2022

ສະພາບອາກາດ ປະຈໍາວັນທີ 09 ພະຈິກ 2022

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບ ກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະ ເຮັດໃຫ້ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະສືບຕໍ່ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີ ໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 09/11/2022 ເຖິງເວລາ 7:00 ໂມງວັນທີ 10/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-26 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ບາງ ທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-32 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດ ແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-34 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments