ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຮງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ທີ່ພະແນກດັ່ງກ່າວວ່າ: ງານນັດພົບແຮງງານແມ່ນກິດຈະກຳໜຶ່ງຂອງການບໍລິການຈັດຫາງານ ແລະ ເປັນອົງປະກອບໜຶ່ງທີ່ສຳຄັນຂອງວຽກງານແຮງງານ ແລະ ແມ່ນຈຸດເຊື່ອມຕໍ່ການດັດສົມລະຫວ່າງຄວາມຕ້ອງການ ແລະ ການສະ ໜອງແຮງງານ, ຖ້າຫາກການສະໜອງແຮງງານໜ້ອຍກວ່າຄວາມຕ້ອງການ ຈະເຮັດໃຫ້ເກີດບັນຫາການຂາດແຄນແຮງງານ; ພ້ອມດຽວກັນຖ້າຫາກຄວາມຕ້ອງການແຮງງານໜ້ອຍກວ່າການສະໜອງ ກໍຈະເຮັດໃຫ້ເກີດບັນຫາການວ່າງງານ, ໃນເວລາໃດມີການວ່າງງານຫຼາຍ ແລະ ເກີດມີການຂາດແຄນແຮງງານ ຈະພາໃຫ້ມີຜົນກະທົບຕໍ່ການລົງທຶນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລວມເຖິງປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ. ສະນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຍາມໃດກໍໄດ້ຕັ້ງໜ້າສຸມໃສ່ວຽກງານພັດທະນາຊັບພະຍາກອນມະນຸດ, ຖືເອົາການພັດທະນາຄົນເປັນໃຈກາງ ແລະ ການມີວຽກເຮັດງານທຳເປັນບັນຫາສຳຄັນ, ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ, ເພື່ອເຮັດສຳເລັດຕາມຄາດໝາຍດັ່ງກ່າວພວກເຮົາຈຳເປັນຕ້ອງມີການສ້າງກົນໄກການຮ່ວມມື ເພື່ອພັດທະນາສີມືແຮງງານ ແລະ ຈັດຫາງານລະຫວ່າງຂະແໜງການຂອງລັດ, ເອກະຊົນ, ຫົວໜ່ວຍແຮງງານ ພ້ອມທັງສ້າງຄວາມສອດຄ່ອງລະຫວ່າງການສ້າງຕຳແໜ່ງງານວ່າງ ແລະ ການຈັດຫາງານໃຫ້ມີຄວາມເຂັ້ມແຂງ. ຖ້າພວກເຮົາເຮັດໄດ້ແມ່ນຈະສາມາດປະກອບສ່ວນຊຸກຍູ້ໃຫ້ບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (200-2025) ຂອງນະຄອນຫຼວງວຽງຈັນ ກໍຄືການບັນລຸແຜນພັດທະນາສີມືແຮງງານ ແລະ ຈັດຫາງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ.

ທ່ານໃຫ້ຮູ້ຕື່ມວ່າ: ຈຸດປະສົງຂອງການຈັດຕັ້ງຄັ້ງນີ້ແມ່ນ:

1. ເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີທີ່ພົບປະກັນແລ້ວນຳໄປສູ່ການຈັດຫາງານ,

2. ເພື່ອສ້າງເງື່ອນໄຂໃຫ້ແຮງງານທີ່ຕ້ອງການພັດທະນາສີມືແຮງງານສາມາດເຂົ້າເຖິງສະຖາບັນການສຶກສາຕ່າງໆໄດ້ຮັບການຍົກລະດັບສີມືແຮງງານແທດເໝາະຄວາມຕ້ອງການຂອງຕະຫຼາດແຮງງານ,

3. ເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ເປັນການຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນໃຫ້ປະກົດຜົນສຳເລັດຕາມຄາດໝາຍ,

4. ເພື່ອສ້າງເງື່ອນໄຂ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ຕ້ອງການວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານໄດ້ພົບປະກັນ, ລູກຈ້າງໄດ້ມີໂອກາດໂອ້ລົມກັບນາຍຈ້າງໂດຍກົງ ນຳໄປສູ່ການຮັບສະໝັກ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງງານວ່າງທີ່ເໝາະສົມກັບຄວາມຮູ້ຄວາມສາມາດຂອງຜູ້ຊອກວຽກ,

5. ປູກຈິດສຳນຶກໃຫ້ຜູ້ປະກອບການ (ນາຍຈ້າງ) ແລະ ຜູ້ຊອກວຽກເຮັດງານທຳມີຄວາມຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍປ່ຽນແປງໃໝ່ ແລະ ກົດລະບຽບ ກົດໝາຍທີ່ກ່ຽວຂ້ອງກັບວຽກງານໂດຍສະເພາະແມ່ນການຈັດຈ້າງງານ ພ້ອມຮັບຮູ້, ເຂົ້າໃຈພາລະບົດບາດຂອງວຽກງານແຮງງານຫຼາຍຂຶ້ນ.

ອີກດ້ານໜຶ່ງ ງານນັດພົບແຮງງານ ນອກຈາກຈະເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳມາພົບກັນແລ້ວ ຍັງເປັນເວທີການປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານ ເພື່ອຕອບສະໜອງສີມືແຮງງານ ທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກັບຫົວໜ່ວຍທຸລະກິດຕ່າງໆ ທັງຜູ້ປະກອບການພາຍໃນ ແລະ ນັກລົງທຶນຕ່າງປະເທດ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ນະຄອນຫຼວງວຽງຈັນ ກໍຄືປະເທດຊາດ.

ພ້ອມນັ້ນ ກິດຈະກຳພາຍໃນງານຍັງມີການ ລົງທະບຽນຮັບສະໝັກງານ ແລະ ກິດຈະກຳໃຫ້ຂໍ້ມູນຂ່າວສານກ່ຽວກັບການຊອກວຽກເຮັດງານທຳ, ຂໍ້ມູນກ່ຽວການຝຶກອົບຮົມວິຊາຊີບ, ຂໍ້ມູນກ່ຽວກັບການຂະຫຍາຍຕົວຂອງຕະຫຼາດແຮງງານ, ກິດຈະກຳການວາງສະແດງຮູບພາບການເຄື່ອນໄຫວຂອງກິດຈະກຳຂອງຫົວໜ່ວຍແຮງງານໃນໄລຍະທີ່ຜ່ານມາ, ການໂຄສະນາເຜີຍແຜ່ເວັບໄຊ, ການຊອກຫາວຽກເຮັດງານທຳຜ່ານທາງລະບົບອິນເຕີເນັດ, ກິດຈະກຳການຖາມ-ຕອບ ຂອງບັນດາບໍລິສັດທີ່ເຂົ້າຮ່ວມ, ກິດຈະກຳການແຂ່ງຂັນສີມືແຮງງານຂອງນັກຮຽນຈາກສະຖາບັນ, ສູນວິຊາຊີບ (ໃນສາຍອາຊີບ ແກະສະຫຼັກໝາກໄມ້), ສາທິດວິທີການພັບຜ້າເຊັດປາກ ແລະ ເຜີຍແຜ່ການເຂົ້າປະກັນສັງຄົມ.

ຄາດຄະເນຜົນໄດ້ຮັບຈາການຈັດຫາງານ:

ຄາດວ່າຈະມີຜູ້ເຂົ້າຮ່ວມງານທັງໝົດຈຳນວນ 3.000 ຄົນ ມີທັງມາທ່ຽວຊົມ ແລະ ມາລົງທະບຽນສະໝັກງານຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງບູດຮັບສະໝັກງານຈຳນວນ 50 ຫົວໜ່ວຍ ແລະ ມີຕຳແໜ່ງງານວ່າງຫຼາຍກ່ວາ 11.000 ຕຳແໜ່ງ, ຜູ້ຊອກວຽກຈຳນວນ 2.000 ຄົນ ໄດ້ຮັບຂໍ້ມູນຂ່າວສານດ້ານຕະຫຼາດແຮງງານຫຼາຍຂຶ້ນ, ໄດ້ສຳພາດ ແລະ ສົນທະນາກັບຫົວໜ່ວນແຮງງານ ໄດ້ມີໂອກາດເລືອກຫຼາຍປະເພດອາຊີບ ແລະ ມີໂອກາດສູງທີ່ຈະຖືກບັນຈຸເຂົ້າເຮັດວຽກໃນຕຳແໜ່ງງານທີ່ເໝາະສົມ, ຄາດວ່າຈະມີຜູ້ຊອກວຽກ ຜູ້ວ່າງານ ຈຳນວນຫຼາຍກວ່າ 1.000 ຄົນ ເຂົ້າຮ່ວມ.

ງານຕະຫຼາດນັດແຮງງານປີນີ້ຈັດໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ. ວັນເວລາ ແລະ ສະຖານທີ່ຂອງການຈັດງານ: ວັນທີ 17-20 ພະຈິກ 2022 (4 ວັນ) ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

LEAVE A REPLY

Please enter your comment!
Please enter your name here