Sunday, September 22, 2024
Homeສຶກສາການສຶກສາກ່ອນໄວຮຽນ ເປັນຕົວປ່ຽນສຳຄັນຂອງເສັ້ນທາງການສຶກສາ ຂອງເດັກນ້ອຍ

ການສຶກສາກ່ອນໄວຮຽນ ເປັນຕົວປ່ຽນສຳຄັນຂອງເສັ້ນທາງການສຶກສາ ຂອງເດັກນ້ອຍ

ການສຶກສາກ່ອນໄວຮຽນ ໄດ້ຮັບການຍອມຮັບວ່າເປັນເຄື່ອງມືທີ່ສຳຄັນຂອງເສັ້ນທາງການສຶກສາຂອງເດັກ ໂດຍສະເພາະເດັກນ້ອຍທີ່ບໍ່ໄດ້ສື່ສານເປັນພາສາລາວເວລາຢູ່ເຮືອນ ແລະ ເປັນການຊ່ວຍເຫລືອເຂົາເຈົ້າ ໃນການກະກຽມຄວາມພ້ອມທາງດ້ານທັກສະຂັ້ນພື້ນຖານກ່ອນທີ່ຈະເຂົ້າຮຽນຊັັັ້ນປະຖົມສຶກສາ. ໃນວັນທີ 8 ພະຈິກ 2022 ນີ້, ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ແລະ ທ່ານ ນາງ ຄາໂຣລ໌ ມໍເທນຊັນ, ຜູ້ອຳນວຍການ ອົງ ການແພລນສາກົນ ປະຈໍາ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ໂຄງການສົ່ງເສີມການສຶກສາກ່ອນໄວຮຽນ ສໍາລັບເດັກທີ່ເມືອງຮຸນ ແຂວງອຸດົມໄຊ ໄລຍະ 2 ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການແພລນສາກົນຍີ່ປຸ່ນ. ໃນໄລຍະທີ່ຈະຈັດຕັ້ງປະຕິບັດໂຄງການ, ອົງການແພລນສາກົນ ປະຈໍາ ສປປ ລາວ ຈະຈັດຫາ ແລະ ກໍ່ສ້າງຫ້ອງກຽມປະຖົມຫລັງໃໝ່ 4 ແຫ່ງ ທີ່ຈະມີສິ່ງອໍານວຍຄວາມສະດວກ ເຊັ່ນ: ຫ້ອງນໍ້າສໍາລັບນັກຮຽນ ແລະ ນັກຮຽນທີ່ເປັນຄົນພິການ, ພ້ອມດ້ວຍອຸປະກອນການຮຽນ-ການສອນ, ກະດານດຳ, ໂຕະ-ຕັ່ງສຳລັບຄູ, ໂຕະ-ຕັ່ງສຳລັບນັກຮຽນ ແລະ ຕູ້ເກັບມ້ຽນເອກະສານຕ່າງໆ ໂດຍໃຫ້ສອດຄ່ອງຕາມມາດຕະຖານ ຂອງກະຊວງສຶກສາທິການ ແລະ ກິລາ ໃນນັ້ນລວມມີເຄື່ອງຫລິ້ນພາຍໃນ ແລະ ນອກຫ້ອງຮຽນ, ປຶ້ມນິທານ, ອຸປະກອນເສີມພັດທະ ນາການຂອງເດັກ ເຊັ່ນ: ຊິງຊ້າເຫລັກ ແລະ ຕະລູດເຫລັກ ເພື່ອໃຫ້ເດັກໄດ້ອອກກຳລັງກາຍເວລາເລີກຫລິ້ນ.

ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງຈະໄດ້ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງຮຸນ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ແລະ ອໍານວຍການໂຮງຮຽນກ່ຽວກັບວິທີການສິດສອນພາສາລາວແບບເອົາເດັກເປັນໃຈກາງ, ຄວາມສະເໝີພາບທາງເພດ, ການຝຶກອົບຮົມເດັກແບບສ້າງສັນ, ການຄຸ້ມຄອງໂຮງຮຽນ ແລະ ການປ້ອງກັນພະຍາດໂຄວິດ-19 ໃນໂຮງຮຽນບ່ອນທີ່ສ້າງຫ້ອງກຽມປະຖົມ ຈໍານວນ 11 ແຫ່ງ ທີ່ນອນຢູ່ໃນບັນດາບ້ານເປົ້າໝາຍຂອງໂຄງການຢູ່ໃນເມືອງຮຸນ.

ໂຄງການດັ່ງກ່າວ ແມ່ນສອດຄ່ອງກັບບູລິມະສິດຂອງລັດຖະບານ ແລະ ປະກອບ ສ່ວນເຂົ້າໃນການພັດທະນາການສຶກສາໃຫ້ມີປະສິດທິຜົນ ເພື່ອຕອບສະໜອງໃຫ້ແກ່ການກຽມຄວາມພ້ອມຂອງເດັກ ແລະ ປັບປຸງຜົນການຮຽນ ຊຶ່ງຜົນການຮຽນທີ່ດີຈະຊ່ວຍຊຸກຍູ້ໃຫ້ເດັກນ້ອຍສືບຕໍ່ໃນການຮຽນ ແລະ ຈະຊ່ວຍກຽມຄວາມພ້ອມໄດ້ດີຂຶ້ນ ກ່ອນທີ່ພວກເຂົາຈະເຂົ້າຮຽນໃນຊັ້ນປະຖົມ. ນອກຈາກນີ້, ມັນຍັງເປັນການເພີ່ມໂອກາດຄວາມສໍາເລັດໃຫ້ພວກເຂົາສືບຕໍ່ການຮຽນຮູ້ ແລະ ຫລຸດຜ່ອນອັດຕາການປະລະ ຫລື ອອກໂຮງຮຽນ.

ທ່ານ ນາງ ຄາໂຣລ໌ ມໍເທນຊັນ ໄດ້ກ່າວວ່າ “ການສຶກສາ, ລວມທັງການສຶກສາເດັກກ່ອນໄວຮຽນ, ເປັນວຽກງານບູລິມະສິດຂອງລັດຖະບານແຫ່ງ ສປປ ລາວ, ເຖິງຢ່າງໃດກໍຕາມ, ການເຂົ້າເຖິງການສຶກສາກ່ອນໄວຮຽນຂອງເດັກ ຍັງເປັນສິ່ງທ້າທາຍສໍາລັບຫລາຍພື້ນທີ່ ໂດຍສະເພາະແມ່ນພື້ນທີ່ຊົນນະບົດ ແລະ ຫ່າງໄກສອກຫລີກ; ຄຸນນະພາບຂອງການບໍລິການດ້ານການສຶກສາກ່ອນໄວຮຽນແມ່ນຍັງຕໍ່າ ແລະ ມັນໄດ້ສົ່ງຜົນກະທົບທາງກົງກໍ່ໃຫ້ມີຂໍ້ຈຳກັດໃນການປັບປຸງຜົນການຮຽນ, ມີຄວາມແຕກຕ່າງຂອງການພັດທະນາເດັກ ແລະ ສົ່ງຜົນກະທົບຕໍ່ການພັດທະນາປະເທດຊາດໃນອະນາຄົດອັນຍາວນານ.

ເດັກຍິງ ແລະ ເດັກຊາຍຜູ້ທີ່ບໍ່ເວົ້າພາສາລາວເວລາຢູ່ເຮືອນ ເປັນກຸ່ມທີ່ຮຽນບໍ່ທັນໝູ່ເພື່ອນ ແລະ ສື່ສານລຳບາກ ເວລາເຂົ້າຮຽນຊັ້ນປະຖົມສຶກສາ, ຍ້ອນວ່າພາສາລາວເປັນພາສາທາງການ ແລະ ນໍາໃຊ້ໃນການສິດສອນຢູ່ໃນໂຮງຮຽນ. ດັ່ງນັ້ນ, ການສຶກສາກ່ອນໄວຮຽນຈິ່ງເປັນຕົວປ່ຽນທີ່ສຳຄັນຂອງເສັ້ນທາງການສຶກສາຂອງເດັກ.

ຂໍ້ມູນ: ອົງການແພລນສາກົນ ປະຈໍາລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments