ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ລະຫວ່າງກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ແລະ ອົງການປົດຄອງປະຊາຊົນເຂດຢາງພູ ນະຄອນຊຽງໄຮ້ ສປ ຈີນ ຈັດຂຶ້ນໃນວັນທີ 6 ພະຈິກ 2022 ທີ່ຫໍວາງສະແດງນໍາເຂົ້າສາກົນແຫ່ງຊາດຈີນ ໂດຍການຮ່ວມລົງນາມ ລະຫວ່າງ ເຊ ຟ່າງ ຮອງເຈົ້າເມືອງເຂດຢາງພູ ນະຄອນຊຽງໄຮ້ ແລະ ຕາງໜ້າຝ່າຍລາວເຊັນໂດຍ ທ່ານ ຂວັນໃຈ ອ່ຽນສຸທິ ທີ່ປຶກສາທູດເສດຖະກິດ-ການຄ້າລາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ, ທັງນີ້ ກໍເພື່ອສືບຕໍ່ເສີມຂະຫຍາຍໝາກຜົນອັນຫລວງຫລາຍ ຂອງການວາງສະແດງສິນຄ້ານຳເຂົ້າສາກົນຈີນ, ສ້າງເວທີການຮ່ວມມືລະດັບສູງໃນດ້ານເສດຖະກິດ-ການຄ້າ, ຊ່ວຍໃຫ້ນະຄອນຊຽງໄຮ້ ເປັນຈຸດສູນກາງ ທີ່ຮັບໃຊ້ໃຫ້ແກ່ “ໜຶ່ງແລວ-ໜຶ່ງເສັ້ນທາງ”.

ເຂດຢາງພູ ໄດ້ປະຕິບັດຕາມທິດຊີ້ນຳຂອງປະທານ ສີ ຈີ້ນຜິງ ກ່ຽວກັບ “ການສືບຕໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ໜັກແໜ້ນ ບໍ່ສາມາດຕັດແຍກອອກຈາກກັນ” ນຳໃຊ້ເວທີງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ເພື່ອຍົກສູງສາຍພົວພັນການຮ່ວມມືກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຢ່າງຮອບດ້ານ ໃນການປະສານສົມທົບ, ປຶກສາຫາລືກັນຢ່າງສະໜິດແໜ້ນ, ຮ່ວມມືກັນຢ່າງເລິກເຊິ່ງ.

ຜົນສຳເລັດ ໃນການລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນການດຳ ເນີນການຕາມ “ສັນຍາຄູ່ ຮ່ວມມື ເສດຖະກິດພາກພື້ນຮອບດ້ານ” (RCEP). ການດຳເນີນການຕາມ RCEP ໄດ້ກະຕຸ້ນຄວາມຄາດຫວັງ ຂອງບັນດາປະເທດອາຊຽນ ໃນການແບ່ງປັນຜົນສຳເລັດຂອງການພັດທະນາ ແລະ ເປີດກ້ວາງຂອງຈີນ, ລວມທັງ ຄວາມຄາດຫວັງ ໃນການເພີ່ມທະວີການຮ່ວມມືໃນການສ້າງ “ໜຶ່ງແລວ-ໜຶ່ງເສັ້ນ ທາງ”. ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໂດຍພື້ນຖານແລ້ວ ກໍແມ່ນການປະຕິບັດງານຕົວຈິງຂອງເຂດຢາງພູ ເພື່ອຮັບໃຊ້ນະຄອນຊຽງໄຮ້ ແລະ ນະຄອນຊຽງໄຮ້ ຮັບໃຊ້ໃຫ້ແກ່ທົ່ວປະເທດຈີນ, ຊຶ່ງສະໜອງເວທີອັນໃໝ່ ແກ່ນະຄອນຊຽງໄຮ້ ໃນການສ້າງຈຸດສູນກາງຂອງຕະຫລາດທົ່ວປະເທດ ທີ່ເອກະພາບ ແລະ ການເຊື່ອມໂຍງທາງດ້ານຍຸດທະສາດລະຫວ່າງ ການໝູນວຽນແບບຄູ່ ພາຍໃນ ແລະ ຕ່າງປະ ເທດ, ພ້ອມທັງສ້າງແນວທາງປະຕິບັດໃໝ່ໃຫ້ ແກ່ນະຄອນຊຽງໄຮ້ ເປັນຈຸດສູນກາງ ທີ່ຮັບໃຊ້ໃຫ້ແກ່ “ໜຶ່ງແລວ-ໜຶ່ງເສັ້ນທາງ”, ພ້ອມດຽວກັນນັ້ນ ຍັງໄດ້ສະໜອງ “ແນວ ທາງຂອງຢາງພູ” ໃນການລົງເລິກຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ແລະ RCEP ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຊຶ່ງຈະສະແດງໃຫ້ເຫັນເຖິງບົດບາດການເປັນແບບຢ່າງ ແລະ ການນຳພາ ອີກດ້ວຍ.

ທາງລົດໄຟ ຈີນ-ລາວ ສາມາດກາຍເປັນຂົວເຊື່ອມຕໍ່ອັນສຳຄັນ ທີ່ມີທ່າແຮງໃນການເຊື່ອມໂຍງນະຄອນຊຽງໄຮ້ ກັບ ສປປ ລາວ, ເຮັດໃຫ້ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຂອງ ສປປ ລາວ ສາມາດຂົນສົ່ງມາເຖິງນະຄອນຊຽງໄຮ້ ພາຍໃນ 24 ຊົ່ວໂມງໄດ້ກາຍເປັນຄວາມຈິງ, ທັງເຮັດໃຫ້ທ່າແຮງດ້ານອຸດສາຫະກຳ, ເງິນທຶນ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ອື່ນໆ ຂອງກຸ່ມຕົວເມືອງ “ສາມຫລ່ຽມປາກແມ່ນ້ຳຢາງຊີ” ຊຶ່ງນຳໜ້າໂດຍຊຽງໄຮ້ ໄດ້ມີຊ່ອງທາງກ້າວອອກໄປສູ່ສາກົນ.

ຂໍ້ມູນ: ກົມສົ່ງເສີມການຄ້າ ກະຊວງ ອຄ

LEAVE A REPLY

Please enter your comment!
Please enter your name here