Sunday, September 22, 2024
Homeຂ່າວຕ່າງປະເທດສປ ຈີນ-ສິງກະໂປ ເພີ່ມທະວີການຮ່ວມມືດ້ານການຄ້າດີຈີຕອນ

ສປ ຈີນ-ສິງກະໂປ ເພີ່ມທະວີການຮ່ວມມືດ້ານການຄ້າດີຈີຕອນ

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ເວທີ ປຶກສາຫາລືການປະດິດສ້າງໃໝ່ດ້ານການຄ້າ ການບໍລິການໃນການຮ່ວມມື ສປ ຈີນ ​ແລະ ສິງກະໂປ ທີ່ເປັນພາກສ່ວນໜຶ່ງໃນເວທີປຶກສາຫາລືເສດຖະກິດສາກົນຫົງສຽວ ຄັ້ງທີ 5 ໄດ້ຈັດຂຶ້ນ ຢູ່ນະຄອນຊູ່ໂຈ່ ແຂວງຈ່ຽງຊູ່ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້. ສຳລັບການຄ້າການບໍລິການ ແລະ ການຄ້າດີຈີຕອນພວມກາຍເປັນຫົວຈັກໃໝ່ ສຳລັບການເຕີບໂຕດ້ານການຄ້າຂອງໂລກ. ກອງປະຊຸມເວທີປຶກສາຫາລືຄັ້ງນີ້ມີຫົວຂໍ້ຫລັກວ່າ: ການນຳໃຊ້ເຕັກນິກດີຈີຕອນທົ່ວໄປ ແມ່ນແຮງຂັບເຄື່ອນໃໝ່ ສຳລັບການຄ້າການບໍລິການຂອງໂລກ, ຊ່ຽວຊານນັກວິຊາການ ແລະ ຜູ້ຕາງໜ້ານັກທຸລະກິດໄດ້ລົງເລິກຄົ້ນຄວ້າປຶກສາຫາລືໂດຍປີ່ນອ້ອມປະເດັນຮ້ອນຕ່າງໆ ເຊັ່ນ: ການສ້າງເຂດທົດລອງການຄ້າເສລີ, ການ ຮ່ວມມືດ້ານການຄ້າດີຈີຕອນລະຫວ່າງ ສປ ຈີນ-ສິງກະໂປ, ເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການ, ການເຄື່ອນໄຫວຂ້າມຊາດຂອງຂໍ້ມູນຂ່າວສານ ແລະ ອື່ນໆ ເພື່ອຊຸກຍູ້ການຄ້າການບໍລິການໃຫ້ພັດທະນາຢ່າງມີຄຸນນະພາບສູງ. ຂະນະ​ທີ່ໂຄງການຮ່ວມມື ສປ ຈີນ ​ແລະ ສິງກະໂປ ຈຳນວນໜຶ່ງໄດ້ບັນລຸເຖິງຂັ້ນເຊັນສັນຍາ, ໂດຍພົວພັນເຖິງການຄ້າ ສາກົນ, ການຈໍລະຈອນສິນຄ້າສາກົນ, ເສດຖະກິດສີຂຽວ, ການລົງທຶນດ້ານການເງິນ, ການປິ່ນປົວ ແລະ ບຳລຸງສຸຂະພາບ ແລະ ຂົງເຂດອື່ນໆ. ໂຄງການເຫລົ່ານີ້ຈະເສີມຂະຫຍາຍທ່າແຮງການຮ່ວມມືລະຫວ່າງ ສປ ຈີນ ​ແລະ ສິງກະໂປ, ເຕົ້າໂຮມ ແລະ ຈັດສັນຊັບພະຍາກອນດ້ານການປະດິດສ້າງໃໝ່ໃນຂອບເຂດທົ່ວໂລກ, ຮ່ວມມືສຸດຂີດເພື່ອຊຸກຍູ້ອຸດສາຫະກຳ ທີ່ມີ ການປະດິດສ້າງໃໝ່ ແລະ ພັດທະນາເປັນກຸ່ມໃນສະໄໝເສດຖະກິດດີຈີຕອນ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດ ປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments