ໃນໂອກາດເດີນທາງຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກໍາ ແລະ ການຄ້າ ອານບາ (ALBA Industrial and Commercial Zone) ໃນວັນທີ 2 ພະຈິກ 2022 ເພື່ອຖອດຖອນເອົາບົດຮຽນທີ່ດີ ໃນການສ້າງເຂດອຸດສາຫະກໍາ ຂອງ ຮົງກາຣີ.

ເຂດອຸດສາຫະກໍາ ແລະ ການຄ້າ ອານບາ ແມ່ນເຂດອຸດສາຫະກໍາທີ່ຖືກສ້າງຕັ້ງຂຶ້ນເປັນແຫ່ງທໍາອິດຂອງ ຮົງກາຣີ ຕັ້ງຢູ່ຈຸດຍຸດທະສາດຂອງເສັ້ນທາງແຫ່ງການເຊື່ອມໂຍງກັບປະເທດຕ່າງໆໃນພາກພື້ນ ແລະ ເປັນເຂດອຸດສາຫະກໍາ ທີ່ມີຄວາມທັນສະໄໝ, ມີຊື່ສຽງໃນລະດັບແຖວໜ້າ ໃນຈໍານວນຫຼາຍກ່ວາ 270 ເຂດອຸດສາຫະກໍາ ຂອງ ຮົງກາຣີທີ່ມີຢູ່ໃນປັດຈຸບັນ ແລະ ໄດ້ດໍາເນີນກິດຈະການມາຫຼາຍກ່ວາ 20 ປີ, ມີ 49 ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ກໍາລັງດໍາເນີນທຸລະກິດຢູ່ໃນເຂດອຸດສາກະກໍາດັ່ງກ່າວ ໃນຂົງເຂດການຜະລິດ ເຄື່ອງອິເລັກໂຕຼນິກຂະໜາດນ້ອຍ, ເຄື່ອງກົນຈັກ, ຜະລິດຕະພັນເຫຼັກ, ອຸດສາຫະກໍາພລາສະຕິກ ແລະ ໂລຈິສຕິກ (ລະບົບການຂົນສົ່ງ) ຊຶ່ງມີການຈ້າງງານຫຼາຍກ່ວາ 1.100 ຄົນ. ຜະລິດຕະພັນຂອງບັນດາບໍລິສັດທີ່ຕັ້ງຢູ່ໃນເຂດອຸດສາຫະກໍາດັ່ງກ່າວເປັນຜະລິດຕະພັນທີ່ຕອບສະໜອງໃຫ້ແກ່ຕ່ອງໂສ້ຂອງການຜະລິດຂອງບັນດາບໍລິສັດ ໃນເຂດອຸດສາຫະກໍາຕ່າງໆ ຂອງ ຮົງກາຣີ ແລະ ຕອບສະໜອງໃຫ້ແກ່ລູກຄ້າຢູ່ຕ່າງປະເທດ.

ເຂດອຸດສາຫະກໍາ ອານບາ ແມ່ນດໍາເນີນການໂດຍບໍລິສັດເອກະຊົນ, ປັດຈຸບັນກໍາລັງດໍາເນີນການຂະຫຍາຍເຂດພື້ນທີ່ເຂດອຸດສາຫະກໍາ ໃນໄລຍະທີ່ 4, ສາມາດດຶງດູດຜູ້ມາລົງທຶນທີ່ມີຊື່ສຽງ, ຄວາມໜ້າເຊື່ອຖື ແລະ ບໍລິການທີ່ດີແບບມືອາຊີບ, ຊ່ວຍເຫຼືອຜູ້ມາລົງທຶນໃໝ່ ໃຫ້ສາມາດດໍາເນີນຂັ້ນຕອນການຈັດຊຶ້ທີ່ດິນ ໃນເຂດອຸດສາຫະກຳ, ປຸກສ້າງອາຄານໂຮງຈັກໂຮງງານ ດ້ວຍຄວາມວ່ອງໄວ, ລວມທັງຊອກຮູ້ບັນຫາຂອງລູກຄ້າ ແລະ ແກ້ໄຂບັນຫາກັບລູກຄ້າດ້ວຍຄວາມໂປ່ງໃສ, ຊ່ວຍຊອກຫາລູກຄ້າ ແລະ ສ້າງເຄືອຂ່າຍໃຫ້ແກ່ບັນດາບໍລິສັດຜູ້ມາລົງທຶນ, ຈັດການຝຶກອົບຮົມ ແລະ ສະໜອງແຮງງານຕາມຄວາມຕ້ອງການຂອງບໍລິສັດ. ເຂດອຸດສາຫະກໍາດັ່ງກ່າວ ປຽບເໝືອນເປັນ ມະຫາວິທະຍາໄລທາງດ້ານເຕັກນິກ ເນື່ອງຈາກໄດ້ມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນການສຶກສາພາຍໃນປະເທດ ໃນການສຶກສາຕະຫຼາດ, ການຄົ້ນຄ້ວາວິໄຈເຕັກໂນໂລຊີ ແລະ ການຄົ້ນຄວ້າຜະລິດຕະພັນໃໝ່ໆ ເພື່ອສະເໜີໃຫ້ແກ່ບໍລິສັດລູກຄ້າຂອງຕົນນໍາໄປຜະລິດອອກຮັບໃຊ້ສັງຄົມ.

ໃນວຽກງານການດຶງດູດຜູ້ມາລົງທຶນໄດ້ຄັດເລືອກເອົາແຕ່ບໍລິສັດທີ່ມີຄວາມໜ້າເຊື່ອຖື ແລະ ບໍລິສັດທີ່ຈະບໍ່ມາເປັນຄູ່ແຂ່ງ ຫຼື ອາດມາທໍາລາຍບໍລິສັດທີ່ມາລົງທຶນກ່ອນແລ້ວ. ໃນຈໍານວນ 270 ກ່ວາເຂດອຸດສາຫະກໍາ ຂອງຮົງກາຣີ ແມ່ນໄດ້ມີການແບ່ງຂົງເຂດຈຸດສຸມໃນການດໍາເນີນທຸລະກິດ ເພື່ອຫຼີກລຽງ ການແຂ່ງຂັນໃນການທໍາລາຍຊຶ່ງກັນ ແລະ ກັນ. ນອກນັ້ນ, ບັນດາເຂດເສດຖະກິດເຫຼົ່ານີ້ ຍັງໄດ້ຕັ້ງເປັນສະມາຄົມ, ມີການວາງລະບຽບຫຼັກການ ແລະ ມີການປະຊຸມປຶກສາຫາລື ໃນວຽກງານຕ່າງໆທີ່ປິ່ນອ້ອມ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຂດອຸດສາຫະກໍາ ແລະ ການຄ້າ ໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆຮ່ວມກັນ.

ສິ່ງສໍາຄັນອັນໜຶ່ງ, ກ່ອນຈະມີການສ້າງຕັ້ງເຂດອຸດສາຫະກໍາໃດໜຶ່ງ ແມ່ນໄດ້ມີການສຶກສາຄົ້ນຄວ້າຢ່າງພາວະວິໄສ ແລະ ການກໍ່ສ້າງໂຄງລ່າງພື້ນຖານຢູ່ໃນເຂດອຸດສາຫະກໍາ ແມ່ນດໍາເນີນການກໍ່ສ້າງເປັນແຕ່ລະໄລຍະ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງລູກຄ້າ ທີ່ລົງທະບຽນເພື່ອດໍາເນີນທຸລະກິດ.

ຂ່າວ: ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here