Monday, September 23, 2024
Homeຂ່າວຕ່າງປະເທດສື່ມວນຊົນລາວ ສຳເລັດການເຂົ້າຮ່ວມໂຄງການສຶກສາການພັດທະນາຂອງ ສປ ຈີນ ແລະ ການແລກປ່ຽນດ້ານສື່ມວນຊົນ

ສື່ມວນຊົນລາວ ສຳເລັດການເຂົ້າຮ່ວມໂຄງການສຶກສາການພັດທະນາຂອງ ສປ ຈີນ ແລະ ການແລກປ່ຽນດ້ານສື່ມວນຊົນ

ສື່ມວນຊົນຕ່າງປະເທດ ຈໍານວນ 40 ຄົນ ຈາກອາຊີ-ປາຊີຟິກ ແລະ ອາຟຣິກາ ໃນນີ້ ມີສື່ມວນຊົນຈາກ ສປປ ລາວ 3 ຄົນ ຄື: ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ສໍານັກຂ່າວສານປະເທດລາວ ແລະ ໜັງສືພິມກອງທັບ ພາກສ່ວນລະ 1 ຄົນ ໄດ້ສຳເລັດເຂົ້າຮ່ວມໂຄງການສຶກສາການພັດທະນາຂອງ ສປ ຈີນ ແລະ ການແລກປ່ຽນດ້ານສື່ມວນຊົນ ທີ່ຈັດຕັ້ງປະຕິບັດຮ່ວມກັນລະຫວ່າງ ໂຮງຮຽນສື່ມວນຊົນ ແລະ ການສື່ສານຂອງມະຫາວິທະຍາໄລ ເຫຼິນໝິງ ( Renmin University ) ແລະ ສູນຂ່າວສາກົນແຫ່ງປະເທດຈີນ ຂອງກະຊວງການຕ່າງປະເທດຈີນ.

ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃນທຸກປີ ໃນໄລຍະເວລາ 8 ປີຜ່ານມາ ໂດຍສະເພາະໃນປີນີ້ ໂຄງການ ໄດ້ເລີ່ມເຄື່ອນໄຫວມາແຕ່ເດືອນກໍລະກົດຫາເດືອນຕຸລາ 2022 ຜ່ານມາ ໂດຍມີຈຸດປະສົງເພື່ອເຮັດໃຫ້ສື່ມວນຊົນຕ່າງປະເທດທີ່ເຂົ້າຮ່ວມໂຄງການມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ສປ ຈີນ ທັງທາງດ້ານການພັດທະນາເສດຖະກິດ-ສັງຄົມ ກໍຄືນະໂຍບາຍການຕ່າງປະເທດຂອງ ສປ ຈີນ ໂດຍຜ່ານການບັນຍາຍໃນຫຼາຍຫົວຂໍ້ທີ່ສໍາຄັນຈາກອາຈານທີ່ມາຈາກມະຫາວິທະຍາໄລ ເຫຼິນໝິງ ເພື່ອໃຫ້ມີການແລກປ່ຽນບົດຮຽນຮ່ວມກັນກັບສື່ມວນຊົນຕ່າງປະເທດ.

ທ່ານ ຫລຸຍ ຢູຕົງ ທີ່ປຶກສາ ກົມຂໍ້ມູນຂ່າວສານ ກະຊວງການຕ່າງປະເທດຈີນ ໄດ້ມີຄຳເຫັນໃນພິທີປີດໂຄງການດັ່ງກ່າວ ທີ່ຈັດຂຶ້ນໃນວັນທີ 31 ຕຸລາ 2022 ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ເຊິ່ງທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການທີ່ໄດ້ເຄື່ອນໄຫວເຮັດວຽກຮ່ວມກັນກັບມະຫາວິທະຍາໄລ ເຫຼິນໝິງ ຈະເຮັດໃຫ້ບັນດາສື່ມວນຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ຖືກຕ້ອງກ່ຽວກັບ ສປ ຈີນ ເພື່ອໄປເຜີຍແຜ່ໃຫ້ປະຊາຊົນພາຍໃນປະເທດຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສປ ຈີນ ຢ່າງຖືກຕ້ອງ ແລະ ເລິກເຊິ່ງກວ່າເກົ່າ ເຊັ່ນດຽວກັນ ກົມຂໍ້ມູນຂ່າວສານໄດ້ກາຍເປັນໃຈກາງໃນການແລກປ່ຽນຄຳຄິດຄຳເຫັນລະຫວ່າງປະຊາຊົນຈີນ ແລະ ປະຊາຊົນຈາກຂົງເຂດຕ່າງໆໃນທົ່ວໂລກ ການປະຕິບັດໜ້າທີ່ຂອງສື່ມວນຊົນດັ່ງກ່າວຖືເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຈີນ ແລະ ປະເທດຕ່າງໆ ກໍຄື ບັນດາປະເທດຂອງສື່ມວນຊົນຕ່າງປະເທດທີ່ເຂົ້າຮ່ວມໂຄງການໃນຄັ້ງນີ້.

ສ່ວນ ສາດສະດາຈານ ຫູ ໄບຈິງ ຮອງອະທິການບໍດີມະຫາວິທະຍາໄລ ເຫຼິນໝິງ ກ່າວວ່າ: ສື່ມວນຊົນມີບົດບາດສຳຄັນໃນການນຳສະເໜີ ສິດສຽງ ຄຳຄິດຄຳເຫັນຂອງ ສປ ຈີນ ອອກມາເຜີຍແຜ່ສູ່ຊາວໂລກ ໃນຂະນະດຽວກັນ ສປ ຈີນ ຕ້ອງການຈະແບ່ງປັນສິ່ງທີ່ເປັນລັກສະນະພິເສດຂອງຕົນ ແລະ ບົດຮຽນໃນການຫັນເປັນທັນສະໄໝຂອງຕົນໃຫ້ແກ່ຊາວໂລກໄດ້ຮັບຮູ້.

ສໍາລັບມະຫາວິທະຍາໄລ ເຫຼິນໝິງ (RUC) ເປັນມະຫາວິທະຍາໄລທີ່ຈັດຢູ່ໃນລະດັບ A ໃນ ສປ ຈີນ ຕັ້ງຢູ່ໃນນະຄອນຫຼວງປັກກິ່ງ ມີການຮຽນ-ການສອນ ໃນຫຼາຍສາຂາວິຊາ ມີນັກສຶກສາທັງພາຍໃນ ແລະ ຕ່າງປະເທດເຂົ້າສຶກສາຈໍານວນຫຼາຍໃນແຕ່ລະປີ ຂະນະດຽວກັນ ທາງມະຫາວິທະຍາໄລຍັງໄດ້ໃຫ້ທຶນການສຶກສາໃນລະດັບຕ່າງໆແກ່ນັກສຶກສາຕ່າງປະເທດຈໍານວນບໍ່ໜ້ອຍໃນແຕ່ລະປີເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments