Sunday, September 22, 2024
Homeຂ່າວພາຍໃນຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ (IMCWP) ຄັ້ງທີ 22 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີກັບກູບາ ແລະ ປະຊາຊົນທັງໝົດທີ່ກຳລັງຕໍ່ສູ້, ເປັນເອກະພາບກັນ ເຮັດໃຫ້ພວກເຮົາເຂັ້ມແຂງຂຶ້ນໃນການຕໍ່ສູ້ຕ້ານລັດທິຈັກກະພັດ, ຮ່ວມກັບຂະບວນການສັງຄົມ ແລະ ປະຊາຊົນ ໃນການປະເຊີນໜ້າກັບ ລັດທິທຶນນິຍົມ ແລະ ນະໂຍບາຍຂອງພວກເຂົາ, ໄພຂົ່ມຂູ່ຂອງລັດທິຟາດຊິດ ແລະ ສົງຄາມ; ໃນການປົກປ້ອງສັນຕິພາບ, ສິ່ງແວດລ້ອມ, ສິດທິຂອງກຳມະກອນ, ຄວາມສາມັກຄີ ແລະ ສັງຄົມນິຍົມ”, ພາຍໃຕ້ຄຳຂັວນ “ສາມັກຄີກັນ ພວກເຮົາເຂັ້ມແຂງຂຶ້ນ” ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 27-29 ຕຸລາ 2022 ທີ່ນະ ຄອນຫຼວງລາຮາວານ ສ ກູບາ ໂດຍການເປັນເຈົ້າພາບຂອງພັກກອມມູນິດກູບາ ແລະ ມີຄະນະຜູ້ແທນຈາກບັນດາພັກກອມມູນິດ ແລະ ກໍາມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ຈຳນວນ 142 ທ່ານ ທີ່ມາຈາກ 73 ພັກການເມືອງ ຈາກ 57 ປະເທດ ເຂົ້າຮ່ວມ.

ກອງປະຊຸມສາກົນພັກກອມມູນິດ ແລະ ກຳມະກອນ ແມ່ນກົນໄກການພົບປະທີ່ສຳຄັນຂອງພັກກອມມູນິດ ແລະ ກຳມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ຊຶ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ພາຍໃຕ້ຫົວຂໍ້ກອງປະຊຸມດັ່ງກ່າວ ໃນການຕໍ່ສູ້ຕ້ານລັດທິເສລີນິຍົມແບບໃໝ່, ຊອກຫາຮູບແບບໃໝ່ຂອງການພັດທະນາທີ່ສົມດຸນ, ມີຄວາມຍຸຕິທໍາໃນສັງຄົມ, ເສີມຂະຫຍາຍການຮ່ວມມື ລະຫວ່າງ ພັກກອມມູນິດ ແລະ ກໍາມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ເພື່ອປົກປ້ອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວຜູ້ອອກແຮງງານໃນທົ່ວໂລກ. ກອງປະຊຸມຍັງໄດ້ຕີລາຄາສູງຜົນສຳເລັດຂອງການປະຕິວັດກູບາວິລະຊົນ ທີ່ນຳໂດຍສະຫາຍ ຟີແດນ ກາດສະໂຕຼ ຣູດສ ອະດີດຜູ້ນໍາການປະຕິວັດກູບາ ແລະ ໄດ້ສະແດງຄວາມສາມັກຄີ ຮຽກຮ້ອງໃຫ້ພວກຈັກກະພັດຍົກເລີກການຂວໍ້າບາດ ຕໍ່ ກູບາ ທີ່ຍາວນານກວ່າ 60 ປີ.

ໃນກອງປະຊຸມ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຂອງສະພາບການພາກພື້ນ ແລະ ສາກົນ ໄລຍະໃໝ່ ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນໂລກ ກໍຄື ການເຄື່ອນໄຫວຂອງບັນດາພັກກອມມູນິດ, ພັກກໍາມະກອນ, ພັກຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ; ສະພາບການດັ່ງກ່າວຮຽກຮ້ອງໃຫ້ບັນດາພັກກອມມູນິດ, ພັກກຳມະກອນ ແລະ ກຳລັງຝ່າຍຊ້າຍ ສາມັກຄີກັນເຂົ້າເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ; ຍົກໃຫ້ເຫັນບົດຮຽນ ແລະ ຜົນສໍາເລັດພາຍໃຕ້ການນຳພາ-ຊີ້ນຳຂອງ ພັກປະຊາຊົນ ປະຕິວັດລາວ ໃນພາລະກິດປະຕິວັດຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດແຫ່ງຊາດຂອງຕົນ ກໍຄື ພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່, ຜົນສໍາເລັດຂອງການສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ແລະ ການຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກວາງອອກ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ, ບັນລຸເປົ້າໝາຍການສ້າງສັງຄົມນິຍົມ ຢູ່ ສປປ ລາວ. ສະຫາຍຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ຢືນຢັນໃນການສະໜັບສະໜູນພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ໃນພາລະກິດການຕໍ່ສູ້ອັນເປັນທໍາ ເພື່ອໃຫ້ພວກຈັກກະພັດຍົກເລີກການຂວໍ້າບາດຕໍ່ກູບາ; ຢືນຢັນສືບຕໍ່ຮ່ວມມືກັບບັນດາພັກການເມືອງໃນພາກພື້ນ ແລະ ສາກົນ ລວມທັງ ບັນດາພັກກອມມູນິດ ແລະ ພັກກໍາມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ໂດຍຢືດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ ບົນພື້ນຖານຫຼັກການເຄົາລົບຊຶ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ Roberto Morales Ojeda, ກຳມະການກົມການເມືອງ ຫົວໜ້າຄະນະຈັດຕັ້ງ ແລະ ນະໂຍບາຍ ສູນກາງພັກກອມມູນິດກູບາ ແລະ ພົບປະກັບ ສະຫາຍ Angel Arzuaga Reyes ວ່າການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ. ໃນການພົບປະ, ສອງຝ່າຍ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ຢູ່ແຕ່ລະປະເທດໃຫ້ກັນຊາບ ໂດຍສະເພາະ ຜົນສຳເລັດຂອງການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ທີ່ພວມດຳເນີນຢູ່ໃນປັດຈຸບັນ; ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ໃນໄລຍະຜ່ານມາ, ໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມື ລະຫວ່າງ ສອງພັກ ກໍຄື ສອງ ຄຕພ ໃນຊຸມປີຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ ສະພາບການພາກພື້ນ ແລະ ສາກົນຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ກອງປະຊຸມສາກົນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫຼງການສຸດທ້າຍຂອງກອງປະຊຸມ ຊຶ່ງໄດ້ສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການຕໍ່ສູ້ຂອງຊົນຊັ້ນກຳມະກອນຂອງບັນດາປະເທດໃນໂລກ, ຕ້ານກົນອຸບາຍແຊກແຊງ ມ້າງເພທໍາລາຍ ຂອງພວກຈັກກະພັດ, ຕ້ານການຂວໍ້າບາດຕໍ່ກູບາ ແລະ ບັນຫາອື່ນໆ.

ພິເສດໃນໂອກາດກອງປະຊຸມ, ພັກ ປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກໜ່ວຍງານວິຊາການຂອງກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ (Working Group of IMCWP) ໄລຍະປີ 2023-2025 ຊຶ່ງເປັນການຍົກສູງບົດບາດ ແລະ ອິດທິພົນ ຂອງພັກ ປປ ລາວ ໃນເວທີສາກົນ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments