Saturday, September 21, 2024
Homeຂ່າວຕ່າງປະເທດຫົວເຫວີຍ ນຳສະເໜີໂຊລູຊັນສໍາລັບການວາງລະບົບເຄືອຂ່າຍ 5G ຢ່າງເຕັມຮູບແບບ

ຫົວເຫວີຍ ນຳສະເໜີໂຊລູຊັນສໍາລັບການວາງລະບົບເຄືອຂ່າຍ 5G ຢ່າງເຕັມຮູບແບບ

ໃນລະຫວ່າງກອງປະຊຸມມືຖືບອດແບນລະດັບໂລກ 2022 (MBBF 2022) ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບາງກອກ, ປະເທດໄທ, ຫົວເຫວີຍ ໄດ້ນໍາສະເໜີ Meta BladeAAU ແລະ ສາຍອາກາດແບບ FDD BladeAAU ເຊິ່ງເປັນໂຊລູຊັນ ສໍາລັບການວາງລະບົບເຄືອຂ່າຍ 5G ຢ່າງເຕັມຮູບແບບ ເພື່ອຊ່ວຍຜູ້ໃຫ້ບໍລິການເຄືອຂ່າຍດ້ານໂທລະຄົມມະນາຄົມ ສາມາດວາງລະບົບເຄືອຂ່າຍ 5G ໄດ້ຢ່າງມີປສິດທິພາບ.

ທ່ານ ຢາງ ຊາວບິນ (Yang Chaobin) ປະທານຂອງ ໄອຊີທີ ໂພຣດັກ ແລະ ໄວ ເລັສ ໂຊລູຊັນ ຂອງຫົວເຫວີຍ ບອກວ່າ: 5G ແມ່ນຢູ່ໃນສະຖານະການທີ່ມີການພັດທະນາຢ່າງວ່ອງໄວ ເຊິ່ງອະນາຄົດຮຽກຮ້ອງໃຫ້ວິວັດທະນາການຂອງທຸກໆແບນກ້າວໄປສູ່ 5G ເພື່ອໃຫ້ປະສິດທິພາບທີ່ດີທີ່ສຸດ ແລະ ປະສົບການທີ່ມີການບໍລິໂພກພະລັງງານໜ້ອຍທີ່ສຸດ. ພ້ອມກັນນີ້ 5G ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ວ່ອງໄວ ເຊິ່ງຖືກນຳໃຊ້ໃນທາງການຄ້າໃນໄລຍະ 3 ປີຜ່ານມາ ດ້ວຍເຄືອຂ່າຍທີ່ຄວບຄຸມ, ອຸປະກອນ ແລະ ຜູ້ໃຊ້ທັງໝົດທີ່ມີອັດຕາເພີ່ມ ຂຶ້ນ. 5G ຍັງໄດ້ສະໜອງປະສົບການດ້ານດີຈີຕອນ ໂດຍສະເພາະສາມາດຮັບຊົມພາບລະດັບ HD ແລະ ລະບົບພາບສາມມິຕິຫລາຍຂຶ້ນໃຫ້ກັບຜູ້ບໍລິໂພກ, ພ້ອມທັງ ໄດ້ເລັ່ງການຫັນເປັນດີຈີຕອນໃນທົ່ວອຸດສາຫະກໍາ. ພ້ອມນີ້, ມັນຍັງໄດ້ປັບປຸງວິທີການເຮັດວຽກຂອງຜູ້ຄົນ ໃຫ້ມີປະສິດທິພາບໃນທາງທຸລະກິດນໍາອີກ.

ທ່ານ Yang Chaobin ໄດ້ກ່າວວ່າ: Meta BladeAAU ແມ່ນເປັນການລວມ ເອົາເຕັກໂນໂລຊີ Meta ແລະ Blade ເຂົ້ານໍາກັນ ເພື່ອເຮັດໃຫ້ການນໍາໃຊ້ MetaAAU ແລະ ໃນຊ່ວງຄວາມຖີ່ຕໍ່າກວ່າ 3GHz ທັງໝົດຢູ່ໃນສາຍອາກາດອັນດຽວ. ຫົວເຫວີຍ ໄດ້ ຍົກລະດັບຊຸດໂຊລູຊັນ ultra-wideband ແລະ multi-antenna ເພື່ອຊ່ວຍຜູ້ປະຕິບັດ ການສາມາດຕິດຕັ້ງ ແລະ ຈັດການອອກແບບເຄືອຂ່າຍໄດ້ງ່າຍຂຶ້ນ, ປັບປຸງປະສິດທິພາບ ຂອງການນໍາໃຊ້ຄື້ນຄວາມຖີ່ ແລະ ຮັບປະກັນການສົ່ງມອບປະສົບການຜູ້ໃຊ້ 5G. ສໍາລັບ ສາຍອາກາດແບບ FDD BladeAAU ເປັນອຸດສາຫະກໍາທໍາອິດ ທີ່ປະສົມປະສານ FDD Massive MIMO AAUs ແລະ ສາຍອາກາດໃນຊ່ວງທີ່ຕໍ່າກວ່າ 3 GHz ແບບ passive ທີ່ສາມາດຕິດຕັ້ງໄດ້ໃນໜຶ່ງເສົາສັນຍານຂະໜາດນ້ອຍໄດ້.

ທ່ານ Yang Chaobin ກ່າວຕື່ມວ່າ: ຄວາມຕ້ອງການອັນຮີບດ່ວນເພື່ອສະໜອງສັນຍານຄວບຄຸມທີ່ດີກວ່າ ແລະ ຄວາມສາມາດທີ່ສູງຂຶ້ນດ້ວຍການນໍາໃຊ້ພະລັງງານທີ່ຕ່ຳໄດ້ເປັນແຮງຂັບເຄື່ອນໃນການພັດທະນາ TDD Massive MIMO. ສະນັ້ນ MetaAAU ຂອງຫົວເຫວີຍ ໄດ້ເພີ່ມປະສິດທິພາບໃນການນໍາໃຊ້ພະລັງງານໃນລະດັບໃໝ່ ໂດຍການໃຊ້ ເທັກໂນໂລຊີ ສາຍອາກາດຂະໜາດໃຫຍ່ເຊັ່ນດຽວກັນກັບຊອບແວ ແລະ ຮາດແວ ທີ່ເປັນນະວັດຕະກໍາເຊັ່ນ: ວິທີການ ແລະ ສະຖາປັດຕະຍະກໍາຂອງລະບົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments