Saturday, September 21, 2024
Homeທ່ອງທ່ຽວຫໍພະແກ້ວເປັນທີ່ສັກກາລະບູຊາຂອງຊາວລາວ

ຫໍພະແກ້ວເປັນທີ່ສັກກາລະບູຊາຂອງຊາວລາວ

ຫໍພະແກ້ວຕັ້ງຢູ່ເຂດບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວວຽງຈັນ, ກົງກັນຂ້າມກັບວັດສີສະເກດ ແລະ ໃກ້ກັບພະຣາຊະວັງເກົ່າ (ຫໍຄໍາ ຊຶ່ງປັດຈຸບັນເປັນສໍານັກງານປະທານປະເທດ). ສະໄໝກ່ອນ ຫໍພະແກ້ວ ຕັ້ງຢູ່ພາຍໃນວັດເກົ່າແກ່ ໃນເຂດພະຣາຊະວັງ ຖືກສ້າງຂຶ້ນໂດຍ ພະເຈົ້າ ໄຊຍະເຊດຖາທິຣາຊ ໃນລະຫວ່າງ ປີ ຄ.ສ 1565-1779 ຊຶ່ງເປັນບ່ອນປະດິດສະຖານຂອງ “ພະແກ້ວມໍຣະກົດ” ເຖິງແມ່ນວ່າໃນປັດຈຸບັນຈະບໍ່ມີພະແກ້ວມໍຣະກົດແລ້ວ ອັນເນື່ອງມາຈາກເຫດການທາງປະຫວັດສາດທີ່ຜ່ານມາ, ແຕ່ຫໍພະແກ້ວ ກໍຍັງຄົງເປັນທີ່ສັກກາລະບູຊາຂອງຊາວລາວ ຍ້ອນເປັນແຫຼ່ງຮວບຮວມວັດຖຸບູຮານອັນສໍາຄັນ ແລະ ​ລ້ຳຄ່າ ເປັນຕົ້ນແມ່ນພະພຸດທະຮູບປາງຕ່າງໆ ທີ່ຫຼໍ່ຈາກທອງແດງ, ສີລາຈາລຶກ ແລະ ອື່ນໆ ເມື່ອຍ່າງເລາະຊົມບໍລິເວນພາຍໃນສະຖາປັດຕະຍະກຳອັນສວຍງາມນີ້ ທ່ານຈະຮູ້ສຶກໄດ້ເຖິງຄວາມສະຫງົບຮົ່ມເຢັນທີ່ແຕກຕ່າງຈາກບ່ອນອື່ນໆ.

ຫໍພະແກ້ວເປີດໃຫ້ເຂົ້າທ່ຽວຊົມທຸກມື້ ເວລາ 8:00-17:00 ໂມງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments