Friday, April 11, 2025
Homeຂ່າວພາຍໃນຄອ​ສ​ພ ສະຫຼຸບຂະບວນການແຂ່ງຂັນ ຍ້ອງຍໍ-ຮັກຊາດ ແລະ ພັດທະນາ

ຄອ​ສ​ພ ສະຫຼຸບຂະບວນການແຂ່ງຂັນ ຍ້ອງຍໍ-ຮັກຊາດ ແລະ ພັດທະນາ

ຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ໄດ້​ຈັດ​ພິ​ທີສະຫຼຸບຂະບວນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງປະກາດການຈັດຕັ້ງ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ ນີ້ ທີ່ຫ້ອງປະຊຸມຂອງຄະນະໂຄສະນາສູນ​ກາງ​ພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີສະມາຊິກພັກ, ພະນັກງານພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ລາວປາວຊົ່ງ ​ນະ​ວົງ​ໄຊ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະຫຼຸບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ 2016-2020 ຊຶ່ງ 5 ປີຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດ, ໄດ້ເອົາໃຈໃສ່ສຶກສາອົບການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ກົດລະບຽບຂອງ ພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສະພາບແນວຄິດຂອງສະມາຊິກພັກ, ພະນັກງານມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຂອງຂອງລັດ, ມີຄວາມບຸກບືນໃນການປະຕິບັດທີ່ວຽກງານ ມີສະຕິຕໍ່ການຈັດຕັ້ງ, ປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດວາງອອກ ນອກຈາກນີ້, ໄດ້ຊີ້ນຳ-ນຳພາດຳເນີນວຽກງານໂຄສະນາ-ປາຖະກະຖາກ່ຽວກັບວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາກົນ; ໄດ້ຄົ້ນຄວ້າຂຽນປຶ້ມ ຄູ່ມືປາຖະກະຖາໄດ້ທັງໝົດ 36 ຫົວຂໍ້, ຈັດພິມຈໍານວນ 5.000 ຫົວ; ໄດ້ສ້າງປຶ້ມຄູ່ມືໂຄສະນາ-ປາຖະກະຖາ; ສຳເລັດການສ້າງປຶ້ມໜ້າປົກຂາວ ສະພາບການພົວພັນລາວ-ກຳປູເຈຍ ແລະ ປຶ້ມສຶກສາອົບຮົມການເມືອງ-ແນວຄິດການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ; ໄດ້ປະກອບສ່ວນຂຽນເນື້ອໃນປະຫວັດມູນເຊື້ອເມືອງວຽງໄຊ ຄົບຮອບ 50 ປີ; ເກັບກຳສະພາບທີ່ພົ້ນເດັ່ນຂອງຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕາມເວັບໄຊສື່ເອເລັກໂຕ​ຣນິກ, ສື່ສິ່ງພິມ ທັງພາຍໃນ ແລະ ຕ່າງປະເທດໃນແຕ່ລະໄລຍະ.

ສຳລັບທິດທາງຄາດໝາຍສູ້ຊົນ, ມາດຕະການຈັດຕັ້ງປະຕິບັດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ (2025) ແມ່ນ​ສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍ, ນະໂຍບາຍພາຍໃນຂົງເຂດວຽກງານການເມືອງແນວຄິດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊື່ອມ​ຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ກົດລະບຽບຂອງພັກ, ກົດໝາຍ​ຂອງ​ລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດກໍຄືແຜນພັດທະນາຂອງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ໃນໂອກາດດັ່ງກ່າວ, ຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ I ຈຳນວນ 11 ສະຫາຍ; ຫຼຽນໄຊແຮງງານຊັ້ນ II ຈຳນວນ 17 ສະຫາຍ; ຫຼຽນໄຊແຮງງານຊັ້ນ III ຈຳນວນ 12 ສະຫາຍ; ຫຼຽນກາແຮງງານ 20 ສະຫາຍ; ໃບຍ້ອງຍໍລັດຖະບານ 57 ສະຫາຍ ແລະ ໃບຍ້ອງຍໍ ຄອສພ 30 ສະຫາຍ ໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ. ນອກຈາກນີ້ ຍັງໄດ້ປະກາດອະ​ນຸ​ມັດ​ໃຫ້​ພະ​ນັກ​ງານ​ການ​ນຳ​ຂັ້ນ​ກົມ​-ຮອງ​ກົມ ຈຳ​ນວນ​ໜຶ່ງ​ອອກ​ພັກ​ການ-ຮັບ​ອຸດ​ໜູນ​ບຳ​ນານ, ພ້ອມ​ທັງ​ແຕ່ງ​ຕັ້ງ ສັບ​ຊ້ອນ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ໜຶ່ງ ໂດຍ​ແຕ່ງ​ຕັ້ງ ສະ​ຫາຍ ວັນ​ໄຊ ຕະ​ວິນ​ຍານ ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມ​ປະ​ຊາ​ຊົນ ເປັນ​ຮອງ​ຫົ​ວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ​ສັບ​ຊ້ອນ​ ສະ​ຫາຍ ໂພ​ເມກ ວິ​ໄລ​ສັກ ຫົວ​ໜ້າ​ບັນ​ນາ​ທິ​ການ​ວາ​ລະ​ສານ​ໂຄ​ສະ​ນາ ເປັນ​ຫົວ​ໜ້າ​ກົມ​ໂຄ​ສະ​ນາ, ສະ​ຫາຍ ຄຳ​ກອງ ທຳ​ມະ​ເທ​ວາ ຮອງ​ຫົວ​ໜ້າ​ກົມ​ອົບ​ຮົມ ຂຶ້ນ​ເປັນ​ຫົວ​ໜ້າ​ກົມ​ອົບ​ຮົມ, ສະ​ຫາຍ ນາງ ພວງ​​ມະ​ລີ ອັກ​ຄະ​ມູນ​ຕີ ຮອງ​ຫົວ​ໜ້າ​ກົມ​ໂຄ​ສະ​ນາ ຂຶ້ນ​ເປັນ​ຫົວ​ໜ້າ​ກົມ​ກວດ​ກາ, ສະ​ຫາຍ ​ວັນ​ລາ​ຕີ ຄຳ​ວານ​ວົງ​ສາ ຮອງ​ບັນ​ນາ​ທິ​ການ​ວາ​ລະ​ສານ​ອະລຸນ​ໃໝ່ ຂຶ້ນ​ເປັນ​ວ່າ​ການ​ຫົວ​ໜ້າ​ບັນ​ນາ​ທິ​ການ​ວາ​ລະ​ສານ​ອະ​ລຸນ​ໃໝ່.

ຂ່າວ-ພາບ: ນາງ​ແສງ​ຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments