Saturday, September 21, 2024
Homeສຶກສາສສກ ຫາລືຄະນະນໍາບໍລິຫານລັດ ສະໄໝສາມັນ ປະຈໍາເດືອນກັນຍາ 2022

ສສກ ຫາລືຄະນະນໍາບໍລິຫານລັດ ສະໄໝສາມັນ ປະຈໍາເດືອນກັນຍາ 2022

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມຄົບຄະນະນໍາບໍລິຫານລັດໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສະໄໝສາມັນ ປະຈໍາເດືອນກັນຍາ 2022 ເພື່ອເປັນການປຶກສາຫາລື ແລະ ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາວຽກງານດັ່ງກ່າວໃນແຕ່ລະເດືອນ ກໍຄື ປະຈຳໄຕມາດ ແລະ ສຸມປີຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄະນະນໍາບໍລິຫານລັດ ສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ມີຂຶ້ນ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ແລະ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ຜູ້ບໍລິຫານລັດພາຍໃນ ແລະ ອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ນາງ ປອ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນເດືອນກັນຍາ ແລະ ແຜນວຽກຈຸດສຸມໃນເດືອນຕຸລາ 2022 ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກບໍລິຫານຄຸ້ມຄອງຂອງບັນດາຫ້ອງການ, ກົມ, ສະຖາບັນ, ສູນ ແມ່ນດໍາເນີນເປັນປົກກະຕິ ໂດຍສະເພາະໄດ້ສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ປະຈຳປີ 2022. ແຕ່ເຖິງຢ່າງໃດກໍດີ, ຍັງມີການສະຫຼຸບລາຍງານວຽກງານພົ້ນເດັ່ນປະຈໍາເດືອນ ບາງພາກສ່ວນຍັງບໍ່ເປັນໄປຕາມແຜນວຽກຈຸດສຸມທີ່ວາງໄວ້, ຫຼາຍກິດຈະກໍາຍັງບໍ່ສໍາເລັດຕາມແຜນການ ແລະ ກິດຈະກໍາຍັງຕິດພັນກັບການສ້າງ ແລະ ປັບປຸງນິຕິກໍາ, ການຮ່າງເອກະສານທີ່ເປັນແຜນຍຸດທະສາດ ຍັງມີຄວາມຄືບໜ້າຊ້າ.

ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການຄຸ້ມຄອງໂຄງການ ແລະ ແຜນງານປະຈໍາໄຕມາດທີ 3 ປີ 2022; ຂໍອະນຸມັດຂໍ້ຕົກລົງ ວ່າດ້ວຍການແບ່ງປັນຊັບຊ້ອນນັກຮຽນ, ພະນັກງານເຂົ້າຮຽນພາຍໃນປະເທດ; ການຈັດຕັ້ງປະຕິບັດງົບປະມານ 9 ເດືອນຕົ້ນປີ 2022 ແລະ ທິດທາງການຈັດສັນງົບປະມານປີ 2023; ການຄຸ້ມຄອງໂຄງການຂອງອົງການຈັດຕັ້ງສາກົນ, ມູນນິທິ ແລະ ສະມາຄົມ ປະຈໍາໄຕມາດທີ 3 ປີ 2022; ຜ່ານຮ່າງດໍາລັດວ່າດ້ວຍລັດຖະກອນຄູ; ຜ່ານມາດຕະຖານສະຖານອາຊີວະສຶກສາ ແລະ ປະກອບຄໍາເຫັນຮ່ວມກັນ ພ້ອມທັງຫາລືບັນຫາອື່ນໆທີ່ກ່ຽວຂ້ອງນໍາອີກ.

ໂດຍ ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments