Monday, September 23, 2024
Homeຂ່າວການເມືອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຄື່ອນໄຫວເຮັດວຽກລາວ

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຄື່ອນໄຫວເຮັດວຽກລາວ

ເພື່ອເປັນການຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງ ການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ, ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນຖິຮວ່າງເວິນ ຮອງຫົວໜ້າຜູ້ປະຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 11-14 ຕຸລາ 2022 ເພື່ອຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງລາວ ຕີລາຄາຄືນການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍ ເຫລືອ ແລະ ຮ່ວມມືລົງທຶນ ຂອງສອງຝ່າຍໃນໄລຍະຜ່ານມາ.

ໃນວັນທີ 12 ຕຸລາ 2022, ຄະນະຜູະແທນດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໂດຍສະຫາຍ ນາງ ຫງວຽນຖິຮວ່າງເວິນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ທີ່ຝ່າຍລາວມີໃຫ້ແກ່ຄະນະໃນຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຊາບກ່ຽວກັບຜົນຂອງການພົບປະ ແລະ ເຮັດວຽກກັບ ສະຫາຍ ສົມພອນ ສີຈະ ເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂອງຝ່າຍລາວ ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ ປະຈຳປີ 2022 ກ່ຽວກັບ ບັນດາໂຄງການຊ່ວຍເຫລືອຈາກ ພັກ ແລະ ລັດຖະ ບານຫວຽດນາມ ໃຫ້ແກ່ ສປປ ລາວ.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນຄັ້ງນີ້, ເຊິ່ງເປັນໂອກາດດີທີ່ສອງຝ່າຍ ຈະໄດ້ຮ່ວມກັນຕີລາຄາຄືນກ່ຽວກັບ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງສອງການນຳຂັ້ນສູງຂອງສອງພັກ, ສອງລັດ ໂດຍສະເພາະລະຫວ່າງ ສອງຄະນະພົວພັນຕ່າວປະເທດສູນກາງພັກ ລາວ-ຫວຽດນາມ ແລະ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດການພົບປະຂອງສອງຝ່າຍ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄຽງຄູ່ກັບການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ. ພ້ອມນີ້, ສະຫາຍ ໄດ້ຕີລາຄາສູງບາດກ້າວບຸກທະລຸດ້ານການເມືອງ ຂອງຫວຽດນາມ ຈາກການປັບປຸງບົດ ບາດຂອງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການຕ້ານຂະບວນການສໍ້ລາດບັງຫລວງຢ່າງຕັ້ງໜ້າ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ, ໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນຕະຫລອດມາ.

ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ສະຫາຍ ນາງ ຫງວຽນຖິຮວ່າງເວິນ ພ້ອມຄະນະໄດ້ເຮັດວຽກກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ບັນດາກະຊວງຂອງລາວ, ໄດ້ໄປຢ້ຽມຢາມ ແລະ ລົງກວດກາ ບາງໂຄງການຮ່ວມມື ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໄຊສົມບູນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments