Sunday, September 22, 2024
Homeຂ່າວຕ່າງປະເທດເຮັດໃຫ້ຄວາມໃຝ່ຝັນຮັ່ງມີຮ່ວມກັນບັນລຸຜົນເປັນຈິງ

ເຮັດໃຫ້ຄວາມໃຝ່ຝັນຮັ່ງມີຮ່ວມກັນບັນລຸຜົນເປັນຈິງ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ປະເທດຈີນ ຍຶດໝັ້ນແນວຄວາມຄິດແຫ່ງການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ໃຫ້ປະຊາຊົນຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາຢູ່ບົນພື້ນຖານຂອງແນວຄວາມຄິດດັ່ງກ່າວ, ຈີນໄດ້ລຶບລ້າງຄວາມທຸກຍາກຢ່າງເດັດຖານ ແລະສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ຊີວິດການເປັນ ຢູ່ຂອງກະສິກອນຈີນນັບມື້ນັບດີຂຶ້ນ.

ທ່ານ ເອລິອາດຈາບບົວ ຮອງສາສະດາຈານເສດຖະສາດ ມະຫາວິທະຍາໄລ ລັດຣີໂອເດຈາເນໂຣ ປະເທດເບຣຊິນ ກ່າວວ່າ ບັນຫາທີ່ບໍ່ ສະເໝີພາບກັນໃນໂລກໄດ້ຮຸນແຮງຂຶ້ນຕື່ມໃນໄລຍະທີ່ມີການແພ່ລະບາດ ຂອງພະຍາດໂຄວິດ-19, ຂະນະທີ່ປະເທດຈີນ ໄດ້ລຶບລ້າງຄວາມທຸກຍາກຢ່າງ ເດັດຖານໃນປະເທດຕົນ. ນັບແຕ່ຂະນະນີ້ເປັນຕົ້ນໄປ, ຈີນຈະສຸມໃສ່ດ້ານ ການເມືອງການຈັດຕັ້ງ, ລັດ ແລະການທະນາຄານ ແລະດ້ານອື່ນໆ ເພື່ອບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ.

ປັດຈຸບັນນີ້, ຈີນໄດ້ຕົກລົງສ້າງເຂດສາທິດຮັ່ງມີຮ່ວມກັນຢູ່ແຂວງເຈີ້ຈ່ຽງ ເຊິ່ງເປັນແຂວງທີ່ພັດທະນາແລ້ວຢູ່ພາກຕາເວັນອອກ ໂດຍປະຕິບັດນະໂຍ ບາຍ ແລະມາດຕະການຕ່າງໆທີ່ມີຜົນດີຕໍ່ການສ້າງຄວາມຮັ່ງມີຮ່ວມກັນ ຢູ່ເຂດສາທິດແຫ່ງນີ້, ເພື່ອສະສົມບົດຮຽນໃຫ້ແກ່ກາບັນລຸເປົ້າໝາຍທີ່ຮັ່ງມີ ຮ່ວມກັນໃນທົ່ວປະເທດຈີນ.

ທ່ານ ໂຣເບີດລໍເຣັນ ປະທານມຸນນິທິ Kuhn ກ່າວວ່າ: ຄວາມຮັ່ງມີຮ່ວມ ກັນໄດ້ວາດພາບປະເທດຈີນ ທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ, ຄວາມແຕກໂຕນກັນດ້ານລະດັບການດຳລົງຊີວິດຊັບສິນ ແລະໂອກາດຂອງ ປະຊາຊົນໂດຍສະເພາະແມ່ນຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຈະຫລຸດໜ້ອຍລົງຢ່າງຫລວງຫລາຍ.

ທ່ານ ເບບິກວາເລຣີ ປະທານສະມາຄົມການເມືອງ ວິທະຍາອູແກຣນ ກ່າວວ່າ ປະຊາຊົນຈີນ ບໍ່ພຽງແຕ່ໄດ້ແກ້ໄຂບັນຫາຄວາມທຸກຍາກຢູ່ປະເທດ ຕົນເທົ່ານັ້ນ, ຍັງໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນເວທີສາກົນອີກດ້ວຍ. ໂດຍສະເພາະແມ່ນທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ໂດຍຊຸກຍູ້ການຄ້າສາກົນ ພ້ອມກັນນັ້ນຍັງໄດ້ຍົກສູງ ລະດັບເສດຖະກິດສັງຄົມ ແລະລະດັບການດຳລົງຊີວິດດ້ານວັດຖຸຂອງ ປະເທດທີ່ມີສ່ວນຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments