Sunday, September 22, 2024
Homeຂ່າວພາຍໃນອອປສ ປາຖະກະຖາ 3 ວັນສໍາຄັນປະຫວັດສາດ

ອອປສ ປາຖະກະຖາ 3 ວັນສໍາຄັນປະຫວັດສາດ

ວັນທີ 13 ຕຸລາ 2022, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຈັດປາຖະກະຖາ 3 ວັນສໍາຄັນປະຫວັດສາດ ຄື: ວັນປະກາດເອກະລາດ ຄົບຮອບ 77 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ (12/10/1945 12/10/2022) ແລະ ວັນຊາດ ສປ ຈີນ ຄົບຮອບ 73 ປີ (1/10/1949-1/10/2022) ໂດຍການປາຖະກະຖາຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ 3 ວັນປະຫວັດສາດ, ພ້ອມທັງເຜີຍແຜ່ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ແລະ ບົດສະຫລຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2016 ເຖິງປັດຈຸບັນ ສະບັບເລກທີ 192/ຄກສພ, ລົງວັນທີ 30 ມິຖຸນາ 2022 ໃນການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການ ເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບເນື້ອໃນຈິດໃຈມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໂດຍຕິດພັນກັບຜັນຂະ ຫຍາຍຈັດຕັ້ງປະຕິບັດເນື້ອໃນ 2 ວາລະແຫ່ງຊາດຄື: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ປະກອບສ່ວນຢ່າງຕັ້ງໜ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານຕ່າງໆ ໂດຍສະເພາະເນັ້ນໜັກ ໃນຂົງເຂດວຽກງານກວດ ກາ ແລະ ປະກົດການຫຍໍ້ທໍ້ໃນກົງຈັກ, ຄຽງຄູ່ກັບການຮັບປະກັນ ການນຳພາອັນເຂັ້ມແຂງຂອງອົງການຈັດຕັ້ງພັກ ແລະ ການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ການຈັດປາຖະກະຖາຄັ້ງນີ້, ເພື່ອແນໃສ່ສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ ຮັບຮູ້ເຂົ້າໃຈຕໍ່ມູນເຊື້ອການຕໍ່ສູ້ພິລະອາດຫານ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮັກຊາດ ພາຍໃຕ້ການນໍາພາທີ່ສະຫລາດສ່ອງໃສຂອງພັກ ເລີ່ມຈາກການນໍາພາຕໍ່ສູ້ປົດປ່ອຍຊາດ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ຊຶ່ງເປັນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ-ຂອງພັກ ຕໍ່ວຽກງານການຕ່າງປະເທດ ໃນການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດຖະບານລາວ ຄື: “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງຜັນຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອຂອງ ສປ ຈີນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ໂດຍສະເພາະຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ເກີດດອກອອກຜົນໃນທຸກດ້ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments