Sunday, September 22, 2024
Homeຂ່າວພາຍໃນສວສສຊ ເຜີຍແຜ່ວຽກງານຫ້ອງການຫັນເປັນທັນສະໄໝ

ສວສສຊ ເຜີຍແຜ່ວຽກງານຫ້ອງການຫັນເປັນທັນສະໄໝ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຫ້ອງການຫັນເປັນທັນສະໄໝຂຶ້ນ ໃນວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຂອງ ສວສສຊ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູຣີ ໄດ້ກ່າວວ່າ: ວຽກງານການຫັນເປັນທັນສະໄໝ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນຢ່າງຍິ່ງໃນຍຸກສະໄໝໃໝ່ນີ້ ລັດຖະບານຈຶ່ງໄດ້ມີແຈ້ງການສະບັບເລກທີ 1032/ຫສນຍ, ລົງວັນທີ 17 ມິຖຸນາ 2019 ເຖິງບັນດາກະຊວງ, ອົງການ, ແລະ ບັນດາແຂວງ ໃນທົ່ວປະເທດ ກ່ຽວກັບການຄົ້ນຄວ້າວຽກງານການຕິດຕັ້ງ ແລະ ນໍາໃຊ້ລະບົບຫ້ອງການຫັນເປັນທັນສະໄໝ (E-Office) ແນໃສ່ປັບປຸງວຽກງານໃຫ້ມີປະສິດທິພາບສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ. ຄະນະພັກ-ຄະນະນໍາຂອງ ສວສສຊ ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານຫ້ອງການຫັນເປັນທັນສະໄໝ ທັງນີ້ກໍເພື່ອເປັນການປັບປຸງລະບົບບໍລິຫານວຽກງານຫ້ອງການ ຂອງ ສວສສຊ ໃຫ້ເປັນທັນສະໄໝ ທັງຍັງສາມາດຫຼຸດຜ່ອນຂັ້ນຕອນການເຮັດວຽກຂອງພະນັກງານ, ປະຢັດເຈ້ຍໃນການພິມເອກະສານ, ປະຢັດເວລາໃນການສົ່ງເອກະສານ, ສະດວກໃນການຕິດຕາມ, ຄຸ້ມຄອງວຽກງານເອກະສານ ແລະ ປະຢັດງົບປະມານຂອງອົງກອນໄດ້.

ຈາກນັ້ນ, ທ່ານ ຄຳຜາຍ ອິນທິຣາ ຫົວໜ້າພະແນກລະບົບຫ້ອງການລັດດີຈີຕອນ ສູນບໍລິຫານລັດດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຂຶ້ນບັນຍາຍກ່ຽວກັບການຫັນເປັນທັນສະໄມ (ດີຈີຕອນ) ໂດຍໄດ້ຍົກໃຫ້ເຫັນເຖິງການຫັນເປັນທັນສະໄໝແມ່ນຫຍັງ, ສະພາບການຫັນເປັນທັນສະໄໝ ກໍຄື ການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີຂໍ້ມູນ-ຂ່າວສານ ແລະ ການສື່ສານ ຫຼື ICT (Information and Communication Technology); ໃຫ້ຮູ້ເຖິງສະພາບການພັດທະນາລັດຖະບານດີຈີຕອນ ຊຶ່ງກໍແມ່ນລະບົບບໍລິຫານລັດດີຈີຕອນ ໂດຍໄດ້ພັດທະນາເພື່ອພາກລັດ ເຊັ່ນ: ລະບົບ E-office, G-Web, G-Chat, Office Net ແລະ ອື່ນໆ; ນອກນີ້, ຍັງມີບໍລິການ ລາວ ສູ້ສູ້ ຕ້ານໂຄວິດ-19 ເຊັ່ນ: Vaccine ID – my Vac (ບັດຂຽວ), Vaccine Passport. ພ້ອມກັນນັ້ນ, ກໍໄດ້ໃຫ້ຮູ້ເຖິງແຜນການໃນຕໍ່ໜ້າ ທີ່ຈະເຊື່ອມໂຍງພາກລັດ ດ້ວຍເຄື່ອຂ່າຍຄວາມໄວສູງ, ຂະຫຍາຍລະບົບບໍລິຫານລັດໃຫ້ທຸກກະຊວງ, ແຂວງ/ນະຄອນຫຼວງ, ເຊື່ອມຕໍ່ຂໍ້ມູນພາກລັດທົ່ວປະ ເທດ, ຂະຫຍາຍລະບົບບໍລິການປະຊາຊົນໃຫ້ກວ້າງຂວາງ ແລະ ສົ່ງເສີມທຸກຂະແໜງການຫັນການບໍລິການປະຊາຊົນສູ່ແບບດີຈີຕອນ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments