Sunday, September 22, 2024
Homeຂ່າວຕ່າງປະເທດມາດຕະການສ້າງຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ ຂອງຈີນມີປະສິດທິຜົນດີທີ່ສຸດ

ມາດຕະການສ້າງຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ ຂອງຈີນມີປະສິດທິຜົນດີທີ່ສຸດ

ໃນກອງປະຊຸມຖະແຫຼງຂ່າວ ຂອງຄະນະກຳມະການວຽກງານສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດຈີນ ໃນຫວ່າງມໍ່ໆນີ້, ທ່ານ ຫວາງໄຫຕົ່ງ ຫົວໜ້າກົມ ຜູ້ອາຍຸສູງຂອງຄະນະກຳມະການດັ່ງກ່າວໄດ້ເວົ້າວ່າ: ລັດນຳໃຊ້ຫຼາຍມາດຕະ ການເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ.

ນັບມາຮອດທ້າຍປີ 2021, ທົ່ວປະເທດໄດ້ສ້າງຕັ້ງໂຮງໝໍ ສັງລວມລະດັບສອງ ແລະ ລະດັບສອງຂຶ້ນໄປທີ່ມີພະແນກຜູ້ອາຍຸສູງ 4.685 ແຫ່ງ. ປີ 2025, ໂຮງໝໍ ສັງລວມລະດັບສອງ ແລະ ລະດັບສອງຂຶ້ນໄປມີຫຼາຍກວ່າ 60% ຈະສ້າງຕັ້ງ ພະແນກຜູ້ອາຍຸສູງ. ນອກນີ້, ຈີນໄດ້ສ້າງອົງການປິ່ນປົວສາທາລະນະສຸກສຳລັບຜູ້ອາຍຸສູງປະມານ 21.000 ແຫ່ງ. ອີງຕາມການຄາດຄະເນ, ໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 , ຍອດຈຳນວນປະຊາກອນຜູ້ອາຍຸສູງ ທີ່ມີອາຍຸ 60 ປີ ແລະ 60 ປີຂຶ້ນໄປຈະບຸກທະລຸ 300 ລ້ານຄົນ, ກວມຍອດຈຳນວນປະຊາກອນຈະຫຼາຍກວ່າ 20%.

ປັດຈຸບັນ, ການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງຢ່າງຕັ້ງໜ້າໄດ້ກາຍເປັນ ຍຸດທະສາດແຫ່ງຊາດແລ້ວ. ທ່ານ ຫວາງໄຫຕົ່ງ ກ່າວວ່າ: ການສ້າງຄວາມສະ ດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍແມ່ນພາຫະນະ ແລະ ວິຖີທາງທີ່ມີຕົ້ນທຶນຕ່ຳສຸດແຕ່ມີປະສິດທິຜົນດີທີ່ສຸດ ໃນການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງ. ເພື່ອຊຸກຍູ້ວຽກງານໃນດ້ານນີ້, ທາງຄະນະກຳມະການສາທາລະນະສຸກ ແລະ ສຸຂະ ພາບແຫ່ງຊາດໄດ້ພິມ ແລະ ແຈກຢາຍເອກະສານນະໂຍບາຍກ່ຽວກັບການສ້າງ ລະບົບບໍລິການສຸຂະພາບຂອງຜູ້ອາຍຸສູງໃຫ້ທົ່ວເຖິງ, ໂດຍໄດ້ກຳນົດຢ່າງຈະແຈ້ງ ວ່າຈະສ້າງລະບົບການບໍລິການສຸຂະພາບຂອງຜູ້ອາຍຸສູງແບບສັງລວມທີ່ສົມບູນ ແບບ ແລະ ຕໍ່ເນື່ອງທີ່ປົກຄຸມທັງຕົວເມືອງ ແລະ ຊົນນະບົດໃນ 6 ດ້ານ ຄື: ການສຶກສາສຸຂະພາບ, ການປ້ອງກັນພະຍາດ ແລະ ການຮັກສາສຸຂະພາບ, ການບົ່ງມະຕິ ແລະ ປິ່ນປົວພະຍາດ, ການພະຍາບານເພື່ອຟື້ນຟູສຸຂະພາບ, ການເບິ່ງແຍງໃນໄລຍະຍາວ, ການປິ່ນປົວ ແລະ ການພະຍາບານຄົນເຈັບທີ່ອາຍຸຄາດຄະເນເຫຼືອແຕ່ 6 ເດືອນ ຫຼື ໜ້ອຍກວ່າ.

ຂ່າວ: ຊີອາໄອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments