Sunday, September 22, 2024
Homeບຸນປະເພນີປະທັບໃຈ ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ ທ່າວັດຈັນ

ປະທັບໃຈ ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ ທ່າວັດຈັນ

ຜູ້ຂຽນກໍເປັນຜູ້ໜຶ່ງມີໂອກາດພາຄອບຄົວໄປທ່ຽວ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2022 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ງານບຸນແມ່ນເລີ່ມແຕ່ວັນທີ 8-11 ຕຸລາ 2022 ຊຶ່ງມີມວນຊົນຊາວນະຄອນຫຼວງວຽງຈັນ ກໍຄືມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫຼາຍຢ່າງຄຶກຄື້ນ, ທັງຮັກສາໄດ້ຄວາມເປັນລະບຽບຮຽບ ຮ້ອຍ, ຄວາມສະຫງົບປອດໄພ, ຄວາມສະອາດຈົບງາມ ແລະ ສ້າງຄວາມປະທັບໃຈແກ່ຜູ້ເຂົ້າມາທ່ຽວເປັນຢ່າງດີ.

ໃນໄລຍະ 2 ປີຜ່ານມາ ຍ້ອນມີການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຈະການຈັດງານບຸນຕ່າງໆ, ມາປີນີ້ການລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດລົງຫຼາຍ ຈຶ່ງໄດ້ມີງານບຸນປະເພນີດັ່ງກ່າວຂຶ້ນມາອີກຄັ້ງ ເຮັດໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຫຼັ່ງໄຫຼກັນມາທ່ຽວເປັນຈຳນວນຫຼາຍ, ການຈັດງານບຸນໃນປີນີ້ເຫັນໄດ້ວ່າມີຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳທີ່ສ້າງຄວາມມ່ວນຊື່ນ ຕະຫຼອດໄລຍະ 4 ວັນຄື: ໃນຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 11 ມີພິທີໃສ່ບາດຂອງຊາວພຸດຢູ່ຕາມວັດວາອາຮາມຕ່າງໆ, ຕອນຄໍ່າ ທີ່ແຄມຂອງ ທ່າວັດຈັນ ຍັງມີພິທີວຽນທຽນ, ລອຍກະໂທງ, ໄຫຼເຮືອໄຟ ແລະ ປ່ອຍໂຄມໄຟ. ພ້ອມນີ້, ໃນໄລຍະງານບຸນຍັງມີພິທີແຂ່ງຂັນຊ່ວງເຮືອປະເພດຕ່າງໆຂຶ້ນຢ່າງຄຶກຄື້ນ, ມ່ວນຊື່ນ, ຊຶ່ງມີກອງເຊຍ-ກອງເຊີ້ງ ຈາກພາກສ່ວນຕ່າງໆມາສ້າງສີສັນ, ສ້າງຄວາມເບີກບານມ່ວນຊື່ນເຮັດໃຫ້ເປັນທີ່ຕິດອົກຕິດໃຈ, ດຶງດູດຈິດໃຈ ແລະ ປະທັບໃຈ ໃຫ້ແກ່ຜູ້ມາທ່ຽວຊົມໄດ້ເປັນຢ່າງດີ, ໃນນັ້ນຍັງກິດຈະກຳວາງສະແດງ-ຂາຍສິນຄ້າບໍລິໂພກ-ອຸປະໂພກຕ່າງໆ ໃຫ້ຜູ້ມາທ່ຽວໄດ້ເລືອກຈັບຈ່າຍຊື້-ຂາຍສິນຄ້າດັ່ງກ່າວ, ພ້ອມມີສະຖານທີ່ຫຼິ້ນສຳລັບເດັກນ້ອຍ, ລູກຫຼານ ແລະ ໃນທຸກຄໍ່າຄືນຍັງມີເວທີສະແດງສິລະປະວັນນະຄະດີ ຕື່ມອີກ.

ພ້ອມດຽວກັນນີ້, ໃນລະຫວ່າງ ງານບຸນດັ່ງກ່າວຍັງມີຫຼາຍພາກສ່ວນ ໄດ້ເອົາໃຈໃສ່, ມີຄວາມຮັບຜິດຊອບສູງ ໃນການປ້ອງກັນສະກັດກັ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມປອດໄພໂດຍພື້ນຖານ ທັງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊາວໜຸ່ມ ທົ່ວນະຄອນຫຼວງວຽງຈັນ ສຸມໃສ່ປ້ອງກັນກວດກາຄົນເຂົ້າ-ອອກພາຍໃນງານບຸນດັ່ງກ່າວ ເພື່ອເຮັດໃຫ້ການຈັດງານບຸນດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ເຮັດໃຫ້ການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປີ 2022 ເປັນໜ້າປະທັບໃຈ ດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ, ທ່ຽວຊົມງານບຸນປະເພນີຂອງຊາດເປັນຈຳນວນຫຼາຍ ໄດ້ມາແລ້ວປີໜ້າຢາກມາທ່ຽວອີກ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments