Sunday, September 22, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ແລະ ການາດາ ເຈລະຈາກ່ຽວກັບຂໍ້ຕົກລົງການແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງ

ຍີ່ປຸ່ນ ແລະ ການາດາ ເຈລະຈາກ່ຽວກັບຂໍ້ຕົກລົງການແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງ

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 11 ຕຸລາ ຜ່ານມາ, ທ່ານ ໂຢຊິມະສະ ຮາຢາຊິ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ທ່ານນາງ ເມລານີ ໂຈລີ ລັດຖະມົນຕີການຕ່າງປະເທດການາດາ ໄດ້ເຫັນດີຈະເລີ່ມດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງແລກປ່ຽນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສອງປະເທດ.

ຂ່າວລະບຸວ່າ: ໃນການຖະແຫຼງຂ່າວຮ່ວມພາຍຫຼັງການເຈລະຈາຂອງສອງຝ່າຍຢູ່ ນະຄອນຫຼວງ ໂຕກຽວ, ທ່ານ ໂຢຊິມະສະ ຮາຢາຊິ ແລະ ທ່ານນາງ ເມລານີ ໂຈລີ ໄດ້ປະກາດແຜນການດຳເນີນງານຂອງສອງປະເທດໂດຍມຸ່ງໄປສູ່ການຫັນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງ ເພື່ອບັນລຸຂໍ້ຕົກລົງການແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງໂດຍໄວ.

ພາຍໃຕ້ແຜນການປະຕິບັດງານດັ່ງກ່າວ, ຍີ່ປຸ່ນ ແລະ ການາດາ ໃຫ້ຄຳໝັ້ນສັນຍາຈະຂະຫຍາຍການຮ່ວມມືດ້ານປ້ອງກັນປະເທດ ເຊັ່ນ: ການຊ້ອມຮົບຮ່ວມ ແລະ ການແລກປ່ຽນດ້ານການທະຫານ, ພ້ອມທັງຮັບປະກັນການສະໜອງແຫຼ່ງພະລັງງານ ເຊັ່ນ: ອາຍແກັສທຳມະຊາດ.

ໃນຂົງເຂດເສດຖະກິດ ແລະ ການຄ້າ, ໃນຖານະທີ່ເປັນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ການາດາ ແລະ ຍີ່ປຸ່ນ ກໍໃຫ້ຄຳໝັ້ນສັນຍາຮັກສາບັນດາມາດຕະການສູງດ້ານການເຂົ້າເຖິງຕະຫຼາດ ແລະ ຫຼັກການຮັບປະກັນການຄ້າຍຸຕິທຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments