Tuesday, September 24, 2024
Homeບຸນປະເພນີບັນຍາກາດການວຽນທຽນ ແລະ ໄຫລເຮືອໄຟ ໃນບຸນອອກພັນສາຢູ່ ນວ

ບັນຍາກາດການວຽນທຽນ ແລະ ໄຫລເຮືອໄຟ ໃນບຸນອອກພັນສາຢູ່ ນວ

ໃນຕອນຄໍ່າວັນທີ 10 ຕຸລາ 2022 ເຊິ່ງເປັນມື້ອອກພັນສາປະວໍລະນາ ກົງກັບ 15 ຄຳເດືອນ 11 ສະເພາະຢູ່ນະຄອນຫລວງວຽງຈັນ (ນວ) ມວນຊົນຫລາຍໝື່ນຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາຮ່ວມງານວຽນທຽນ ຢູ່ຕາມວັດວາອາຣາມຕ່າງໆ ພ້ອມທັງໄຫລເຮືອໄຟ ທີ່ທ່າວັດຈັນ ຢ່າງຫລວງຫລາຍ.

ບຸນປະເພນີໄຫລເຮືອໄຟ ເປັນປະເພນີ ທີ່ປະຕິບັດສືບທອດກັນມາແດ່ດຶກດຳບັນ ເມື່ອຮອດບຸນອອກພັນສາປະວໍລະນາ ແຕ່ລະປີ, ຄົນລາວເຮົາ ຕ່າງກໍພາກັນໄຫລເຮືອໄຟ ບູຊາແມ່ນໍ້າ ໂດຍເຊື່ອວ່າມີສິ່ງສັກສິດຢູ່ໃຕ້ນໍ້າ ນັ້ນກໍຄື ພະຍານາກ, ແຕ່ໃນທາງວິທະຍາສາດ ໃຫ້ຄວາມໝາຍຂອງຄຳວ່າ ນາກທີ່ແທ້ຈິງຄືຜູ້ທີ່ນັບຖືສາສະໜາ, ເປັນຜູ້ທີ່ຖືສິນຖືທຳ, ເຊິ່ງຕາມຄວາມເຊື່ອບຸນໄຫລເຮືອໄຟ ແມ່ນການບູຊາແມ່ນໍ້າ ກໍຄື ທາດທັງ 4 ມີ: ດິນ, ນໍ້າ, ລົມ, ໄຟ ໂດຍສະເພາະແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດ ເປັນຕົ້ນແມ່ນມະນຸດ ແລະ ຊີວະນາໆພັນ. ນອກຈາກນີ້, ຍັງເປັນການບູຊາພະຍານາກ ຕາມຕໍານານເລົ່າຂານກັນວ່າ ພະຍານາກ ເປັນສັດທີ່ມີອິດທິລິດ ແລະ ມີຄວາມສັດທາຕໍ່ພຸດທະສາສະໜາ.

ການບູຊາທີ່ແທ້ຈິງ ຄືການບູຊາທີ່ຖືກຕ້ອງ ເປັນຕົ້ນ ສິ່ງທີ່ບູຊາຕ້ອງບູຊາຢ່າງວິທະຍາສາດ ບູຊາດ້ວຍສິ່ງຂອງຈາກທຳມະຊາດ ໂດຍສະເພາະຕົ້ນກວ້ຍ, ຕົ້ນອ້ອຍ ທີ່ສາມາດລະລາຍໄດ້ງ່າຍ, ຖ້າເອົາປລາສະຕິກ ຫລື ໂຟມມາໃສ່ສິ່ງຂອງບູຊາແມ່ນ້ຳ ມັນຈະເປື່ອຍ ຫລື ຍ່ອຍສະຫລາຍຍາກ ເຮັດໃຫ້ແມ່ນໍ້າເປື້ອນ ສິ່ງສັກສິດທີ່ເຮົາເຊື່ອຖືກໍຈະບໍ່ຢູ່ ລວມທັງປູປານານ້ຳ ທີ່ອາໄສຢູ່ແມ່ນ້ຳ ກໍຈະສູນຫາຍໄປ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments