Home ຂ່າວໜ້າໜຶ່ງ ບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ

ບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ

0
448

ການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາຂອງທຸກໆປີ ແມ່ນກິລາທາງໜ້ານ້ຳປະເພດໜຶ່ງ, ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາຜັກຜ່ອນຍ່ອນໃຈ ພາຍຫລັງທີ່ເຮັດວຽກຢູ່ກັບການຜະລິດຕະຫລອດໄລຍະລະດູຝົນໃນຫລາຍເດືອນທີ່ຜ່ານມາ. ນອກນັ້ນຍັງເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄິເຊິ່ງກັນ ແລະ ກັນ.

ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ຮອງຫົວໜ້າຄະນະຊີ້ນຳຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2022 ໄດ້ກ່າວໂອກາດເປີດການແຂ່ງຂັນຊ່ວງເຮືອທ່າວັດຈັນ ໃນວັນທີ 11 ຕຸລາ 2022 ນີ້ວ່າ: ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ໂດຍສະເພາະ ແມ່ນບຸນຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ແມ່ນຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ຊຶ່ງມີປະວັດຄວາມເປັນມາອັນຍາວນານ. ຕາມການເລົ່າຂານສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານ ກໍເວົ້າວ່າມີມາແຕ່ສະໄໝເຈົ້າສຸລິຍະວົງສາ ແລະ ບາງທ່ານກໍເວົ້າວ່າມີມາແຕ່ເລື່ອງກ່ຳພ້າຜີນ້ອຍ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຢືນຢັນວ່າ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ແມ່ນຮີດຄອງປະເພນີຂອງຊາດລາວ ທີ່ໄດ້ສືບທອດມາຫລາຍເຊັ່ນຄົນ, ເຊິ່ງມີມາໄດ້ 2.560 ປີແລ້ວ, ມີບຸນອອກພັນສາ ກໍຕ້ອງມີບຸນຊ່ວງເຮືອຄ່ຽງຄູ່ກັນໄປ.

ຄໍາວ່າ: ອອກພັນສາ ມີຕົ້ນເຫດມາຈາກການເຂົ້າພັນສາຂອງຄູບາອາຈານ ຊຶ່ງຕາມພຸດທານຸຍາດ ໄດ້ກ່າວວ່າ: ມີມາໄດ້ 2560 ປີແລ້ວ ໂດຍຖືເອົາມື້ຂຶ້ນ 15 ຄ່ຳ ຂອງເດືອນ 8 ລາວ ເປັນມື້ນິມົນພະພຸດທະເຈົ້າເຂົ້າພັນສາ, ມື້ແຮມ 1 ຄ່ຳ ເດືອນ 8 ແມ່ນມື້ພະສົງເຂົ້າຈຳພັນສາ, ເມື່ອຮອດມື້ເພັງ 15 ຄ່ຳ ເດືອນ 11 ລາວ ເປັນມື້ອອກພັນສາປະວໍລະນາ ພໍດີຄົບ 3 ເດືອນເຕັມ, ໃນໄລຍະເວລາ 3 ເດືອນນີ້ ເປັນໄລຍະທີ່ປະຊາຊົນເຮັດການຜະລິດ ບໍ່ໃຫ້ພະສົງໄປສັບສົນກັບການຜະລິດຂອງປະຊາຊົນ. ພ້ອມກັນນີ້, ກໍເປັນໂອກາດໃຫ້ພະສົງ ໄດ້ສຶກສາຮ່ຳຮຽນຕາມຫລັກທຳຕ່າງໆ, ພິທີອອກພັນສາຂອງຄູບາອາຈານແມ່ນເລີ່ມແຕ່ 3:00-4:00 ໂມງເຊົ້າຂອງມື້ຂຶ້ນ 15 ຄ່ຳ ເດືອນ 11 ກົງກັບວັນທີ 11 ຕຸລາ (ສຳລັບປີ 2022) ພໍຮອດເວລາ 07:00 ໂມງ ກໍມີພິທີໃສ່ບາດ, ຖວາຍສັງຂະທານຢ່າງຄືກຄື້ນ ຢູ່ຕາມວັດວາອາຮາມຕ່າງໆ.

ຄ່ຽງຄູກັບການອອກພັນສາ ກໍມີ ປະວໍລະນາ, ປະວໍລະນາໝາຍຄວາມວ່າ: ການເປີດໂອກາດໃຫ້ພະສົງ ໄດ້ມີການຕຳນິສົ່ງຂ່າວ ແລະ ກໍມີການໃຫ້ອະໄພເຊິ່ງກັນ ແລະ ກັນ ໃນໄລຍະຈຳພັນສາ ແມ່ນແຕ່ພຣະຜູ້ໃຫຍ່ ກໍໄດ້ໃຫ້ໂອກາດແກ່ພຣະຜູ້ນ້ອຍ ຕຳນິສົ່ງຂ່າວໄດ້ເພາະຊ່ວງຈຳພັນສາ 3 ເດືອນ ຍ່ອມມີຄວາມສົ້ມ, ຄວາມເຄັມ, ມີດີ ແລະ ອ່ອນຄ່ຽງຄູ່ກັນໄປ, ດັ່ງນັ້ນຈຶ່ງມີຄຳວ່າ ປະວໍລະນາ. ພ້ອມກັນນີ້, ໃນໄລຍະອອກພັນສາ ຍັງມີການວຽນທຽນ, ໄຫລເຮືອໄຟໂຄກ, ໄຫລເຮືອໄຟນ້ຳ, ສຳລັບການໄຫລເຮືອໄຟ ກໍເພື່ອສະແດງເຖິງ ຄວາມກະຕັນຍູ້ຮູ້ບຸນຄຸນ ເຖິງພະພຸດທະເຈົ້າ, ພະສີຣັດຕະນະໄຕ ເພື່ອບູຊາເຈົ້າແມ່ຄົງຄ່າ(ແມ່ນ້ຳ) ທີ່ຫລໍ່ລ້ຽງມະນຸດຊາດ ແລະ ຂໍຂະມາລາໂທດ ຕໍ່ເຈົ້າແມ່ຄົງຄາທີ່ພວກເຮົາໄດ້ຖິ້ມສິ່ງອັບປະມົງຄຸນ ລົງໄປໃນແມ່ນ້ຳຕ່າງໆໃນໄລຍະຜ່ານມາ.

ຂ່າວ: ສຸກສະຫວັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here