Tuesday, September 24, 2024
Homeຂ່າວພາຍໃນເປີດນໍາໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການນະຄອນຫຼວງວຽງຈັນ

ເປີດນໍາໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການນະຄອນຫຼວງວຽງຈັນ

ພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ພ້ອມທັງກະກຽມເປີດນຳໃຊ້ເບີໂທສຸກເສີນ 1195 ໃນໄວໆນີ້ ແລະ ກອງປະຊຸມລາຍງານວຽກງານໂຄງການຢຸດຕິການເພີ່ມຂຶ້ນຂອງຜູ້ເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການ ການແພດສຸກເສີນ ແລະ ມາດຕະຖານຄວາມປອດໄຟຕາມທ້ອງຖະໜົນ (SAFER) ໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ ທີ່ໂຮງໝໍມິດຕະພາບ, ພາຍໃຕ້ການເປັນປະທານຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ, ທ່ານ NAGASE TOSHIO ຫົວໜ້າຫ້ອງການໄຈກາ ປະຈຳລາວ, ມີທ່ານ SUZUKI TAKAAKI ຜູ້ຈັດການໂຄງການ SAFER ມະຫາວິທະຍາໄລຊຶກຸບະ ປະເທດຍີ່ປຸ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອລາຍງານແຜນວຽກຂອງໂຄງການ SAFER, ລາຍງານຂັ້ນຕອນການເຮັດວຽກຂອງສູນ CCC ຕໍ່ກັບການຮັບແຈ້ງເຫດສຸກເສີນ ແລະ ພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການນະຄອນຫຼວງວຽງຈັນ (CCC), ຢ້ຽມຊົມສູນແຈ້ງເຫດສຸກເສີນ ແລະ ສາທິດການຮັບເຫດ (ການປະຕິບັດວຽກຂອງສູນ CCC, ສູນ CCC ໄດ້ຮັບການເປີດນໍາໃຊ້ຄັ້ງທໍາອິດໃນ ສປປ ລາວ ພ້ອມກັນນີ້ກໍມີແຜນເປີດນຳໃຊ້ນໍ້າເບີ 1195 ຊຶ່ງເປັນເບີໂທສຸກເສີນທາງການແພດໃນໄວໆນີ້ ຊຶ່ງບັນດາການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການແພດສຸກເສີນ “Emergency Medical Services (EMS), ກະຊວງສາທາລະນະສຸກ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ, ໂຮງໝໍເມືອງ 9 ເມືອງ, ຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບການປະຕິບັດວຽກງານຂອງສູນ CCC.

ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ), ສູນ CCC ຕັ້ງຢູ່ໃນໂຮງໝໍມິດຕະພາບ ທັງເປັນຜູ້ຄຸ້ມຄອງດູແລສູນ. ພາຍຫຼັງໂຄງການ SAFER ສິ້ນສຸດລົງ ໂຮງໝໍມິດຕະພາບຈະສືບຕໍ່ດໍາເນີນງານ ແລະ ຄຸ້ມຄອງສູນ CCC ຊຶ່ງພາຍໃນສູນປະກອບມີສະມາຊິກຈາກ 3 ໂຮງໝໍຄື: ໂຮງໝໍມິດຕະພາບ, ມະໂຫສົດ, ເຊດຖາທິຣາດ ແລະ ໜ່ວຍກູ້ໄພ 5 ໜ່ວຍງານຄື: 1623, 1624, 1625, 1628, 1630, ໂດຍໄດ້ຮັບການຝຶກອົບຮົມເປັນຢ່າງດີ.

ຂ່າວ-ພາບ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments