Tuesday, September 24, 2024
Homeບຸນປະເພນີເປີດງານສືບສານຕຳນານບຸນອອກພັນສາ ໄຫຼເຮືອໄຟ

ເປີດງານສືບສານຕຳນານບຸນອອກພັນສາ ໄຫຼເຮືອໄຟ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ສູນການຄ້າວຽງຈັນເຊັນເຕີ ໄດ້ຮ່ວມກັນ ເປີດງານສືບສານຕຳນານບຸນອອກພັນສາ ໄຫຼເຮືອໄຟ ປີ 2022 ຂຶ້ນໃນວັນທີ 6 ຕຸລາ ນີ້ ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫຼງງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວໜ້າກົມ-ຮອງກົມ ການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ຜູ້ປະກອບການທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ປີ 2020-2021 ແມ່ນບໍ່ໄດ້ຈັດຍ້ອນມີ ການແຜ່ລະບາດຂອງພະຍາດໂຄວິດ-19, ສະນັ້ນປີນີ້ແມ່ນເປັນໂອກາດດີທີ່ສະພາບການລະບາດ ພະຍາດດັ່ງກ່າວແມ່ນໄດ້ຫຼຸດຜ່ອນລົງ ຊຶ່ງວ່າ ພັກ ແລະ ລັດຖະບານ ພວມເລັ່ງໃສ່ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ເປັນຕົ້ນແມ່ນການຟື້ນຟູເສດຖະກິດ ການຈັດກິດຈະກໍາໃນຄັ້ງນີ້ກໍເປັນສ່ວນໜຶ່ງໃນການຟື້ນຟູເສດຖະກິດ. ເພື່ອເປັນການອະນຸລັກຮັກສາວິຖີດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າຕັ້ງແຕ່ບູຮານນະການ ໃຫ້ຄົນຮຸ່ນຫຼັງໄດ້ສືບສານ, ຮຽນຮູ້ ແລະ ສ້າງຄວາມສຳນຶກ, ພາກພູມໃຈໃນຄວາມເປັນລາວຕິດພັນກັບງານບຸນປະເພ, ວັດທະນະທຳອັນດີງາມຂອງຊາດ ທີ່ໄດ້ຢຶດຖືປະຕິບັດຢ່າງເປັນປົກກະຕິໃນແຕ່ລະປີ. ອີກດ້ານໜຶ່ງກໍເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີຫຼາກຫຼາຍກິດຈະກຳ, ສ້າງບັນຍາກາດດ້ານການທ່ອງທ່ຽວໃຫ້ກັບຄືນສູ່ສະພາບໃໝ່ທີ່ດີຂຶ້ນ. ພາຍຫຼັງທີ່ລັດຖະບານໄດ້ມີນະໂຍບາຍເປີດຕ້ອນຮັບນັກທ່ອງທ່ຽວ ໃນຕົ້ນປີ 2022 ແລະ ເປີດປະເທດຢ່າງເຕັມຮູບແບບນັບແຕ່ເດືອນ 5/2022 ເປັນຕົ້ນມາ. ເປີດໃຫ້ມວນຊົນທົ່ວໄປໄດ້ເຂົ້າມາທ່ຽວຊົມ, ຈັບຈ່າຍໃຊ້ສອຍ, ພັກຜ່ອນຢ່ອນໃຈ ແລະ ເຮັດກິດຈະກຳໃນງານບຸນປະເພນີອອກພັນສາ ໄຫຼເຮືອໄຟເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ.

ສໍາລັບບັນດາກິດຈະກໍາພາຍໃນງານຄັ້ງນີ້ປະກອບມີ: ການສະແດງສິລະປະວັດທະນະທຳລາວ, ປະກວດທິດາ ເຮືອໄຟ; ຮ້ານວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນຂອງບັນດາເຜົ່າຕ່າງໆ, ອາຫານ-ເຄື່ອງດື່ມ; ການແຂ່ງຂັນປຸງແຕ່ງອາຫານພື້ນເມືອງ; ປະກວດກະທົງສວຍງາມຈາກມວນຊົນ; ນຸ່ງເຄື່ອງຊຸດລາວບູຮານ ແລະ ຖ່າຍຮູບເພື່ອເປັນທີ່ລະນຶກ ຊຶ່ງມີຮ້ານວາງສະແດງ ແລະ ຂາຍສິນຄ້າ, ອາຫານ-ເຄື່ອງດື່ມ 40 ຮ້ານ ເຂົ້າຮ່ວມງານ ດັ່ງນັ້ນເຊີນຊວນມວນຊົນໄປຮ່ວມທ່ຽວຊົມງານ ຊຶ່ງງານແມ່ນເລີ່ມເປີດ 10:00 ໂມງເຊົ້າ ຫາ 22:00 ໂມງ ກາງຄືນ ເລີ່ມແຕ່ວັນທີ 6 ຫາ 10 ຕຸລາ 2022ນີ້.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments