ຕາມ​ຂ່າວ​ຈາກ ປາ​ກິດ​ສະຖານ,​ ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ສະ​ຫະປະຊາ​ຊາດ (ສປຊ) ຮຽກຮ້ອງ​ເງິນ​ທຶນ​ຈາກປະຊາ​ຄົມ​ໂລກ ​ເພີ່ມ​ຂຶ້ນ 5​ ເທົ່າ ​ເພື່ອ​ຊ່ວຍ​ເຫລືອຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ນ້ຳ​ຖ້ວມໃນ​ປາ​ກິດ​ສະຖານຈາກວົງ​ເງິນ 160 ລ້ານ​ໂດ​ລາ​ ສະຫະລັດ ເພີ່ມຂຶ້ນ​ເປັນ 816 ລ້ານ​ໂດ​ລາສະຫະລັດ ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາ​ກໄພທຳ​ມະ​ຊາດໃຫຍ່​ໃນ​ຄັ້ງນີ້ ຫລັງ​ຈາກ ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດ 1.696 ຄົນ ​ແລະ ບໍ່​ມີ​ທີ່ຢູ່​ອາ​ໄສ ປະມານ 7,9 ລ້ານ​ຄົນ ​ເນື່ອງ​ຈາກ​ ປັດຈຸບັນປາ​ກິດ​ສະຖານ​ຍັງ​ຂາດ​ແຄນຢາ​ປິ່ນປົວພະຍາດ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃນ​ການ​ດຳລົງຊີວິດ​ໄລຍະລະດູ​ໜາວຈະ​ມາ​ເຖິງ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here