Monday, September 23, 2024
Homeຂ່າວກິລາອູແກຣນ ຈັບມືກັບແອັດສະປາຍ, ປອກຕຸຍການ ຂໍເປັນເຈົ້າພາບຮ່ວມ ບານເຕະໂລກ 2030

ອູແກຣນ ຈັບມືກັບແອັດສະປາຍ, ປອກຕຸຍການ ຂໍເປັນເຈົ້າພາບຮ່ວມ ບານເຕະໂລກ 2030

ສະມາຄົມບານເຕະແອັດສະປາຍ ແລະ ປອກຕຸຍການ ຢືນຢັນວ່າ ອູແກຣນ ຈັບມືຮ່ວມກັບພວກເຂົາເພື່ອຍື່ນຂໍເປັນເຈົ້າພາບບານເຕະໂລກ 2030. ແອັດສະປາຍ ກັບ ປອກຕຸຍການ ຢືນຢັນການເປັນເຈົ້າພາບຮ່ວມມາຕັ້ງແຕ່ກ່ອນໜ້ານີ້ ແລະ ຈາກນີ້ໄປ ຈະມີ ອູແກຣນ ມາຮ່ວມກຸ່ມດ້ວຍອີກປະເທດໜຶ່ງ ເຊິ່ງທັງໝົດນີ້ ໄດ້ຮັບການສະໜັບສະໜູນຈາກ ຢູຟ່າ.

“ ຕອນນີ້ ບໍ່ແມ່ນພຽງແຕ່ແຫຼມ ໄອບີຣຽນ ຂໍຈັດເທົ່ານັ້ນ ແຕ່ເປັນເອີຣົບຂໍຈັດ ມື້ນີ້ ເຮົາໄດ້ກ້າວໄປອີກບາດກ້າວໜຶ່ງ ” ທ່ານ ຫຼຸຍ ຣູເບຍເລສ ປະທານສະຫະພັນບານເຕະແອັດສະປາຍ ກ່າວ.

ສ່ວນທາງດ້ານທ່ານ ແຟນານໂດ ໂກເມສ ປະທານສະຫະພັນບານເຕະຂອງປອກຕຸຍການ ບອກວ່າ “ ມັນເປັນກຽດທີ່ ອູແກຣນ ມາເປັນສ່ວນໜຶ່ງຂອງການຮ້ອງຂໍການເປັນເຈົ້າພາບກັບເຮົາ ສະຫະພັນຂອງທັງສອງປະເທດໄດ້ແຈ້ງໃຫ້ ຢູຟ່າ ຮັບຮູ້ແລ້ວ ແລະ ພວກເຂົາໜູນຫຼັງເຮົາຢ່າງເຕັມທີ່ ບານເຕະເປັນຫຼາຍກ່ວາພຽງແຕ່ບານເຕະ.”

“ ເປັນການຕັດສິນໃຈຕາມປົກກະຕິ ແລະ ສົມເຫດສົມຜົນ ເຮົາໄດ້ຮັບແຮງສະໜັບສະໜູນຢ່າງລົ້ນເຫຼືອຈາກທາງ ຢູຟ່າ ອູແກຣນ ຈະເລືອນຫາຍໄປຈາກຄວາມຄິດຂອງເຮົາໄປບໍ່ໄດ້ເມື່ອສົງຄາມສິ້ນສຸດລົງ ເຮົາຕ້ອງໃຫ້ຄວາມຫວັງແກ່ພວກເຂົາ ”

ພວກເຂົາຈະຕ້ອງປະເຊີນກັບຄູ່ແຂ່ງຢ່າງ ອີຢິບ, ເກຣັກ ແລະ ຊາອູດິ ອາຣະເບຍ ທີ່ຂໍເປັນເຈົ້າພາບຮ່ວມກັນ ລວມເຖິງປະເທດຈາກອາເມຣິກາໃຕ້ ຢ່າງ ອູຣູກວັຍ, ອາກຊັງຕິນ, ປາຣາກວັຍ ແລະ ຊີລີ ທີ່ຕ້ອງການເປັນເຈົ້າພາບຮ່ວມເໝືອນກັນ.

ການແຂ່ງຂັນເຕະບານໂລກ 2022 ຈະໄຂຂຶ້ນໃນວັນທີ 20 ພະຈິກ ທີ່ປະເທດກາຕາ ສ່ວນການແຂ່ງຂັນເຕະບານໂລກ 2026 ຈະຈັດຂຶ້ນທີ່ສະຫະລັດອາເມຣິກາ, ການາດາ ແລະ ເມັກຊິໂກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments