ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 28 ປີ(7/10/1994-7/10/2022), ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງຄູ-ອາຈານ ໃນຂອບເຂດທົ່ວປະເທດ ຕະຫລອດຮອດຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ.

ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ໂດຍສະເພາະແມ່ນ ຄູ ແລະ ຖືເອົາຄູສອນເປັນກົກໃນການ ຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ. ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຈົນຖືກສັງຄົມຂະໜານນາມວ່າ: “ຄູແມ່ນຄົນຂອງພັກ”, “ຄູແມ່ນວິສະວະກອນແຫ່ງດວງວິນຍານ”, “ຄູແມ່ນແມ່ພິມຂອງຊາດ”, “ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ”, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ເມື່ອທົບທວນເບິ່ງແລ້ວຈະເຫັນວ່າ ພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີກຽດອັນສະຫງ່າລາສີ.

ຕະຫລອດໄລຍະຜ່ານມາ ດ້ວຍຄວາມເຊື່ອໝັ້ນ ຕໍ່ອຸດົມການຂອງພັກ, ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ໄດ້ຜ່ານຜ່າບັນດາອຸປະສັກນານາປະການ, ອຸທິດສະຕິປັນຍາ ແລະ ເຫື່ອແຮງ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານການສຶກສາ ແລະ ພັດ ທະນາຊັບພະຍາກອນມະນຸດ ໄດ້ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ. ຄູອາຈານຫລາຍໆຄົນໄດ້ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາ ຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

ທ່ານ ພຸດ ສິມມາລາວົງ ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູອາຈານ. ພ້ອມກັນນີ້ ກໍຂໍສະ ແດງຄວາມຂອບໃຈມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫລືອຄູອາ ຈານ ແລະ ຜູ້ບໍລິຫານການສຶກສາໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາຂອງປະເທດເຮົາ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນດີຂຶ້ນເປັນກ້າວໆ. ໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຍຸກປັດຈຸບັນ ມັນຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ມີຄຸນສົມບັດທີ່ໜັກແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູອາຈານ ຂອງພວກເຮົາ ຍິ່ງຈະຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວທັນກັບການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີ ຄື:

ຕ້ອງໄດ້ຄົ້ນຄວ້າລົງເລິກວິຊາ ທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະເພາະ ຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມ ສາມາດປະສົມປະສານແຫລ່ງການຮຽນຮູ້ ທີ່ມີຢ່າງຫລາກຫລາຍໃນປັດຈຸບັນ ໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ. ນອກ ຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສະຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ (ICT Literacy), ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ(Soft Skills), ຮູ້ນຳໃຊ້ພາສາຕ່າງປະເທດ ແລະ ອື່ນໆ.

ຕ້ອງເປັນຜູ້ນຳພາເຮັດຕົວຈິງ ໃນທຸກພາລະກິດທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ, ມີຄຸນນະພາບ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊັ່ນວ່າ: ຜັນຂະຫຍາຍຈິດໃຈ 3 ລັກສະນະ ແລະ 5 ຫລັກມູນການສຶກສາ ຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ, ລວມທັງ 3 ຂໍ້ແຂ່ງຂັນຂອງຂະແໜງການຄື ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມ ທີ່ດີໃນສະຖານການສຶກສາ ໃຫ້ເປັນຮູບປະທຳ.

ຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ແລະ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ; ໃຫ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີກັນ ເປັນປຶກແຜ່ນແໜ້ນໜາ, ນໍ້າໃຈອາສາສະໝັກ, ຄວາມເປັນແບບຢ່າງທັງດ້ານແນວຄິດ ແລະ ການກະທຳ. ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

“ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ”.

LEAVE A REPLY

Please enter your comment!
Please enter your name here