ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດງານຕະຫລາດນັດ ຍ້ອນຍຸກ ຕິດພັນກັບງານບຸນອອກພັນສາ ປະວໍຣະນາ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 6-10 ຕຸລາ 2022 ທີ່ດ້ານຫລັງສູນການຄ້າວຽງຈັນເຊັນເຕີ. ທັງນີ້ ເພື່ອເປັນການສົ່ງເສີມໂຄສະນາເຜີຍແຜ່ ຮີດຄອງປະເພດນີອັນດີງາມ ຂອງຊາດລາວ ກໍຄືວິຖີຊີວິດຂອງປະຊາຊົນບັນດາເຜົ່າຕາງໆ ໃຫ້ນັກທ່ອງທ່ຽວໄດ້ຮູ້ ໄດ້ເຫັນ ແລະ ພ້ອມທັງ ເປັນການໂຄສະນາໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນ ໃຫ້ນັບມື້ເພີ່ມຂຶ້ນ.

ທ່່ານ ນາງ ສົມໃຈ ວົງສາ ຫົວໜ້າພະແນກບຸກຄະລາກອນ ສູນການຄ້າວຽງຈັນເຊັນເຕີ ໃຫ້ຮູ້ວ່າ: ກິດຈະກຳພາຍໃນງານຄາດວ່າມີ ຮ້ານວາງສະແດງສິນຄ້າ ແລະ ອາຫານ 30 ຮ້ານ ຢູ່ບໍລິເວນດ້ານຫລັງແຄມໜອງ ຂອງສູນການຄ້າວຽງຈັນເຊັນເຕີ, ມີໄຫລເຮືອໄຟ, ມີການແຂ່ງຂັນປະກວດ ກະໂທງສວຍງາມ ພາຍໃຕ້ຄວາມຄິດສ້າງສັນ ແລະ ຮັກສາສິ່ງແວດລ້ອມ (ອຸປະກອນທີ່ໃຊ້ເຮັດກະໂທງຕ້ອງບໍ່ກະທົບຕໍ່ສິ່ງແວດລ້ອມ) ຈາກໄວໜຸ່ມ, ສະແດງສິລະປະວັນນະຄະດີ ແລະ ມີຮ້ານໃຫ້ບໍລິການເຊົ່າຊຸດ ເສື້ອຜ້າຍ້ອນຍຸກ ໃສ່ຖ່າຍຮູບຢູ່ພາຍໃນງານ, ແຂ່ງຂັນແຕ່ງກາຍນຸ່ງຊຸດພື້ນເມືອງລາວ, ປະກວດອາຫານພື້ນເມືອງ ແລະ ອື່ນໆ.

ງານເລີ່ມເປີດ 10:00 ໂມງເຊົ້າ ຫາ 22:00 ກາງຄືນ ຂອງທຸກໆມື້, ສະເພາະຕອນຄໍ່າຂອງວັນທີ 10 ຕຸລາ ຈະມີການລອຍກະໂທງ ແລະ ໄຫລເຮືອໄຟ.

ຂ່າວ: ສຸກສະຫວັດ

Medialaos MMD

LEAVE A REPLY

Please enter your comment!
Please enter your name here