Sunday, September 22, 2024
Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ວາງສະແດງການສຶກສາຊັ້ນສູງ 2 ປະເທດ

ລາວ-ຫວຽດນາມ ວາງສະແດງການສຶກສາຊັ້ນສູງ 2 ປະເທດ

ລາວ-ຫວຽດນາມ ຈັດງານວາງສະແດງການສຶກສາຊັ້ນສູງຂອງສອງປະເທດ ເພື່ອນໍາສະເໜີຂໍ້ມູນກ່ຽວກັບການສຶກສາຊັ້ນສູງທີ່ກ້າວໜ້າ ແລະ ການພັດທະນາການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດຂອງບັນດາມະຫາວິທະຍາໄລ, ສະຖານການສຶກສາແຫ່ງຕ່າງໆຂອງ ສສ ຫວຽດນາມ ເພື່ອເປີດໂອກາດໃຫ້ພະນັກງານ ຄູອາຈານ ແລະ ນັກສຶກສາລາວໄດ້ເຂົ້າເຖິງຂໍ້ມູນພື້ນຖານດ້ານການສຶກສາຂອງ ສສ ຫວຽດນາມ.

ງານວາງສະແດງການສຶກສາຊັ້ນສູງ ລາວ-ຫວຽດນາມ ດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫງວຽນ ວັນ ຟຸກ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ແລະ ທ່ານ ຫງວ່ຽນ ບ່າ ຮຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ການນໍາຂັ້ນສູງຂອງ 2 ປະເທດ, ຄູອາຈານ, ຜູ້ບໍລິຫານການສຶກສາຈາກບັນດາສະຖານການສຶກສາ ລາວ-ຫວຽດນາມ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການຈັດງານວາງສະແດງໃນຄັ້ງນີ້, ແມ່ນເພື່ອນໍາສະເໜີຂໍ້ມູນກ່ຽວກັບການສຶກສາຊັ້ນສູງທີ່ກ້າວໜ້າ ແລະ ການພັດທະນາການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດຂອງບັນດາມະຫາວິທະຍາໄລ, ສະຖານການສຶກສາແຫ່ງຕ່າງໆຂອງ ສສ ຫວຽດນາມ ຫຼາຍກວ່າ 40 ແຫ່ງ ທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້. ທັງໝົດນີ້, ເປັນໂອກາດທີ່ດີໃຫ້ນັກຮຽນ, ນັກສຶກສາ ຕະຫຼອດເຖິງພະນັກງານ, ຄູອາຈານຂອງ ສປປ ລາວ ໄດ້ເຂົ້າເຖິງຂໍ້ມູນພື້ນຖານດ້ານການສຶກສາຂອງ ສສ ຫວຽດນາມ, ຊຶ່ງທາງເລືອກໃນການສຶກສາ ແລະ ຮ່ວມງານດ້ານຕ່າງໆກັບ ສສ ຫວຽດນາມໃນຕໍ່ໜ້າຂອງບັນດາສະຖານການສຶກສາລາວ.

ໃນພິທີ, ຄະນະນໍາ ແລະ ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ໄດ້ຮັບຊົມການສະແດງສິລະປະຂອງນ້ອງນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ຢ້ຽມຊົມບູດວາງສະແດງພາຍໃນງານອີກດ້ວຍ.

ໂດຍ: ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments