Sunday, September 22, 2024
Homeຂ່າວຕ່າງປະເທດກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ ປີ 2022

ກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ ປີ 2022

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບ ສະມາຄົມວິສາຫະກິດເອີຣົບ ປະຈຳ ຫວຽດນາມ ຈັດກອງປະຊຸມແຫຼງຂ່າວແນະນຳກ່ຽວກັບກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022 ຊຶ່ງຈະດຳເນີນໃນລະຫວ່າງວັນທີ 28-30 ພະຈິກ ຢູ່ນະຄອນໂຮ່ຈິມິນ.

ຂ່າວລະບຸວ່າ: ກອງປະຊຸມມີຄວາມໝາຍສຳຄັນໃນການປະຕິບັດບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງ ສອດຄ່ອງກັບຂໍ້ຕົກລົງ 2 ຝ່າຍ ຫວຽດນາມ ແລະ ສະຫະພາບເອີຣົບ, ທັງນີ້ກໍແມ່ນການເຄື່ອນໄຫວຕົວຈິງໃນວິວັດທະນາການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕໄລຍະ 2021 – 2030 ທີ່ໄດ້ວາງອອກໃຫ້ມີປະສິດທິຜົນ. ທ່ານ ໂດ້ທັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ງານວາງສະແດງເສດຖະກິດສີຂຽວ ຈະແນະນຳ, ວາງສະແດງບັນດາເຕັກໂນໂລຊີທີ່ກ້າວໜ້າ, ຜະລິດຕະພັນທີ່ມີຄຸນນະພາບສູງ, ຂໍ້ລິເລີ່ມ ແລະ ຮູບແບບເສດຖະກິດສີຂຽວ, ເສດຖະກິດໝູນວຽນຂອງບັນດາວິສາຫະກິດເອີຣົບ ແລະ ຫວຽດນາມ. ພ້ອມກັນນັ້ນ ບັນດາເວທີປາໄສ ແລະ ວາລະປຶກສາຫາລື ຈະແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງ ປະຊາຄົມວິສາຫະກິດເອີຣົບ ແລະ ຫວຽດນາມ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ສີຂຽວ, ຍືນຍົງ ຜ່ານການແບ່ງປັນຂໍ້ລິເລີ່ມ, ແນວຄິດ ແລະ ຖ່າຍທອດເຕັກໂນໂລຊີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments