Sunday, September 22, 2024
Homeຂ່າວຕ່າງປະເທດອັງກິດ ເພີ່ມທະວີຊຸກຍູ້ບັນດາພື້ນຖານໂຄງລ່າງສີຂຽວ ກັບບັນດາປະເທດອາຊຽນ

ອັງກິດ ເພີ່ມທະວີຊຸກຍູ້ບັນດາພື້ນຖານໂຄງລ່າງສີຂຽວ ກັບບັນດາປະເທດອາຊຽນ

ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ໃນການເດີນທາງໄປປະຕິບັດວຽກງານຢູ່ບັນດາປະເທດອາຊີ ຄື: ຍີ່ປຸ່ນ, ສ ເກົາຫຼີ ແລະ ສິງປະໂປ. ທ່ານ ເຈມສ໌ ເຄລເວີລີ ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ຢັ້ງຢືນວ່າ: ອັງກິດ ປາຖະໜາຢາກຊຸກຍູ້ການຮ່ວມມືກ່ຽວກັບບັນດາພື້ນຖານໂຄງລ່າງສີຂຽວ ຢູ່ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ ແລະ ບັນດາປະເທດໃນອາຊຽນ. ເພີ່ມທະວີຄວາມສາມາດເຂົ້າເຖິງການເງິນ, ໜູນຊ່ວຍບັນດາພື້ນຖານໂຄງລ່າງແບບຍືນຍົງ ຄື: ພະລັງງານທົດແທນ, ການຄົມມະນາຄົມສີຂຽວ ຫຼື ພື້ນຖານໂຄງລ່າງຕົວເມືອງຢູ່ບັນດາປະເທດອາຊຽນ ແມ່ນບຸລິມະສິດຂອງລັດຖະບານອັງກິດ ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງອັງກິດ ແລະ ບັນດາຄູ່ຮ່ວມມືໃນພາກພື້ນ ເລິກເຊິ່ງຂຶ້ນຕື່ມ.

ຂ່າວລະບຸວ່າ: ອັງກິດ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການກໍ່ສ້າງກອງທຶນ Trust ທີ່ມີມູນຄ່າ 107 ລ້ານປອນ (ປະມານ 134 ລ້ານໂດລາ) ແນໃສ່ຊຸກຍູ້ຄວາມພະຍາຍາມຂອງອາຊຽນ ໃນການເປີດກວ້າງຂອບເຂດການເງິນສີຂຽວ ແລະ ຫັນໄປສູ່ການພັດທະນາການປ່ອຍກາກບອນຕໍ່າ, ປັບຕົວກັບດິນຟ້າອາກາດ. ໃນການຢ້ຽມຢາມພາກພື້ນອາຊີ ຂອງ ທ່ານ ເຈມສ໌ ເຄລເວີລີ ລັດຖະມົນຕີການຕ່າງປະເທດອັງກິດ ຍັງໃຫ້ຮູ້ວ່າ: ລັດຖະບານອັງກິດ ມີຈຸດປະສົງຢາກສະຫງວນເງິນ ຈຳນວນ 542,3 ລ້ານໂດລາ ຜ່ານກອງທຶນພັດທະນາອັງກິດ ໃຫ້ແກ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ໃນໄລຍະ 5 ປີຕໍ່ໜ້າ. ອັງກິດ ຈະຮ່ວມມືກັບບັນດາຄູ່ຮ່ວມມືພາກລັດ-ພາກເອກະຊົນ ໃນພາກພື້ນ ເພື່ອສົ່ງເສີມບັນດາໂຄງການພື້ນຖານໂຄງລ່າງສີຂຽວທີ່ມີຄຸນນະພາບ ຢູ່ ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ກໍາປູເຈຍ ແລະ ລາວ.

ທ່ານນາງ ເຣດໂນ ມາຊຸດີ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຢັ້ງຢືນວ່າ: ອາຊຽນ ໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງ ເພື່ອບັນລຸໃຫ້ໄດ້ເປົ້າໝາຍການຫຼຸດປະລິມານການປ່ອຍກາກບອນ (CO2) ໃຫ້ເປັນສູນ ແລະ ພັດທະນາພື້ນຖານໂຄງລ່າງທີ່ປັບຕົວກັບດິນຟ້າອາກາດ. ເພື່ອບັນລຸໄດ້ວິໄສທັດນີ້, ອາຊຽນ ຕ້ອງລົງທຶນສີຂຽວທີ່ມີມູນຄ່າ 3.000 ຕື້ໂດລາ ຮອດປີ 2030. ທ່ານກໍຢັ້ງຢືນວ່າ: ກອງທຶນການເງິນສີຂຽວ ອາຊຽນ (ACGF) – ອັງກິດ ຈະແມ່ນບາດກ້າວໜຶ່ງໃນການຊຸກຍູ້ການພົວພັນຄູ່ຮ່ວມມືໃນພື້ນຖານເສດຖະກິດສີຂຽວຢູ່ພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments