Sunday, September 22, 2024
Homeຂ່າວພາຍໃນສະມາຄົມການຄ້າ ລາວ-ສານຊີ ມອບເຄື່ອງຊ່ວຍເຫຼືອໄພພິບັດ

ສະມາຄົມການຄ້າ ລາວ-ສານຊີ ມອບເຄື່ອງຊ່ວຍເຫຼືອໄພພິບັດ

ປັດຈຸບັນຫຼາຍປະເທດກໍາລັງປະເຊີນໜ້າກັບໄພພິບັດທາງທໍາມະຊາດຢ່າງໜັກ ທັງຝົນຕົກ, ນໍ້າຖ້ວມ, ໂດຍສະເພາະ ສປປ ລາວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ດັ່ງນັ້ນເພື່ອເປັນການແບ່ງເບົາຄວາມທຸກໂສກຕໍ່ຜູ້ປະສົບໄພພິບັດນັ້ນ, ໃນວັນທີ 3 ຕຸລາ 2022 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ – ຮັບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຈາກສະມາຄົມການຄ້າລາວ – ສານຊີ, ບໍລິສັດ ວິສະວະກໍາອອກແບບວາງແຜນຮ່ວມລາວ – ຈີນຈໍາກັດ ແລະ ບໍລິສັດສັດເຕັກໂນໂລຊີເຄືອຂ່າຍຢູນໜານຈໍາກັດ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ: ເຂົ້າໜຽວຈໍານວນ 1,850 ຖົງ, ເຂົ້າຈ້າວຫອມມະລິ 1,000 ຖົງ, ເສື້ອ 80 ໂຕ, ໂສ້ງຂາຍາວ 30 ໂຕ, ຕາງໜ້າມອບໂດຍ ທ່ານ ລີລິງ ( liling ) ປະທານສະມາຄົມການຄ້າລາວ-ສານຊີ ສປ ຈີນ ແລະ ໃຫ້ກຽດກ່າວຮັບ ໂດຍສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບສະມາຄົມການຄ້າລາວ-ສານຊີ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ນໍາເອົາວັດຖຸປັດໃຈປະກອບສ່ວນຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພພິບັດນໍ້າຖ້ວມໃນຄັ້ງນີ້ດ້ວຍຄວາມຈິງໃຈ, ເຊິ່ງເປັນການສະແດງເຖິງຄວາມສາມັກຄີຮັກແພງລະຫວ່າງ ລາວ-ຈີນ ທີ່ເຄີຍມີມູນເຊື້ອມາແລ້ວນັ້ນ ແລະ ຈະນໍາເອົາເຄື່ອງດັ່ງກ່າວລົງແຈກຢາຍໃຫ້ປະຊາຊົນຢ່າງທົ່ວເທິງ, ພ້ອມທັງອວຍພອນໃຫ້້ ທ່ານ ລີລິງ ພ້ອມຄະນະຈົ່ງມີສຸຂະພາບແຂງແຮງ ດໍາເນີນທຸລະກິດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຂ່າວ-ພາບ: ໂອສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments